ປະກາດເລື່ອນຊັ້ນພິເສດ ແລະມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ນາຍຕໍາຫຼວດທີ່ມີຜົນງານສູ້ຮົບ

ວັນທີ 13 ກຸມພາ 2023 ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກຮອງລັດຖະມົນຕີກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະໄດ້ລົງຢ້ຽມຢາມຕິດຕາມອາການນາຍຕໍາຫຼວດທີ່ໄດ້ຮັບບາດເຈັບໃນຂະນະປະຕິບັດໜ້າທີ່ສະກັດກັ້ນຄົນຮ້າຍກໍ່ເຫດອາລະວາດຢູ່ ເມືອງນານ ແຂວງຫຼວງພະບາງ ແລະໄດ້ມາປິ່ນປົວຢູ່ນະຄອນຫຼວງວຽງຈັນ ພ້ອມທັງປະກາດເລື່ອນຊັ້ນພິເສດ ແລະມອບຫຼຽນໄຊພິລະອາດຫານ ໃຫ້ນາຍຕຳຫຼວດທັງສອງສະຫາຍ.

ໂອກາດດັ່ງກ່າວ, ຄະນະຮັບຜີດຊອບ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນພິເສດໃຫ້ນາຍຕໍາຫຼວດທີ່ມີຜົນງານໃນການເຮັດໜ້າທີ່ສູ້ຮົບຢູ່ກອງບັນຊາການ ປກສ ຫຼວງພະບາງ; ໃນນີ້ ເລື່ອນຊັ້ນ ຮທ ຂຶ້ນເປັນຊັ້ນ ຮອ ໃຫ້ສະຫາຍ ພົມມາລາ ວິມະຈິດຕະພົງ ພະນັກງານພະແນກການເມືອງ ປກສ ເມືອງນານ,ເລື່ອນຊັ້ນ ຮຕ ຂຶ້ນຊັ້ນ ຮທ ໃຫ້ສະຫາຍ ສົມໃຈ ແກ້ວມະນີຄະ ພະນັກງານກຸ່ມທົ່ງຈະເລີນ ປກສ ເມືອງນານ. ພ້ອມນີ້ຍັງໄດ້ຜ່ານຂໍຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ທັງສອງສະຫາຍ.

ພົຕ ວັນທອງ ກອງມະນີ ໄດ້ຕ່າງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບລົງມາຢ້ຽມຢາມຖາມຂ່າວຕໍ່ນາຍຕຳຫຼວດທັງສອງສະຫາຍທີ່ກຳລັງປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ; ພ້ອມທັງກ່າວວ່າ: ການເລື່ອນຊັ້ນພິເສດ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ທັງສອງສະຫາຍ ເປັນການປະຕິບັດນະໂຍບາຍຢ່າງຖືກຕ້ອງຕໍ່ນາຍຕຳຫຼວດ ທີ່ມີຜົນງານດີເດັ່ນພິເສດເຮັດໜ້າທີ່ສູ້ຮົບ, ຮັບໃຊ້ການສູ້ຮົບຢ່າງພິລະອາດຫານ,ທັງເປັນການເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ທັງນີ້, ກໍເພື່ອເປັນການຍໍຍ້ອງສັນລະເສີນຜົນງານຄຸນງາມຄວາມດີໃຫ້ນາຍຕຳຫຼວດກະຊວງປ້ອງກັນຄວາມສະຫງົບທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ແກ້ໄຂເຫດການກໍ່ຄວາມບໍ່ສະຫງົບຢູ່ເມືອງນານແຂວງຫຼວງພະບາງ ໃນຄັ້ງວັນທີ 6 ກຸມພາ 2023; ເຊິ່ງຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອປົກປັກຮັກສາ ແລະພັດທະນາປະເທດຊາດ.
Cr: ໜັງສືພິມຄວາມສະຫງົບ