ປີຜ່ານມາໂສມດັກຈຶງ ແຂວງເຊກອງສາມາດຈຳໜ່າຍໄດ້ 30 ຕື້ກີບ

ຮ່ວມສົ່ງເສີມ ແລະໂຄສະນາຜະລິດຕະພັນເອກະລັກໜຶ່ງດຽວໂສມດັກຈຶງ, ແຂວງເຊກອງ ສປປ ລາວ. ສະພາບການປູກພືດເປັນສິນຄ້າຢູ່ພາຍໃນ ແຂວງເຊກອງ ມາຮອດປັດຈຸບັນນັບມື້ເປັນຂະບວນການກວ້າງຂວາງ ແລະມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງເຮັດໃຫ້ແຂວງມີຫລາຍສິນຄ້າສົ່ງອອກ.

ໃນນີ້, ລວມທັງການປູກໂສມຂອງປະຊາຊົນພາຍໃນເມືອງດາກຈຶງທີ່ນັບມື້ເປັນຂະບວນກວ້າງຂວາງ ແລະຟົດຟື້ນ. ປັດຈຸບັນມີປະຊາຊົນ 09 ບ້ານ, ຈໍານວນ 336 ຄອບຄົວ ທີ່ຖືເອົາການປູກໂສມເປັນສິນຄ້າເຊີ່ງມີເນື້ອທີ່ລວມກັນທັງໝົດ 288,5 ເຮັກຕາ;

ມາຮອດປັດຈຸບັນ, ໂສມທີ່ປູກຢູ່ເມືອງດາກຈຶງກໍ່ຄືແຂວງເຊກອງ ສາມາດສ້າງເປັນຫລາຍຜະລິດຕະພັນເພື່ອສົ່ງອອກເປັນຕົ້ນ: ເຫລົ້າໂສມ, ຊາໂສມ, ໂສມສະກັດ, ໂສມແຫ້ງ ແລະສະບູໂສມ;

ສະເພາະ ປີ 2022 ຜ່ານມາ, ສາມາດຈໍາໜ່າຍໂສມໄດ້ລວມກັນບໍ່ຫລຸດ 30 ຕື້ກີບ ໂດຍສະເລ່ຍໄດ້ປະມານ 90 ລ້ານກີບ ຕໍ່ຄອບຄົວຕໍ່ປີ ເຮັດໃຫ້ໂສມກາຍເປັນສິນຄ້າທີ່ສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະຄາດໝາຍການປູກພືດຊະນິດດັ່ງກ່າວຈະນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.