ແສງສະຫວັນ ເປີດງານແຂ່ງຂັນກິລາ ປະຈໍາປີສົ່ງເສີມນັກຮຽນຕາມ 5 ຫຼັກມູນການສຶກສາ

ກຸ່ມການສຶກສາແສງສະຫວັນ ເປີດງານແຂ່ງຂັນກິລາປະຈໍາປີ ແບບມິດຕະພາບ ລະຫວ່າງ ນັກຮຽນຈາກໂຮງຮຽນສາຍສາມັນສຶກສາ ແສງສະຫວັນ 4 ສາຂາ ແລະນັກສຶກສາຈາກສະຖາບັນທຸລະກິດ ແສງສະຫວັນ ປະຈຳສົກຮຽນ 2022-2023 ເພື່ອເປັນການຜັນຂະຫຍາຍ 5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປາກົດຜົນເປັນຈິງ ພ້ອມທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ໂດຍສະເພາະແມ່ນວັນແມ່ຍິງສາກົນ ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023) ໃຫ້ມີບັນຍາກາດຟົດຟື້ນ ແລະເບີກບານມ່ວນຊື່ນ.

ງານກິລາປະຈໍາປີ ໄດ້ຈັດຂຶ້ນໃນວັນທີ 10 ມີນາ 2023 ທີ່ສະໜາມກິລາຫຍ້າທຽມສະຖາບັນທຸລະກິດ ແສງສະຫວັນ ບ້ານໂຄກສະອາດ (ຫຼັກ 21) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ປານີ ໄຊທົງເດດ ຮອງປະທານກຸ່ມການສຶກສາແສງສະຫວັນ ພ້ອມດ້ວຍຄະນະອໍານວຍການສະຖາບັນ ແລະໂຮງຮຽນ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນັກຮຽນ ແລະພໍ່ແມ່ນັກຮຽນຢ່າງຫຼວງຫຼາຍ.

ໂອກາດນີ້, ທ່ານ ປອ ພຸດທະວົງ ພັດທະດາວົງ ຜູ້ອໍານວຍການໂຮງຮຽນ ແສງສະຫວັນ 4, ທັງເປັນປະທານຈັດງານກິລາກຸ່ມແສງສະຫວັນ ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປາກົດຜົນເປັນຈິງພ້ອມກັນນັ້ນ, ກໍເພື່ອເປັນການເຕົ້າໂຮມຄວາມສາມັກຄີ, ຝຶກຝົນທັກສະຄວາມສາມາດ, ສ້າງໂອກາດເພື່ອພົບປະ, ແລກປ່ຽນບົດຮຽນລະຫວ່າງຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນ/ນັກສຶກສາຂອງໂຮງຮຽນໃນຂອບເຂດກຸ່ມການສຶກສາແສງສະຫວັນ. ນອກຈາກນັ້ນ, ກໍເປັນການສ້າງຂະບວນສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດໂດຍສະເພາະແມ່ນວັນແມ່ຍິງສາກົນ ຄົບຮອບ 113 ປີ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະມີຄວາມໝາຍສຳຄັນຍິ່ງຂຶ້ນ.

ພາຍໃນງານຄັ້ງນີ້ມີນັກຮຽນເຂົ້າຮ່ວມຫຼາຍກວ່າ 1 ພັນຄົນ, ຊຶ່ງປີນີ້ແມ່ນເນັ້ນ 3 ກິດຈະກຳຫຼັກໆ ແຂ່ງຂັນໃນລັກສະນະແບບມິດຕະພາບກໍຄືການແຂ່ງຂັນກິລາເຕະບານ, ບານສົ່ງ ແລະ ດຶງເຊືອກ ໂດຍເຂົ້າຮ່ວມນັບທັງຊັ້ນປະຖົມ, ມັດຕະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ແລະລະດັບສະຖາບັນ ແລະທຸກລາຍການມີທັງ ທີມຍິງ ແລະ ທີມຊາຍ. ນອກຈາກນັ້ນພາຍໃນງານກໍໄດ້ມີການວາງສະແດງບູດອາຫານຕ່າງໆຂອງນັກສຶກສາ, ບູດການສຶກສາຂອງແສງສະຫວັນ, ບູດຂາຍອາຫານ ແລະ ບູດວາງສະແດງຂໍ້ມູນການສຶກສາ ແລະຂໍ້ມູນການທະນາຄານ.

ຜ່ານການແຂ່ງຂັນ ຜົນປາກົດວ່າ: ປະເພດກິລາເຕະບານຊັ້ນປະຖົມຊະນະເລີດທີມຍິງໂຮງຮຽນແສງສະຫວັນ 4, ທີມຊາຍ ໂຮງຮຽນແສງສະຫວັນ 3; ຊັ້ນ ມ.ຕົ້ນ ຊະນະເລີດທີມຍິງ ໂຮງຮຽນ ແສງສະຫວັນ 2, ທີມຊາຍ ໂຮງຮຽນແສງສະຫວັນ 3; ຊັ້ນ ມ.ປາຍ ຊະນະເລີດ ທີມຍິງ ໂຮງຮຽນແສງສະຫວັນ 4, ທີມຊາຍ ໂຮງຮຽນ ແສງສະຫວັນ 2; ຂັ້ນສະຖາບັນ ຊະນະເລີດທີມຍິງ ນັກສຶກສາ ປີ2, ທີມ ຊາຍ ນັກສຶກສາ ປີ1. ສ່ວນ ປະເພດກິລາບານສົ່ງ ຊັ້ນ ມ. ຕົ້ນ ຊະນະເລີດທີມຍິງ ໂຮງຮຽນ ແສງສະຫວັນ3, ທີມຊາຍ ໂຮງຮຽນແສງສະຫວັນ4; ຊັ້ນ ມ.ປາຍ ຊະນະເລີດທີມຍິງ ໂຮງຮຽນ ແສງສະຫວັນ2, ທີມຊາຍໂຮງຮຽນ ແສງສະຫວັນ2; ຂັ້ນສະຖາບັນ ຊະນະເລີດທີມຍິງ ນັກສຶກສາ ປີ1, ທີມຊາຍ ນັກສຶກສາ ປີ3; ປະເພດກິລາດຶງເຊືອກ ທີມປະສົມຍິງ-ຊາຍ ຊັ້ນປະຖົມ ຊະນະເລີດ ໂຮງຮຽນແສງສະຫວັນ 4, ຊັ້ນ ມ.ຕົ້ນ ໂຮງຮຽນ ແສງສະຫວັນ2; ຊັ້ນ ມ.ປາຍ ໂຮງຮຽນແສງສະຫວັນ3; ຂັ້ນສະຖາບັນ ຊະນະເລີດທີມນັກສຶກສາ ປ1. ນອກຈາກກິລາດັ່ງກ່າວແລ້ວໃນງານຍັງມີການສະແດງສິລະປະ-ວັນນະຄະດີຂອງນັກຮຽນ ແລະນັກສຶກສາ, ມີບູດຂາຍອາຫານຂອງນັກຮຽນ, ບູດວາງສະແດງຂໍ້ມູນການສຶກສາ ແລະຂໍ້ມູນການທະນາຄານ ອີກດ້ວຍ.