ສາລະວັນ ເປີດແຫຼ່ງທ່ອງທ່ຽວແຫ່ງໃໝ່ ຕິດພັນກັບການປະກາດວັງສະຫງວນທ່ານໍ້າຊຽງຍືນ

ທ່ານໍ້າຊຽງຍືນ ເທສະບານເມືອງ ແລະແຂວງສາລະວັນ ໄດ້ເປີດເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຕິດພັນກັບການປະກາດເປັນວັງສະຫງວນຢ່າງເປັນທາງການເມື່ອວັນທີ 13 ກຸມພາ 2023, ທີ່ທ່ານໍ້າເຊໂດນຊຽງຍືນ ເມືອງ ແລະ ແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງ ທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ພຣະອາຈານ ສອນໄຊ ແກ້ວເມືອງໃຕ້ ເຈົ້າຄະນະ ອົງການພຸດທະສາດສະໜາສໍາພັນລາວ ແຂວງສາລະວັນ, ພຣະເຖລາ ນຸເຖຣະ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງພະແນກການ, ອົງການປົກຄອງເມືອງ, ອຳນາດການປົກຄອງບ້ານເຂົ້າຮ່ວມ.

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ໄດ້ກ່າວວ່າ: ທ່ານໍ້າເຊຊຽງຍືນແມ່ນມີປະຫວັດມາຈາກທ້າວຊຽງໝັ້ນ-ທ້າວຊຽງຍືນຊຶ່ງເປັນຜູ້ປົກຄອງນຳພາສ້າງຕັ້ງເມືອງສາລະວັນຈົນມາເຖິງເທົ່າທຸກວັນນີ້ ຕໍ່ມາໄດ້ປັບປຸງສ້າງຝາມໄຊຊ່ວງເຮືອ, ສ້າງກັນເຈື່ອນ ແລະ ໃນປະຈຸບັນນີ້ ໄດ້ພັດທະນາເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ເປັນບ່ອນພັກຜ່ອນຢ່ອນໃຈຂອງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດໄດ້ເຂົ້າມາທ່ອງທ່ຽວ, ຊົມໃຊ້ຜົນຜະລິດກະສິກຳຂອງປະຊາຊົນ, ນັບແຕ່ໄດ້ເປີດທົດລອງແຫຼ່ງທ່ອງທ່ຽວ ແຕ່ຕົ້ນເດືອນກຸມພາປີ 2023 ມານີ້ມີນັກທ່ອງທ່ຽວມາໃຊ້ບໍລິການຫຼາຍກວ່າ 1.000 ຄົນ, ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ຢູ່ໃກ້ກັບເທສະບານເມືອງສາລະວັນ ສະດວກສະບາຍໃນການໄປມາ ເຊິ່ງຍາມເຊົ້າກໍ່ຈະມີພົນລະເມືອງມາອອກກຳລັງກາຍ, ຊົມສວນຜັກຜົນລະປູກແຄມເຊ, ຂີ່ເຮືອ, ຫຼີ້ນນ້ຳ ເພື່ອພັກຜ່ອນຢ່ອນໃຈ ເຮັດໃຫ້ເກີດມີການໝູນວຽນຂອງເສດຖະກິດຫຼາຍສົມຄວນ. ນອກນັ້ນ ໃນພິທີກໍ່ໄດ້ຜ່ານກົດລະບຽບວ່າດ້ວຍການຄຸ້ມຄອງເຂດອານຸລັກ, ວັງສະຫງວນ (ທ່ານໍ້າປະປາ) ທີ່ມີຂອບເຂດຕິດຈອດກັບ 4 ບ້ານເທສະບານຄື: ບ້ານນາກົກ, ນາເຫຼັກ, ເຕົາປູນ ແລະບ້ານວັດກາງ.

ພ້ອມນັ້ນກໍ່ໄດ້ລັ່ນຄ້ອງ 9 ບາດ ເພື່ອເປີດແຫຼ່ງທ່ອງທ່ຽວແຫ່ງໃໝ່ຕິດພັນກັບການປະກາດວັງສະຫງວນທ່ານໍ້າຊຽງຍືນຢ່າງເປັນທາງການ ແລະ ປ່ອຍປາໃນວັງສະຫງວນທ່າຊຽງຍືນ ຈຳນວນ 5000 ໂຕ. ສຳລັບກິດຈະກຳທີ່ໃຫ້ບໍລິການໃນແຫຼງທ່ອງທ່ຽວໃໝ່ນີ້ມີອາຫານຕາມສັ່ງ, ຂີ່ກົງເບັງ, ຂີ່ເຮືອ ແລະມີກິດຈຳກຳອື່ນໆ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.