ບຸນຜີໂຂນເມືອງປາກລາຍປີນີ້ ຈັດຂຶ້ນຢ່າງຍິ່ງໃຫຍ່

ວັນທີ 5 ມີນາ 2023 ຜ່ານມາໄດ້ຈັດບຸນຜີໂຂນຂຶ້ນຢ່າງເປັນທາງການທີ່ເດີ່ນກິລາຂອງ ເມືອງປາກລາຍ ແຂວງໄຊຍະບູລີ, ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີນັກທ່ອງທ່ຽວພາຍໃນແຂວງ, ຕ່າງແຂວງ ແລະຕ່າງປະເທດ.

ໃນພິທີ, ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ໄດ້ກ່າວເປີດງານວ່າ: ການຈັດງານເທດສະການບຸນຜີໂຂນຂອງເມືອງປາກລາຍແມ່ນເປັນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງານຂອງຊາດ, ຂອງທ້ອງຖິ່ນກໍຄືຮີດ 12 ຄອງ 14 ປະເພນີລາວໃຫ້ຍືນຍົງໄປຊົ່ວລູກຊົ່ວຫຼານ, ອີກດ້ານໜຶ່ງກໍ່ເພື່ອເປັນການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດຂອງເມືອງຕາມຄຳຂວັນ“ ງາມເດ! ເມືອງປາກລາຍ ງາມຫຼາຍເຖື່ອນຖໍ້າ; ງາມນໍ້າປຸ້ນທີ່ເມືອງປາ; ບຸນອອກພັນສາມີແຂ່ງເຮືອຍາວສອງເພດ; ບຸນພະເຫວດມີແຫ່ຜີໂຂນ; ເດືອນຫົກເພັງຈູດບັ້ງໄຟໃຫຍ່; ໄປທາງນໍ້າທ່ອງທ່ຽວດອນຮອນ; ຢ້ອນຄືນມາທ່ຽວຊົມວັງຜາລຽບເດີນສົມທຽບປະຫວັດສາດເຮືອນເກົ່າບູຮານ”. ໃຫ້ໄດ້ຮັບການຍົກລະດັບ ແລະ ພັດທະນາໃນຕໍ່ໜ້າຂຶ້ນເລື້ອຍໆ.

ສໍາລັບບຸນຜີໂຂນປະຈໍາປີ 2023 ນີ້, ໄດຈັດຂຶ້ນໃນລະຫວ່າງວັນທີ 2-6 ມີນາ 2023 ນີ້, ໃນງານມີຫຼາຍກິດຈະກໍາເຊັ່ນ: ຕະຫຼາດນັດ, ທ່ຽວຊົມສິນຄ້າຜະລິດຕະພັນຂອງປະຊາຊົນຢູ່ແຕ່ລະເຂດບ້ານພັດທະນາ,ມີການແຂ່ງຂັນຊ່ວງເຮືອເພດຊາຍ 20 ສີພາຍ,ຕອນຄໍ່າວັນທີ 3 ແລະວັນທີ 5 ມີການປະກວດນາງທິດາພຣະເຫວດສັນດອນ, ເດີນແບບເດັກສະຫຼາດຄໍາຮູ້, ປະກວດສິລະປະວັນນະຄະດີ, ປະກວດນັກຮ້ອງສຽງດີ, ປະກວດບັ້ງໄຟດອກ ແລະຊົມການສະແດງ, ພິທີແຫ່ພຣະອຸປະຄຸດ ແລະປ່ອຍຜີໂຂນ.