ຈີນຕັ້ງເປົ້າໝາຍ ຈີດີພີ ປີ 2023 ຈະເຕີບໂຕ 5%

ກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ໄດ້ເປີດຂຶ້ນຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ.

ທ່ານ ຫຼີເຄິ້ສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານຂອງລັດຖະບານ ໂດຍກ່າວວ່າ: ໃນປີ 2022, ໂດຍປະເຊີນໜ້າກັບຄວາມກົດດັນໃໝ່ທີ່ເສດຖະກິດຈະເຕີບໂຕຊ້າລົງ, ຈີນໄດ້ນຳໃຊ້ເຄື່ອງມືນະໂຍບາຍທີ່ສະສົມໄວ້ໃນຊຸມປີທີ່ຜ່ານມາ, ປະຕິບັດນະໂຍບາຍ ແລະມາດຕະການທີ່ຕັ້ງໄວ້ນັ້ນລ່ວງໜ້າ, ເດັດດ່ຽວຊຸກຍູ້ການປະຕິຮູບໂຄງສ້າງດ້ານການສະໜອງ, ໂດຍໄດ້ວາງອອກ ແລະປະຕິບັດນະໂຍບາຍ ແລະມາດຕະການຕ່າງໆ ເພື່ອໃຫ້ເສດຖະກິດມີສະຖຽນລະພາບ ແລະຟື້ນຟູດີຂຶ້ນ.

ໃນປີ 2022, ໂຕເລກລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນໄດ້ເພີ່ມຂຶ້ນ 3%, ການປະກອບອາຊີບໃນຕົວເມືອງເພີ່ມຂຶ້ນ 12,06 ລ້ານຄົນ, ລາຄາຜູ້ຊົມໃຊ້ເພີ່ມຂຶ້ນ 2%. ໃນສະພາບແວດລ້ອມທີ່ສັບສົນ ແລະປ່ຽນແປງຫຼາຍ, ຈີນໄດ້ສຳເລັດໜ້າທີ່ເປົ້າໝາຍຕົ້ນຕໍດ້ານການພັດທະນາປະຈຳປີໂດຍພື້ນຖານ, ເສດຖະກິດຈີນໄດ້ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນ. ທ່ານ ຫຼີເຄິ້ສຽງ ກ່າວຕື່ມວ່າ: ເປົ້າໝາຍການເຕີບໂຕຂອງເສດຖະກິດຈີນໃນປີນີ້ແມ່ນໂຕເລກລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນປະມານ 5%.