ງານບຸນຊ້າງ ແຂວງໄຊຍະບູລີ ຖືເປັນກິດຈະກຳຍອດນິຍົມສົ່ງເສີມການທ່ອງທ່ຽວ

ນັບແຕ່ ສປປ ລາວ ໄດ້ເປີດປະເທດຄືນໃໝ່ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງໄຊຍະບູ 597.000 ກວ່າຄົນ ສ້າງລາຍຮັບ 2.500.000 ກວ່າໂດລາສະຫະລັດ.

ໃນໂອກາດເຂົ້າຮ່ວມງານບຸນຊ້າງຄັ້ງທີ 16 ປະຈໍາປີ 2023, ທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງໄຊຍະບູລີໄດ້ໃຫ້ສຳພາດວ່າ: ການໂຄສະນາການທ່ອງທ່ຽວຜ່ານບຸນຊ້າງທີ່ໄຊຍະບູລີປີນີ້ໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ມາທ່ຽວແຂວງໄຊຍະບູລີນັບມື້ນັບຫຼາຍຂື້ນ, ທັງເປັນການສ້າງລາຍຮັບໃຫ້ແກ່ຫົວໜ່ວຍທຸລະກິດ ຜູ້ປະກອບການທາງດ້ານການທ່ອງທ່ຽວການບໍລິການຕະຫຼອດຮອດປະຊາຊົນບັນດາເຜົ່າຕື່ມອີກ. ຕີລາຄາໄດ້ວ່າງານບຸນຊ້າງແມ່ນກິດຈະກຳຍອດນິຍົມທີ່ນັກທ່ອງທ່ຽວມັກເຂົ້າຮວ່ມຊົມ ແລະກິດຈະກຳນີ້ໄດ້ກາຍເປັນການສົ່ງເສີມການທ່ອງທ່ຽວຂອງແຂວງໄຊຍະບູລີ.

ທ່ານກ່າວອີກວ່າ: ນອກຈາກການຈັດງານຕະຫຼາດນັດຕິດພັນກັບບຸນຊ້າງແລ້ວ, ເພື່ອການຟຶ້ນຟູ ແລະດຶງດູດໃຫ້ນັກທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ, ແຂວງໄຊຍະບູລີຍັງຈະມີການຈັດງານບຸນປະເພນີຂອງບັນດາ 11 ເມືອງ ໃຫ້ຕິດພັນກັບການທ່ອງທ່ຽວທີ່ໂດດເດັ່ນແມ່ນບຸນຊ່ວງເຮືອທີ່ເມືອງໄຊຍະບູລີ, ບຸນກອງເຂົ້າໃຫຍ່ເມືອງພຽງ, ບຸນບັ້ງໄຟເມືອງທົ່ງມີໄຊ, ບຸນຜີໂຂນເມືອງປາກລາຍເຊິ່ງຈະຈັດຂຶ້ນໃນຕົ້ນເດືອນມານີ 2023 ນີ້.

ນອກນັ້ນ, ແຂວງໄຊຍະບູລີຍັງໄດ້ກໍານົດເອົາແຫຼ່ງທ່ອງທ່ຽວທີ່ໂດດເດັ່ນເຊັ່ນ: ວັດສີບຸນເຮືອງບ້ານໃຫຍ່, ພະເຈົ້າໃຫຍ່ວັດພູທອກ, ສວນຫໍຫຼັກເມືອງ, ມີ 3 ສູນຊ້າງທີ່ຕິດພັນກັບງານບຸນຊ້າງປະຈໍາປີ 2023. ຕີລາຄາໄດ້ວ່າ: ບຸນຊ້າງປີນີ້ໄດ້ເປັນການເລີ່ມຕົ້ນທີ່ດີໃນການເປີດໂອກາດຟື້ນຟູທາງດ້ານການທ່ອງທ່ຽວຂອງແຂວງພາຍຫຼັງທີ່ໂຈະການທ່ອງທ່ຽວມາ 2 ປີກວ່າ.

ທ່ານ ນາງ ບົວຈັນ ພັນທະວົງ ກ່າວວ່າ: ມາຮອດປັດຈຸບັນ, ທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 149 ແຫ່ງ, ທໍາມະຊາດມີ 107 ແຫ່ງ, ປະຫວັດສາດ 11 ແຫ່ງ ແລະ ວັດທະນະທໍາມີ 31 ແຫ່ງ, ມີໂຮງແຮມ 7 ແຫ່ງ, ເຮືອນພັກ 192 ແຫ່ງ ແລະລີສອດ 6 ແຫ່ງ ສາມາດຮັບນັກທ່ອງທ່ຽວໄດ້ 5.000 ກວ່າຄົນຕໍ່ມື້. ສະເພາະ,ໃນປີ 2019 ມີນັກທ່ອງທ່ຽວເຂົ້າມາຜ່ານແຂວງໄຊຍະບູລີ 160. 000 ກວ່າຄົນ, ສ້າງລາຍຮັບໄດ້ 8.782.000 ກວ່າໂດລາ. ມາຮອດທ້າຍປີ 2022 ສປປ ລາວ ໄດ້ເປີດປະເທດຄືນໃໝ່ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງໄຊຍະບູ 597.000 ກວ່າຄົນ ສ້າງລາຍຮັບ 2.500.000 ກວ່າໂດລາ.