ເມືອງເຟືອງ ຄາດວ່ານັກທ່ອງທ່ຽວເພີ່ມຂຶ້ນຫຼາຍກວ່າ 100.000 ຄົນ ປີ 2023

ເມືອງເຟືອງ ແມ່ນໜຶ່ງທີ່ຂຶ້ນກັບແຂວງວຽງຈັນ, ມີປະຊາກອນປະມານ 50 ພັນກວ່າຄົນ ຫ່າງຈາກນະຄອນຫລວງວຽງຈັນ ປະມານ 100 ກິໂລແມັດ ຖ້າຂີ່ລົດເດິນທາງຜ່ານທາງດ່ວນວັງວຽງ-ວຽງຈັນຈະໃຊ້ເວລາພຽງ 1 ຊົ່ວໂມງເທົ່ານັ້ນ ຊຶ່ງເມືອງດັ່ງກ່າວຂຶ້ນຊື່ລືນາມວ່າ “ນໍ້າຄໍາ ພູເງິນ ແລະດິນທອງ” ໝາຍວ່າ: ຄວາມອຸດົມສົມບູນຂອງທໍາມະຊາດກໍໃຫ້ເກີດອູ່ເຂົ້າອູ່ປາ ແລະກາຍເປັນໄມ້ງັດເສດຖະກິດໃຫ້ເມືອງມີເສດຖະກິດເຂັ້ມແຂງບໍ່ເປັນສອງຮອງຈາກເມືອງອື່ນໆ ພາຍໃນແຂວງ ໂດຍສະເພາະສາຍນໍ້າລີກບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາສ້າງພະລັງງານໄຟຟ້າທີ່ສະອາດຫາກຍັງເປັນສາຍເລືອດໃຫຍ່ຂອງຊາວເມືອງເຟືອງທີ່ຫລໍ່ລ້ຽງຊີວິດເຂົາເຈົ້າມາແຕ່ບັນພະບູລຸດຄື: ສະໜອງນໍ້າກິນ ນໍ້າໃຊ້ໃຫ້ແກ່ການຜະລິດພືດພັນທັນຍາຫານເປັນສິນຄ້າ, ສັດລ້ຽງລວມທັງກໍໃຫ້ເກີດໜໍ່ແໜງຕໍ່ພາກອຸດສາຫະກໍາທ່ອງທ່ຽວພົ້ນເດັ່ນ ແລະໂດ່ງດັງອີກດ້ວຍ.

ທ່ານ ຄໍາເພັດ ຈັນສົມພູ ເຈົ້າເມືອງເຟືອງຢືນຢັນວ່າ: ການທ່ອງທ່ຽວແມ່ນໜຶ່ງໃນວຽກງານທີ່ເປັນບຸລິມະສິດສໍາຄັນທີ່ສຸດຂອງເມືອງເຮົາຕິດພັນກັບການປູກການລ້ຽງ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາ ແລະໃຫ້ປະຊາຊົນມີສ່ວນຮ່ວມ. ນັບແຕ່ລັດຖະບານປະກາດເປີດປະເທດໃນຕົ້ນປີ 2022 ມາເຖິງວັນທີ 24 ມັງກອນ 2023 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວເມືອງເຟືອງຫຼາຍກວ່າ 47.000 ຄົນ ແລະ ຄາດວ່ານັກທ່ອງທ່ຽວຈະສືບຕໍ່ເພີ່ມຂຶ້ນຫຼາຍກວ່າ 100.000 ກວ່າຄົນພາຍໃນປີ 2023 ນີ້. ໃນນັ້ນ, ນັກທ່ອງທ່ຽວຊາວໄທກວມອັດຕາຈ່ອງຫ້ອງນອນຫຼາຍກວ່າ 30%-40%, ສ່ວນທີ່ເຫຼືອແມ່ນຊາວລາວ, ຍີ່ປຸ່ນ, ເກົາຫຼີ, ເອີຣົບ, ອາເມລິກາ ແລະ ປະເທດອື່ນໆ.


ແຜນໃນອະນາຄົດຕໍ່ໜ້າຈະສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວໃໝ່ຫຼາຍແຫ່ງເປັນຕົ້ນ: ຖໍ້າຜາຫຼວງ, ນໍ້າສາງຜີບັງບົດ, ນໍ້າຕົກຕາດຫຼາຍແຫ່ງ, ສ້າງເຮືອນແພເຄື່ອນທີ່ຢູ່ລຸ່ມເຂື່ອນໄຟຟ້ານໍ້າລີກ, ສ້າງເສັ້ນທາງລຽບແຄມນໍ້າລີກທັງສອງເບື້ອງເພື່ອໃຫ້ທ່ອງທ່ຽວນັ່ງຫຼີ້ນ ແລະ ຍ່າງອອກກໍາລັງກາຍໃນບໍລິເວນໄກ້ເຮືອນແພແຄມນໍ້າ, ສ້າງຂົວຂ້າມນໍ້າລີກຈາກບ້ານເມືອງເຟືອງ ໄປຫາ ອີກຝັ່ງໜຶ່ງທີ່ມີ 4 ບ້ານເພື່ອເອື້ອຍອໍານວຍຄວາມສະດວກ ສະບາຍໃຫ້ປະຊາຊົນ, ນັກທ່ອງທ່ຽວໃນຍາມແລ້ງ ແລະ ຍາມຝົນ. ສໍາລັບໂຄງການກໍ່ສ້າງຂ້າມລີກຈະລົງມືພາຍໃນປີ 2023 ນີ້, ມີມູນຄ່າປະມານ 6 ຕື້ກວ່າກີບ.
ທີ່ມາ: ປະຊາຊົນ