ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 47 ຕື້ກວ່າກີບ

ປີ 2022 ຜ່ານມານີ້, ດ່ານພາສີ ສາກົນລະໄລ ແຂວງສາລະວັນ ສາມາດຈັດຕັ້ງປະຕິບັດຈັດເກັບລາຍຮັບໄດ້ທັງໝົດ 47 ຕື້ກວ່າກີບ ເທົ່າກັບ 124,99% ຂອງແຜນການປີ ທຽບໃສ່ໄລຍະຜ່ານມາເພີ່ມຂຶ້ນ 71,60% ຫຼື ປະມານ 27 ຕື້ກວ່າກີບ, ຍ້ອນຄວາມສູ້ຊົນພະຍາຍາມ, ເອົາໃຈໃສ່ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ, ຈັດເກັບລາຍຮັບພາສີ, ພັນທະອື່ນໆເຂົ້າງົບປະມານແຫ່ງລັດຕາມກົດໝາຍ, ລະບຽບການອື່ນໆ ມີຄວາມສອດຄ່ອງ, ຄົບຖ້ວນ ແລະທັນເວລາ.

ທ່ານ ສຸລັດ ອິນທະວົງ ຫົວໜ້າພາສີ ປະຈຳດ່ານສາກົນລະໄລ ໃຫ້ສຳພາດຕໍ່ສື່ມວນຊົນແຂວງໃນອາທິດຜ່ານມາ ໃຫ້ຮູ້ວ່າ: ຍ້ອນມີການຫັນປ່ຽນແບບແຜນການນຳພາ, ວິທີເຮັດວຽກຢ່າງຮັດກຸມ ແລະ ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ດ້ວຍການເຮັດໜ້າທີ່ໂຄສະນາເຜີຍແຜ່ລະບຽບຫຼັກການ, ປະຕິບັດກົດໝາຍ ແລະນິຕິກໍາອື່ນໆ ຢ່າງເຂັ້ມງວດ, ສ້າງກົນໄກການບໍລິການ,ອຳນວຍຄວາມສະດວກດ້ານພາສີ ແລະ ການຄ້າໃຫ້ແກ່ຜູ້ປະກອບການ, ຜູ້ໃຊ້ບໍລິການໄດ້ຢ່າງສະດວກ, ວ່ອງໄວ, ຖືກຕ້ອງ, ທັງໄດ້ເຂັ້ມງວດໃນການປະຕິບັດຕາມຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດແລະ ຕິດພັນກັບວາລະແຫ່ງຊາດເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ປະກົດຜົນເປັນຈິງ. ເຮັດໃຫ້ບັນຍາກາດການຂົນສົ່ງສິນຄ້າ ຜ່ານດ່ານສາກົນລະໄລ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆ. ໃນປີ 2022 ສາມາດເກັບລາຍຮັບໝົດປີໄດ້ 47.495.747.950 ກີບ ເທົ່າກັບ 124,99% ລື່ນແຜນການທີ່ວາງໄວ້ 24,99% ຕາມແຜນໂຕເລກທີ່ໄດ້ຮັບຮອງທັງໝົດ 38 ຕື້ກີບ. ໃນນັ້ນລາຍຮັບດ້ານພາສີ 17 ຕື້ກວ່າກີບ, ລາຍຮັບດ້ານອາກອນ 23 ຕື້ກວ່າກີບ, ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກສິນຄ້າປະເພດນໍ້າມັນເຊື້ອໄຟ, ຄ່າຊັກພິເສດ, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທຳນຽມ-ຄ່າບໍລິການ ແລະ ອື່ນໆ.

ທ່ານກ່າວຕື່ມອີກວ່າ: ເຖິງຈະໄດ້ຮັບຜົນສຳເລັດຫຼາຍດ້ານກໍຕາມແຕ່ກໍຍັງພົບສິ່ງທ້າທາຍຕ່າງໆ ອີກຫຼາຍດ້ານເປັນຕົ້ນ: ບັນຫາໄພທຳມະຊາດໄລຍະຝົນຕົກ 8 ເດືອນ ເຮັດໃຫ້ການບໍລິການຂົນສົ່ງສິນຄ້າ ພົບຄວາມຫຍຸ້ງຍາກ, ອຸປະກອນເຕັກນິກ, ເຄື່ອງມືຮັບໃຊ້ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການວຽກງານໄລຍະໃໝ່ ເຊັ່ນ: ສາງເກັບເຄື່ອງ,ເຄື່ອງສະແກນ,ຊິງສັ່ງນໍ້າໜັກທີ່ມີຄວາມຈຳເປັນກັບການບໍລິການ,ສຳລັບປີ 2023 ດ່ານພາສີສາກົນລະໄລມີແຜນຈັດເກັບລາຍຮັບແມ່ນໃຫ້ບັນລຸ 57 ຕື້ກີບ.
Cr: ໜັງສືພິມປະຊາຊົນ