ກົມກົງສຸນ ກະຊວງການຕ່າງປະເທດຖະແຫຼງຂ່າວ ຊີ້ແຈ້ງກ່ຽວກັບປະກົດການນາຍໜ້າແລ່ນເຮັດໜັງສືຜ່ານແດນ

ວັນທີ 13 ກຸມພາ 2023 ຜ່ານມາ, ທ່ານ ອຳໄພວັນ ຈັນທະວົງ ຫົວຫນ້າພະແນກ, ກົມກົງສຸນກະຊວງການຕ່າງປະເທດ ໄດ້ຖະແຫລງຂ່າວ ເພື່ອຊີ້ແຈງ,ອະທິບາຍເຖິງສະພາບການຕົວຈິງ ໃນການອອກໜັງສືຜານແດນ ໃຫ້ພົນລະເມືອງລາວ ໃນປັດຈຸບັນ, ລວມທັງປະກົດການຫຍໍ້ທໍ້ຕ່າງໆ ທີ່ອອກຢູ່ຕາມສື່ອອນລາຍ ( ໜັງສືພິມລາວພັດທະນາ ແລະໂທລະພາບລາວສະຕາ ) ໃນວັນທີ 10 ແລະ 12 ກຸມພາ 2023 ກ່ຽວກັບປະກົດການນາຍໜ້າແລ່ນເຮັດໜັງສືຜ່ານແດນ.

ຕໍ່ກັບຂ່າວທີ່ສື່ສັງຄົມອອນລາຍອອກຂ່າວດັ່ງກ່າວນັ້ນ, ກົມກົງສຸນຂໍຢືນຢັນວ່າຂໍ້ມູນຕາມຂ່າວດັ່ງກ່າວແມ່ນຂັດກັບນະໂຍບາຍ ແລະລະບຽບຫລັກການຂອງກົມກົງສຸນໃນການດຳເນີນການອອກໜັງສືຜ່ານແດນໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ພວກເຮົາໃຫ້ຄວາມສຳຄັນຕໍ່ກັບຂໍ້ມູນດັ່ງກ່າວ ແລະຈະມີການກວດກາຢ່າງລະອຽດຮອບດ້ານ, ຖ້າພົບເຫັນວ່າ ພະນັກງານກົມກົງສຸນ ມີສ່ວນພົວພັນກັບ ນາຍໜ້າໃນການຮຽກເກັບເງິນນຳ ປະຊາຊົນທີ່ເຂົ້າມາໃຊ້ບໍລິການຂໍເຮັດໜັງສືຜ່ານແດນເກີນອັດຕາທີ່ລັດຖະບານກຳນົດໃນລາຄາ 400.000 ກີບຕໍ່ເຫລັ້ມ ແມ່ນຈະດຳເນີນມາດຕະການຢ່າງເດັດຂາດ ແລະ ປະຕິບັດວິໄນຕໍ່ພະນັກງານຜູ້ທີ່ກະທຳຜິດຕາມລະບຽບ ກົດໝາຍ. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຫາກພົບເຫັນການເຄື່ອນໄຫວ ຫລືມີຂໍ້ມູນທີ່ພົວພັນກັບການກະທຳທີ່ຜິດລະບຽບກົດໝາຍ ຄືດັ່ງທີ່ສື່ຕ່າງໆໄດ້ເຜີຍແຜ່ອອກໄປນັ້ນຂໍໃຫ້ສະໜອງຂໍ້ມູນລະອຽດໃຫ້ແກ່ກົມກົງສຸນ ກະຊວງການຕ່າງປະເທດດ້ວຍເພື່ອຈະໄດ້ດຳເນີນມາດຕະການປ້ອງກັນ ແລະແກ້ໄຂຕາມລະບຽບກົດໝາຍໂດຍດ່ວນ.

ທ່ານ ອຳໄພວັນ ຈັນທະວົງ ກ່າວວ່າ: ມາເຖິງປັດຈຸບັນ,ຄວາມຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາຍັງສືບຕໍ່ມີຈໍານວນຫລວງຫລາຍຊຶ່ງມີປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ ຂອງ ລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່ໃນປະຈຸບັນ. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນ ຕ້ອງໄດ້ໃຊ້ເວລາດົນ, ບໍ່ຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາທ່ານ, ການສຳພາດເກັບກຳຂໍ້ ມູນ ກໍບໍ່ສາມາດເຮັດໄດ້ກັບມື້ ຈຶ່ງໄດ້ເລື່ອນມື້ນັດເຂົ້າມາສຳພາດອອກໄປ ຊຶ່ງປັດຈຸບັນ ການນັດເຂົ້າມາສຳພາດແມ່ນ ຮອດວັນທີ 28 ກຸມພາ 2023 ແລ້ວ. ໃນສະພາບປົກກະຕິ ຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ປັດຈຸບັນ ຢູ່ກົມກົງສຸນ ກໍໄດ້ລະດົມພະນັກງານ ສືບຕໍ່ປະຕິ ບັດໜ້າທີ່ເກີນໂມງລັດຖະການ ແຕ່ລະມື້ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນ ໃຫ້ໄດ້ຫລາຍກວ່າ 500 ຄົນ/ມື້ (ຖ້າລວມ 6 ສູນຮັບຄຳຮ້ອງທົ່ວປະເທດ ຈະມີ 1.700-1.800 ຄົນ/ມື້). ເຖິງແມ່ນວ່າຈະຮັບສຳພາດໄດ້ເປັນ ຈຳນວນຫລວງຫລາຍ ແຕ່ການດຳເນີນການອອກໜັງສືຜ່ານແດນຂອງພວກເຮົາປົກກະຕິ ແມ່ນໄດ້ພຽງແຕ່ 800-900 ເຫລັ້ມຕໍ່ມື້. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໜ່ວຍຈັດພິມໜັງສືຜ່ານແດນ ໄດ້ເຮັດວຽກນອກໂມງຈົນຮອດ 21:00 ໂມງ ໃນແຕ່ລະມື້, ລວມທັງວັນເສົາ ແລະວັນອາທິດ. ແຕ່ກໍສາມາດແກ້ ໄຂໄດ້ພຽງແຕ່ 1.200-1.300 ເຫລັ້ມຕໍ່ມື້ເທົ່ານັ້ນ.

ນອກນີ້, ເຄື່ອງຈັກ ແລະອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນທີ່ມີຢູ່ຈຳນວນໜຶ່ງກໍເປ່ເພ, ປັດຈຸບັນ, ກຳລັງສ້ອມແປງ ແລະຕິດຕັ້ງໃໝ່ເພື່ອໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການອອກໜັງສືຜ່ານແດນໃຫ້ແກ່ປະຊາຊົນ. ສາເຫດທີ່ມີຈຳນວນຫລາຍແມ່ນຍ້ອນແຮງງານທີ່ຕ້ອງການກັບໄປອອກແຮງງານຢູ່ຕ່າງປະເທດ ທີ່ກັບມາໃນໄລຍະການແພ່ລະບາດຂອງພະຍາດ ໂຄວິດ-19 ນັ້ນ ຍັງມີຈຳນວນຫລາຍທີ່ມາຂໍເຮັດໜັງສືຜ່ານແດນໃນແຕ່ລະມື້, ຊຶ່ງຄາດວ່າຍັງຈະໃຊ້ເວລາອີກໄລຍະໜຶ່ງ ສະພາບການຂໍນຳໃຊ້ໜັງສືຜ່ານແດນຈຶ່ງຈະກັບສູ່ສະພາບປົກກະຕິ.

ໃນຕອນທ້າຍທ່ານ ອຳໄພວັນ ຈັນທະວົງ ໄດ້ແຈ້ງວ່າ: ກົມກົງສຸນ ຈະເລີ່ມທົດລອງນຳໃຊ້ລະບົບຄິວຈອງມື້ນັດສຳພາດອອນລາຍ ເລີ່ມວັນທີ 20 ກຸມພາ 2023 ນີ້ເປັນຕົ້ນໄປ.