ກຳນົດປີ 2023-2024 ເປັນປີທ່ອງທ່ຽວລາວ

ລັດຖະບານປະກາດກໍາໜົດເອົາປີ 2023-2024 ເປັນປີການທ່ອງທ່ຽວລາວ ແລະກໍາລັງວາງແຜນເຊີງເລິກເພື່ອຕ້ອນຮັບນັກທ່ອງທ່ຽວຈາກທົ່ວລາວ ແລະທົ່ວໂລກ ເຂົ້າມາທ່ຽວ ສປປ ລາວ.

ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະທ່ອງທ່ຽວ ທ່ານ ຄົມ ດວງຈັນທາ ໄດ້ກ່າວວ່າ ຈະສົ່ງເສີມໃຫ້ປີ 2023-2024 ເປັນປີການທ່ອງທ່ຽວລາວເປັນທີ່ຮູ້ຈັກກ້ວາງຂວາງກ່ອນປີຜ່ານໆມາ ແລະຈະມີການປະກາດ ລາຍລະອຽດແຜນກິດຈະກໍາໄວໄວນີ້.

ແຜນປີການທ່ອງທ່ຽວລາວນີ້ໄດ້ຍົກສະເໜີຂຶ້ນໃນກອງປະຊຸມປະຈໍາເດືອນຂອງລັດຖະບານໃນວັນທີ 24 ກຸມພາທີ່ຜ່ານມາ.

ໃນໄລຍະຜ່ານມາ ໄດ້ມີການຈັດຕັ້ງ ປີການທ່ອງທ່ຽວລາວ 2 ຄັ້ງ, ປີການທ່ອງທ່ຽວລາວຈີນ 1 ຄັ້ງ ແລະລາວທ່ຽວລາວ 1 ຄັ້ງ ໂດຍສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວລາວເປັນຈໍານວນຫຼວງຫຼາຍໂດຍສະເພາະຈາກ ສປ ຈີນ.

ຄາດວ່າຈະມີນັກທ່ອງທ່ຽວຈີນເຂົ້າມາລາວໃນປີນີ້ 368.000 ຄົນ, ເພີ່ມຂຶ້ນຈາກເກົ່າ 21% ທຽບໃສ່ 2022. ກ່ອນການແຜ່ລະບາດໂຄວິດ, ມີນັກທ່ອງທ່ຽວຈີນ ມາທ່ຽວລາວ ໃນປີ 2019-2020 ທີ່ 1.022.727 ຄົນ. ສະເພາະ ປີ 2022, ເຖິງແມ່ນວ່າ ສປ ຈີນ ບໍ່ທັນເປີດປະເທດແຕ່ກໍ່ຍັງມີ ຄົນຈີນ 45.249 ຄົນ ເຂົ້າມາປະເທດລາວຈາກປະເທດທີ 3. ພາຍຫຼັງຈີນເປີດປະເທດ, ສປປ ລາວ ຍັງຕິດ 1 ໃນ 20 ປະເທດ ທີ່ກຣຸບທົວຈາກຈີນສາມາດເຂົ້າມາທ່ຽວໄດ້.

ສະເພາະປີ 2022, ມີນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເດີນທາງທ່ຽວລາວ ລວມ 1.68 ລ້ານຄົນ ສາມາດສ້າງລາຍຮັບໃຫ້ປະເທດໄດ້ 219 ລ້ານ ໂດລ້າສະຫະລັດ, ປະກອບມີນັກທ່ອງທ່ຽວຕ່າງປະເທດ 644.756 ຄົນ. ສະເພາະປີ 2023, ຄາດວ່າ ຈະສາມາດດຶງນັກທ່ອງທ່ຽວຕ່າງປະເທດມາທ່ຽວລາວໃຫ້ໄດ້ 1.4 ລ້ານຄົນ.