ສູນກາງ ອພສ ສະຫຼຸບການເຄື່ອນໄຫວວຽກງານປີ 2022

ໃນວັນທີ 16 ກຸມພາ 2022 ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນການເຄື່ອນໄຫວວຽກງານປີ 2022 ກໍຄື ການຈັດຕັ້ງປະຕິບັດໂຄງການເມດຕາທຳ ແລະສະເໜີແຜນການເຄື່ອນໄຫວວຽກງານປີ 2023 ຢູ່ຫໍທຳມະສະພາ ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍມີ ພຣະອາຈານໃຫຍ່ມະຫາເຫວດ ມະເສໄນ ຮອງປະທານສູນກາງ, ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ມີຮອງຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ພຣະອາຈານ ອະທິປະໄຕ ໄມຕີຈິດ ປະທານໂຄງການເມດຕາທຳໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 1 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນກິດຈະກຳທີ່ໄດ້ປະຕິບັດຕົວຈິງ ໃນໄລຍະຜ່ານມາ ເປັນຕົ້ນ ໄດ້ໂຄສະນາເຜີຍແຜ່ສຶກສາອົບຮົມ ຜົນຮ້າຍສິ່ງເສບຕິດ, ບົດບາດຜູ້ອາຍຸສູງ, ບົດບາດຍິງ-ຊາຍ, ສິດທິເດັກ ແລະ ຈະຣິຍະທຳ, ອາລົມຈິດ, ສະຕິປັນຍາການບໍລິການຊຸມຊົນແນໃສ່ການພັດທະນາຄົນໃຫ້ມີຄຸນນະທຳ ໂດຍຜ່ານກິດຈະກຳຕ່າງໆ ເຊັ່ນ: ກິດຈະກຳສອນທັກສະຊີວິດທາງພຸດທະສາສະໜາໃນໂຮງຮຽນ, ບຸນບັນພະຊາສາມະເນນ ແລະອົບຮົມສິລະທຳໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ, ກິດຈະກຳຮ່ວມກັບສະມາຄົມນ້າໃຈຊາວບ້ານ, ບັນຍາຍທຳຕາມສະຖານການສຶກສາຕາມການນິມົນ, ອອກບຸນນິທັດສະການ ແລະກິດຈະກຳອື່ນໆ.

ພ້ອມກັນນີ້, ພຣະອາຈານ ອະທິປະໄຕ ໄມຕີຈິດ ຍັງໄດ້ຍົກໃຫ້ເຫັນຄວາມເປັນມາຂອງໂຄງການເມດຕາທຳຊຶ່ງໂຄງການດັ່ງກ່າວ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ໂດຍການຊີ້ນຳຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະສູນກາງແນວລາວສ້າງຊາດ ເພື່ອສົ່ງເສີມບົດບາດພະສົງໃນການເຄື່ອນໄຫວວຽກງານຊ່ວຍເຫລືອຫຼຸດຜ່ອນການຈຳແນກລັງກຽດ ແລະໃຫ້ກຳລັງໃຈແກ່ຜູ້ຕິດເຊື້ອ ເຮສໄອວີ ແລະພະຍາດເອສ (HIV/AIDS).
ຂປລ. ພາບ-ຂ່າວ: ທະນູທອງ, ຂັນໄຊ