ອັດຕາຊົມໃຊ້ອິນເຕີເນັດກວມ 63% ຂອງປະຊາກອນທົ່ວປະເທດ

ປະຈຸບັນ, ພື້ນທີ່ໃຫ້ບໍລິການໂທລະຄົມມະນາຄົມ ລະບົບ 2G ໄດ້ກວມເອົາ 96%, 3G ໄດ້ກວມເອົາ 83% ແລະ 4G ໄດ້ກວມເອົາ 75% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ. ໃນຂະນະທີ່, ຈຳນວນຜູ້ນໍາໃຊ້ໂທລະສັບຕັ້ງໂຕະມີສາຍ ແລະ ບໍ່ມີສາຍ 1,9 ລ້ານກວ່າເລກໝາຍ, ໂທລະສັບມືຖື 14 ລ້ານກວ່າເລກໝາຍ, ຜູ້ນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ບໍ່ມີສາຍ) ຈໍານວນ 4,4 ລ້ານກວ່າບັນຊີ, ອັດຕາການຊົມໃຊ້ອິນເຕີເນັດກວມເອົາ 63% ຂອງປະຊາກອນໃນທົ່ວປະເທດ.

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ກ່າວເນື່ອງໃນໂອກາດສະ ເຫລີມສະຫລອງ ວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 58 ປີ (13 ມີນາ 1965 ຫາ 13 ມີນາ 2023) ເມື່ອບໍ່ດົນມານີ້ ວ່າ:  ປະຈຸບັນນີ້, ມີຜູ້ບໍລິການໂທລະຄົມ ມະນາຄົມ ຈຳນວນ 5 ບໍລິສັດ ແລະ ຜູ້ບໍລິການອິນເຕີເນັດ ປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈຳນວນ 3 ບໍລິສັດ, ປະເພດ III ຈໍານວນ 13 ບໍລິສັດ ເຊິ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ ຈຳນວນ 715 ຕື້ກວ່າກີບ, ສະເພາະໃນນີ້ ຍັງບໍ່ໄດ້ລວມເງິນປັນຜົນຈາກບັນດາບໍລິສັດໂທລະຄົມມະນາຄົມຕ່າງໆ.

ໃນປີຜ່ານມາ ມີຈຳນວນປ່ອງບໍລິການໄປສະນີທົ່ວປະເທດ 990 ແຫ່ງ ໃນນັ້ນ, ມີບໍລິສັດທີ່ດໍາເນີນທຸລະກິດບໍລິການໄປສະນີ 43 ບໍລິສັດ, ໃຫ້ບໍລິການພາຍໃນ ແລະ ລະຫວ່າງປະເທດ 9 ບໍລິສັດ ແລະ ໃຫ້ບໍລິການພາຍໃນແຂວງ 34 ບໍລິສັດ ເມື່ອທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ 11 ແຫ່ງ. ການບໍລິການດ້ານໄປສະນີ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຊິ່ງສາມາດມອບພັນທະອາກອນເຂົ້າງົບປະມານ ຈຳນວນ 12 ຕື້ກວ່າກີບ.