ເດືອນມັງກອນ ລາວນໍາເຂົ້າ ແລະສົ່ງອອກສິນຄ້າໄດ້ 935 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 1 ປີ 2023 ບັນລຸໄດ້ປະມານ 935 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກປະມານ 461 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າປະມານ 474 ລ້ານໂດລາສະຫະລັດ ແລະຂາດດຸນການຄ້າ ປະມານ 13 ລ້ານໂດລາສະຫາລັດ.

ສິນຄ້າທີ່ສົ່ງອອກຫຼາຍປະກອບມີ: ມັນຕົ້ນ, ຄຳປະສົມ ແລະຄຳແທ່ງ, ແຮ່ທອງ, ເກືອກາລີ, ເຈ້ຍ ແລະເຄື່ອງທີ່ເຮັດດ້ວຍເຈ້ຍ... ສິນຄ້າທີ່ນໍາເຂົ້າຫຼາຍ ປະກອບມີ: ນໍ້າມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ນໍ້າມັນແອັດຊັງ ແລະຊິ້ນສ່ວນອາໄຫຼ່ລົດ...

ມູນຄ່າການນໍາເຂົ້າ ແລະສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 1 ປີ 2023 ບັນລຸໄດ້ປະມານ 935 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກປະມານ 461 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 474 ລ້ານໂດລາສະຫະລັດ ແລະຂາດດຸນການຄ້າ ປະມານ 13 ລ້ານໂດລາສະຫາລັດ.

ທີ່ມາ: Lao PDR Trade Portal