ຮອງເຈົ້າແຂວງສາລະວັນ ລົງຕິດຕາມການກະກຽມເທສະການ ໝາກພ້າວນາໄຊ

ແຫຼ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ໃນວັນທີ 13 ມີນາ 2023 ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມຄະນະ ລົງຕິດຕາມການກະກຽມຄວາມພ້ອມການຈັດເທສະການໝາກພ້າວນາໄຊ ຕິດພັນກັບງານບຸນລະປືບຂອງເຜົ່າກະຕາງ ບ້ານນາໄຊ ເມືອງສາລະວັນ ປະຈຳປີ 2023 ໂດຍມີທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະອຳນາດການປົກຄອງບ້ານນາໄຊ ເຂົ້າຮ່ວມ.

ທ່ານ ໜູຄຳ ສີສະຫວັດ ຮອງເຈົ້າເມືອງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ລາຍງານຄວາມພ້ອມຂອງການກະກຽມເທສະການໝາກພ້າວນາໄຊ ຕິດພັນກັບບຸນລະປືບ ຂອງເຜົ່າກະຕາງ ໂດຍໄດ້ເລີ່ມກະກຽມມາແຕ່ວັນທີ 15 ກຸມພາ ເປັນຕົ້ນມາ, ປັດຈຸບັນສຳເລັດແລ້ວ 85%. ໃນນັ້ນ, ໄດ້ສຳເລັດໃນການແຕ່ງຕັ້ງ ແລະກະກຽມດ້ານຕ່າງໆ ເປັນຕົ້ນດ້ານເນື້ອໃນ, ພິທິການ ແລະກອງເລຂາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຮັກສາສຸຂະພາບ, ດ້ານເສດຖະກິດ, ສະຖານທີ່, ຂະບວນການຮັບແຂກ ແລະ ປະດັບປະດາ, ການວາງສະແດງສິນຄ້າ ແລະ ຜະລິດຕະພັນການທ່ອງທ່ຽວ, ສິລະປະ-ວັນນະຄະດີ, ການປະກວດອາຫານ ແລະ ອື່ນໆ; ມີຄວາມພ້ອມໃນການກະກຽມຝຶກຊ້ອມສິລະປະ, ກິລາປະເພດຕ່າງໆ, ປະສານສົມທົບກັບບັນດາຜູ້ປະກອບການຮ້ານວາງສະແດງຜະ ລິດຕະພັນສິນຄ້າຕະຫລາດນັດ ແລະກິດຈະກຳອື່ນໆ ເພື່ອກະກຽມໃສ່ເທສະການໝາກພ້າວນາໄຊໃຫ້ມີຄວາມຫລາກຫລາຍສີສັນຂຶ້ນຕື່ມເຊິ່ງເທສະການໝາກພ້າວນາໄຊ ຕິດພັນກັບງານບຸນລະປືບ ຂອງເຜົ່າກະຕາງ ບ້ານນາໄຊ ເມືອງແຂວງສາລະວັນ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15- 25 ມີນາ 2023 ນີ້.

ໂອກາດດັ່ງກ່າວ, ທ່ານ ສົມໃຈ ອຸ່ນຈິດ ກໍໄດ້ໃຫ້ທິດຊີ້ນຳ ແຕ່ລະອະນຸກຳມະການກ່ຽວກັບການກະກຽມຈັດງານໃນຄັ້ງນີ້ເພື່ອໃຫ້ມີຜົນສຳເລັດຕາມແຜນທີ່ວາງໄວ້, ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ແຕ່ລະພາກສ່ວນ ເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດໜ້າວຽກຂອງຕົນໃຫ້ມີຜົນສຳເລັດ, ເອົາໃຈໃສ່ອະນາໄມສະຖານທີ່, ປະດັບປະດາຕາມຈຸດຕ່າງໆໃຫ້ມີຄວາມສະອາດຈົບງາມຫລາກຫລາຍສີສັນ, ເລັ່ງຕິດປ້າຍຕາມສາຍທາງໃຫ້ສຳເລັດ,ມອບໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈັດແບ່ງເຈົ້າໜ້າທີ່ຕັ້ງເວນຍາມຕາມຈຸດຕ່າງໆ ໃຫ້ມີຄວາມສະຫງົບປອດໄພ, ໃຫ້ປະຊາຊົນໃນຂອບເຂດດັ່ງກ່າວ ນຳເອົາຜົນຜະລິດທີ່ປັນເອກະລັກເປັນທ່າແຮງຂອງຕົນມາວາງຂາຍ ແລະ ວາງສະແດງ ໃຫ້ມີຄວາມຫລາກຫລາຍ ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມພາຍໃນງານ ເພື່ອຍົກລະດັບການພັດທະນາເສດຖະກິດຂອງບ້ານນາໄຊ ໃຫ້ມີຄວາມເຂັ້ມແຂງຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ. ທັງນີ້, ກໍເພື່ອໃຫ້ໄດ້ 4 ຈຸດປະສົງຂອງການຈັດງານເປັນຕົ້ນເພື່ອສົ່ງເສີມຜະລິດຕະພັນໝາກພ້າວນາໄຊ, ສົ່ງເສີມການແປຮູບຜະລິດຕະພັນໝາກພ້າວໃຫ້ເປັນອາຫານ, ໂພຊະນາການ, ສະໝຸນໄພ ແລະເຟີນີເຈີ, ສົ່ງເສີມການອະນຸລັກວັດທະນະທຳ-ຮີດຄອງປະເພນີຂອງປະຊາຊົນ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີຄວາມຍືນຍົງ.
ພາບ-ຂ່າວ: ສຸກສະຫວັດ, ທິດລານີ ໂຄດໂຍທາ