ທ່ານ ນາງ ສັບພະສິນ ກ່າວວ່າການລົງມືເຮັດຄືຈຸດເລີ່ມຕົ້ນຄວາມສຳເລັດ

ທ່ານ ນາງ ສັບພະສິນ ພອນສະຫວັນ ຫຼາຍຄົນຮູ້ຈັກດີໃນວົງການທຸລະກິດໂດຍສະເພາະດ້ານອະສັງຫາຊຶ່ງເພິ່ນເປັນນັກທຸລະກິດລາວຍິງຍຸກໃໝ່ມີແນວຄິດການພັດທະນາໃນການດຳເນິນທຸລະກິດ ແລະເປັນຜູ້ຢູ່ເບື້ອງຫຼັງທຸລະກິດທີ່ປະສົບຜົນສຳເລັດຫຼາຍຢ່າງທີ່ເພິ່ນມີວິໄສ່ທັດທີ່ເພິ່ນມີອຸດົມການຄຳຂວັນປະຈຳຕົວໃນການເຮັດວຽກ “ຖ້າກິນບໍ່ໄດ້ກໍ່ໃຫ້ແລ່ນ, ຖ້າແລ່ນບໍ່ໄດ້ກໍ່ໃຫ້ຍ່າງ, ຖ້າຍ່າງບໍ່ໄດ້ກໍ່ໃຫ້ຄານ ເຮັດແນວໃດກໍ່ໄດ້ໃຫ້ເຄື່ອນໄປທາງໜ້າຈົນກວ່າຈະສຳເລັດ.

ທ່ານ ນາງ ສັບພະສິນ ພອນສະຫວັນ ອຳນວຍການ ບໍລິສັດ ຊັບສິນ ພຣັອບເພີຕີ້ ຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: ຜ່ານມາເຄີຍເປັນພະນັກງານເງິນເດືອນຢູ່ໂຄງການຊ່ວຍເຫຼືອຂອງຕ່າງປະເທດ, ອົງການຈັດຕັ້ງ ສາກົນ ແລະບໍລິສັດເອກະຊົນ ລວມປະສົບການເຮັດວຽກທີ່ເປັນພະນັກງານໄດ້ 10 ປີ, ຫລັງຈາກນັ້ນໄດ້ເຫັນໂອກາດໃນການເຮັດທຸລະກິດທີ່ດິນຈັດສັນ, ເຊິ່ງກໍ່ເປັນທຸລະກິດໃຫມ່ໃນໄລຍະນັ້ນ, ຈຶ່ງຕັດສິນໃຈນໍາເງິນເດືອນທີ່ທ້ອນໂຮມມາທົດລອງລົງທຶນຊື້ດິນມາຈັດສັນ ແລະແບ່ງຂາຍເປັນຕອນນ້ອຍ,ເຊິ່ງການຕອບຮັບຈາກລູກຄ້າຕອນນັ້ນກໍ່ດີພໍສົມຄວນຈຶ່ງເຮັດໃຫ້ຕັດສິນໃຈລາອອກຈາກວຽກປະຈຳ ມາເປີດບໍລິສັດຂອງຕົນເອງແລ້ວຫັນຕົວມາເປັນເຈົ້າຂອງທຸລະກິດ.

ປະຈຸບັນມີບໍລິສັດ ຊັບສິນ ພຣັອບເພີຕີ້ ຈໍາກັດຜູ້ດຽວ ແມ່ນເຮັດກ່ຽວກັບການພັດທະນາອະສັງຫາລິມະຊັບໂດຍສະເພາະແມ່ນພັດທະນາທີ່ດິນເພື່ອຈັດສັນໃຫ້ລູກຄ້າໄດ້ມີທີ່ດິນເປັນຂອງຕົນເອງຕາມກຳລັງ ແລະຄວາມສາມາດຊື້ຂອງລູກຄ້າ, ປະຈຸບັນບໍລິສັດພວກເຮົາໄດ້ຈັດສັນທີ່ດິນມາແລ້ວຫລາຍກວ່າ 2,000 ກວ່າຕອນ ເຊິ່ງເປົ້າຫມາຍ ພາລະກິດຂອງພວກເຮົາ ກໍ່ເພື່ອສ້າງ ແລະພັດທະນາທີ່ດິນ ເພື່ອໃຫ້ປະຊາຊົນລາວໄດ້ມີທີ່ຢູ່ອາໃສເປັນຂອງຕົນເອງໃຫ້ຫລາຍທີ່ສຸດ.

ເນື່ອງໃນໂອກາດວັນແມ່ຍິງທີ່ຈະມາຮອດນີ້ແມ່ນຂ້າພະເຈົ້າຕາງຫນ້າໃຫ້ພະນັກງານຊັບສິນ ພຣັອບເພີຕີ້ຫມົດທຸກຄົນຂໍອວຍໄຊໃຫ້ພອນແດ່ແມ່ຍິງລາວທົ່ວປະເທດຈົ່ງມີສຸຂະພາບເຂັ້ມແຂງປາສະຈາກໂຣກໄພໄຂ້ເຈັບ, ນໍາພາອົງກອນ ແລະທຸລະກິດຂອງຕົນເອງໃຫ້ຈະເລີນກ້າວໜ້າ ແລະສາມາດນຳພາທຸລະກິດກ້າວຂຶ້ນສູ່ເວທີສາກົນ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.