ມົນລະພິດທາງອາກາດເຮັດໃຫ້ເດັກນ້ອຍ ໃນອາຊີອາຍຸສັ້ນລົງ

ຜົນການສຶກສາຂອງອາເມລິກາ ແລະການາດາພົບວ່າ ມົນລະພິດທາງອາກາດຈະເຮັດໃຫ້ເດັກນ້ອຍໃນອາຊີອາຍຸສັ້ນລົງສະເລ່ຍ 30 ເດືອນຕາມຂ່າວຕ່າງປະເທດລາຍ ງານວ່າ ຜົນການສຳຫຼວດຂອງອາ ເມລິກາ ແລະການາດາພົບວ່າ: ມົນລະພິດທາງອາກາດຈະເຮັດໃຫ້ເດັກນ້ອຍ ໃນປະຈຸບັນມີອາຍຸສັ້ນລົງ 20 ເດືອນ, ແຕ່ຖ້າເປັນເດັກນ້ອຍໃນອາ ຊີຈະອາຍຸສັ້ນລົງເຖິງ 30 ເດືອນ ເນື່ອງຈາກມົນລະພິດມີຄວາມຮຸນແຮງທີ່ສຸດ. ຕາມການລາຍງານພາວະອາກາດໂລກ (State of Global Air) ຂອງສະຖາບັນຜົນກະທົບສຸຂະພາບທີ່ຕັ້ງຢູ່ໃນອາເມລິກາ ແລະມະຫາວິທະຍາໄລບຣີ ຕິຊ ໂກລົມເບຍໃນການາດາ ໂດຍອ້າງຕາມຂໍ້ມູນຈົນເຖິງທ້າຍປີ 2017 ວ່າ: ມົນລະພິດທາງອາ ກາດເປັນສາເຫດອັນດັບ 5 ສົ່ງຜົນ ໃຫ້ຄົນທົ່ວໂລກເສຍຊິວິດກ່ອນໄວ  ແລະຫຼາຍກວ່າພະຍາດໄຂ້ຍຸງ, ອຸ ບັດເຫດເທິງຖະໜົນ ແລະອື່ນໆ.

ຢ່າງໃດກໍຕາມ ປະເທດທີ່ມີຜູ້ ເສຍຊີວິດເພາະມົນລະພິດທາງອາ ກາດຫຼາຍທີ່ສຸດລ້ວນແຕ່ຢູ່ໃນອາຊີຄື: ສປ ຈີນ, ອິນເດຍ, ປາກິດສະຖານ, ອິນໂດເນເຊຍ ແລະບັງກລາເທດສະເພາະໃນຈີນປະເທດດຽວມີ ຜູ້ເສຍຊີວິດຫຼາຍເຖິງ 852.000 ຄົນ.

ນສພ ເສດຖະກິດ-ສັງຄົມ