ທ່ານ ນາງ ຄັດທະຈັນ ຖືທີມງານຄືຂົວຕໍ່ຫົວໃຈເຮັດທຸລະກິດ

ທ່ານ ນາງ ຄັດທະຈັນ ຈັນທະບູລີ ປະທານບໍລິສັດຮຸ່ງເຮືອງລາວ ໂລເຈັສຕິກ ຈຳກັດຜູ້ດຽວ ເປັນນັກທຸລະກິດລາວຍິງຍຸກໃໝ່ທີ່ມີການພັດທະນາໃນການດຳເນິນທຸລະກິດ ແລະເປັນຜູ້ຢູ່ເບື້ອງຫຼັງຜົນສຳເລັດໃນລະດັບທຸລະກິດຫຼາຍຢ່າງທີ່ມີວິໄສທັດໃນການເລື່ອງການເຮັດວຽກສິ່ງສຳຄັນທ່ານຄິດສະເຫມີວ່າທີມງານຄືຫມາກຫົວໃຈຂອງອົງກອນ, ຖ້າເຮົາມີທີມງານທີ່ມຄຸນນະພາບເວລາທີ່ເຮົາໃຊ້ໃນການບໍລິຫານແຕ່ລະອົງກອນກໍ່ຈະມີປະສິດທິພາບຍິ່ງຂຶ້ນ.


ທ່ານ ນາງ ຄັດທະຈັນ ຈັນທະ ບູລີ ໃຫ້ກາຍເປັນບໍລິສັດຮຸ່ງເຮືອງ ລາວໂລເຈັສຕິກ ຈໍາກັດ ເປັນບໍລິສັດຂອງຄົນລາວ 100%, ສ້າງຕັ້ງຂຶ້ນປີ2009 ພາຍໃຕ້ການເປັນ ປະທານຂອງຕົນໃນການດໍາເນີນທຸລະກິດດ້ານໂລເຈັສຕິກ ໂດຍໃຫ້ບໍລິການສິນຄ້າລະຫວ່າງປະເທດ ທີ່ສະຫນາມບິນສາກົນວັດໄຕ, ຂົນສົ່ງສິນຄ້າທາງບົກ, ທາງອາກາດ ທັງພາຍໃນ ແລະຕ່າງປະເທດ, ການບໍລິການຫຸ້ມຫໍ່ສິນຄ້າ ແລະການບໍລິການເອກະສານນໍາ ເຂົ້າາ-ສົ່ງອອກ ຊຶ່ງແມ່ນເນັ້ນຫົວໃຈເປັນສໍາຄັນຂອງການບໍລິການ ແລະທຸກຂັ້ນຕອນຈົນເປັນທີ່ຍອມຮັບຂອງສາກົນ.

ສ່ວນຍຸດທະສາດຂອງການບໍລິຫານຂອງຂ້າພະເຈົ້າຄືນໍາໃຊ້ບຸກຄະລາກອນທີ່ມີຄຸນນະພາບ, ສ້າງຜູ້ນໍາໃນອົງກອນທີ່ສາມາດຕັດສິນໃຈແທນເຮົາໄດ້, ໃຫ້ອິດສະຫລະທີມງານໃນການບໍລິຫານ, ອອກໄອເດຍ ແລະແກ້ໄຂບັນຫາຮ່ວມກັນ, ວັດທະນະທໍາໃນອົງກອນແຕ່ລະບ່ອນແນໃສ່ຄວາມເທົ່າທຽມກັນ, ຄວາມສາມັກຄີ ແລະຜົນປະໂຫຍດ ຂອງທີມງານເປັນຫລັກ, ໃຫ້ທີມງານມສ່ວນຮ່ວມ ແລະເປັນສ່ວນສໍາຄັນຂອງ ການຂັບເຄື່ອນທຸລະກິດໃນແຕ່ລະບາດກ້າວຫລືເຫດການສໍາຄັນຂອງອົງກອນ, ເພີ່ມພູນທັກສະ ແລະພັດທະນາຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ຢ່າງຕໍ່ເນື່ອງ.

ເລື່ອງການເຮັດວຽກສິ່ງສຳຄັນທີ່ຄິດສະເຫມີວ່າທີມງານຄື ຫມາກຫົວໃຈຂອງອົງກອນ, ຖ້າ ເຮົາມີທີມງານທີ່ມີຄຸນນະພາບ ເວລາທີ່ເຮົາໃຊ້ໃນການບໍລິຫານ ແຕ່ລະອົງກອນກໍ່ຈະມີປະສິດທິພາບຍິ່ງຂຶ້ນ ເພາະສະນັ້ນຂ້າພະເຈົ້າຈະຕ້ອງຫມັ່ນໃຈຕະຫລອດເວລາວ່າທີມງານຂອງຕົນເອງ ເຮັດວຽກຢ່າງມີຄວາມສຸກ ແລະ ຄວາມຕ້ອງການພັດທະນາຕົນເອງຢູ່ສະເຫມີ, ທີ່ສໍາຄັນຜູ້ບໍລິຫານ, ຜູ້ຈັດການ ຫລືຜູ້ນໍາໃນແຕ່ລະອົງກອນຮວມທັງຂ້າພະເຈົ້າເອງກໍ່ຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ທີມງານ.

ເນື່ອງໃນໂອກາດວັນແມ່ຍິງສາກົນທ່ານ ນາງ ຄັດທະຈັນ ໄດ້ກ່າວວ່າ: ໃນນາມແມ່ຍິງລາວຄົນໜຶ່ງຂໍອວຍພອນໃຫ້ແມ່ຍິງລາວທົ່ວປະເທດຈົ່ງມີຄວາມເຂັ້ມແຂງຕັ້ງໝັ້ນ ແລະຢຶກໝັ້ນໃນຄວາມດີຄວາມຖືກຕ້ອງ ແລະມີຄວາມອົດທົນຮຽນຮູ້ ແລະພັດທະນາຕົນເອງຢູ່ສະເໝີຂໍແມ່ຍິງລາວທົ່ວປະເທດຈົ່ງມີຄວາມສຸກກາຍສຸກໃຈ ຕະຫຼອດໄປ.
ຂ່າວ: ບຸນນິກ ມະນີ