ຍີ່ປຸ່ນ ໃຫ້ທຶນແກ່ນັກສຶກສາລາວ 25 ຄົນ

ລັດຖະບານແຫ່ງປະເທດຍີ່ປຸ່ນ ໄດ້ໃຫ້ທຶນແກ່ນັກສຶກສາລາວ ຈໍານວນ 25 ຄົນ ພາຍໃຕ້ທຶນການສຶກສາຂອງກະຊວງສຶກສາທິການຍີ່ປຸ່ນ (MEXT)ໄປສຶກສາຕໍ່ຢູ່ປະເທດດັ່ງກ່າວ ຊຶ່ງງານລ້ຽງສົ່ງໄດ້ຈັດຂຶ້ນໃນວັນທີ 16 ມີ ນາ 2023 ທີ່ເຮືອນພັກຂອງເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ທີ່ນະຄອນຫຼວງວຽງຈັນ.

ໃນຕະຫຼອດໄລຍະ 30 ປີ ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ຮັບເອົານັກສຶກສາລາວໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ຈໍານວນຫຼາຍກວ່າ 1.000 ຄົນ ພາຍໃຕ້ຫຼາກຫຼາຍໂຄງການທຶນການສຶກສາ, ສໍາລັບບັນດານັກສຶກສາຊຸດໃໝ່ທີ່ຈະໄປສຶກສາໃນຄັ້ງນີ້ໄດ້ຜ່ານການສອບເສັງຄັດເລືອກຢ່າງລະອຽດ ແລະ ມີຄວາມຍຸຕິທໍາຈາກສະຖານທູດຍີ່ປຸ່ນ ແລະ MEXT ແລະ ທຸກຄົນຈະສາມາດເຂົ້າຮຽນໃນຫຼັກສູດຕາມຄາດໝາຍຂອງຕົນ ບໍ່ວ່າຈະເປັນລະດັບປະລິນຍາໂທ, ປະລິນຍາຕີ, ຫຼັກສູດຊັ້ນສູງເຕັກໂນໂລຊີ ແລະ ຫຼັກສູດຊັ້ນສູງທົ່ວໄປ.

ໃນງານລ້ຽງສົ່ງຄັ້ງນີ້, ພະນະທ່ານ ໂຄບະຍະ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີຄວາມຫວັງໃຫ້ບັນດານັກສຶກສາໄດ້ໄປຢ້ຽມຢາມສະຖານທີ່ຕ່າງໆຂອງປະເທດຍີ່ປຸ່ນ ແລະ ພົບປະແລກປ່ຽນກັບຄົນຍີ່ປຸ່ນ ພ້ອມແນະນຳສະຖານທີ່ທຳມະຊາດທີ່ສວຍງາມ ແລະ ວັດທະນາທຳ ທີ່ອຸດົມສົມບູນຂອງປະເທດລາວ ແລະຂໍໃຫ້ນັກສຶກສາທຸກຄົນສືບສານບົດບາດການເປັນຂົວຕໍ່ລະຫວ່າງ ລາວ ແລະຍີ່ປຸ່ນ ໃນເວລາທີ່ສຳເລັດການສຶກ ແລະກັບມາ ສປປ ລາວ.

ທ່ານ ນາງ ລັດດາວອນ ວິໄລສຸກ ເຊິ່ງໄດ້ຮັບທຶນການສຶກສາລະດັບປະລິນຍາໂທ, ແລະທ່ານ ສີວະນົນ ບົວລະພັນ ເຊິ່ງໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ກໍໄດ້ຕາງໜ້າໃຫ້ນັກສຶກສາລາວທີ່ຈະເດີນທາງໄປຢີ່ປຸ່ນໄດ້ສະແດງຄວາມດີໃຈ ແລະກ່າວຄວາມຂອບໃຈຕໍ່ຄວາມເອື້ອເຟື້ອຂອງລັດຖະບານຍີ່ປຸ່ນທີ່ໄດ້ສະໜອງທຶນການສຶກສາຄັ້ງນີ້, ພ້ອມທັງປະຕິຍານຕົນວ່າ: ຈະຕັ້ງໃຈ ແລະສຸມທຸກເຫື່ອແຮງສະຕິປັນຍາຂອງຕົນເຂົ້າໃສ່ການສຶກສາຄົ້ນຄວ້າທີ່ປະເທດຍີ່ປຸ່ນ.

ໃນງານລ້ຽງຄັ້ງນີ້ ຍັງໄດ້ຮັບກຽດການເຂົ້າຮ່ວມໂດຍພະນະທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ, ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ພ້ອມດ້ວຍປັນດາແຂກຜູ້ມີກຽດອື່ນໆ ລວມເຖິງພະນັກງານຈາກພາກສ່ວນກ່ຽວຂ້ອງ ແລະອະດີດນັກສຶກສາລາວ ທີ່ກັບມາຈາກຍີ່ປຸ່ນກໍ່ໄດ້ເຂົ້າຮ່ວມດ້ວຍບັນຍາກາດອັນດີ.
ຂ່າວ: ຣັດສະໝີ ດວງສັດຈະ