ພູເບ້ຍມາຍນິງ! ຢືນຢັນມີແຮ່ພຽງພໍ ແລະຍືດເວລາ ການປິດບໍ່ແຮ່ ໄປເຖິງປີ 2030

ບໍລິສັດ ພູເບ້ຍ ມາຍນິງ ເລັ່ງດໍາເນີນການຂຸດເຈາະ, ຄົ້ນຄວ້າ-ວິໄຈຕາມສາຍແຮ່ ໃນເຂດບໍ່ຂະຫຍາຍພື້ນທີ່ສໍາປະທານໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ; ຊຶ່ງພົບແຮ່ທີ່ມີຄຸນນະພາບ ແລະປະລິມານຫຼາຍສົມຄວນເພື່ອນໍາມາປ້ອນໂຮງງານໂດຍຄາດວ່າຈະມີແຮ່ພຽງພໍ ແລະສາມາດຍືດເວລາການປິດບໍ່ໄປເຖິງປີ 2030.

 ທ່ານ Timothy Popham, ຜູ້ຈັດການຝ່າຍພັດທະນາຊັບພະຍາກອນບໍ່ແຮ່ ບໍລິສັດ ພູເບ້ຍ ມາຍນິງ ກ່າວໃນໂອກາດທີ່ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ ວ່າ:ບໍ່ຂະຫຍາຍໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສຳຫຼວດເມື່ອ 3 ປີຜ່ານມາ ແລະ ປີ 2022 ມາເຖິງປັດຈຸບັນ ໄດ້ເລີ່ມເບີກໜ້າດິນ, ຂຸດເຈາະ ຢູ່ 2 ບ່ອນ ຄື: ຢູ່ບ້ານພູເງິນ ແລະ ບ້ານຜາແຍງ ເພື່ອຄົ້ນຄວ້າ-ວິໄຈຕາມສາຍແຮ່ ທີ່ຢູ່ໃນເຂດສຳປະທານຂອງໂຄງການ, ການສຳຫຼວດດັ່ງກ່າວແມ່ນໃຊ້ຮູບແບບຮູເຈາະ.

 ປັດຈຸບັນມີ 180 ຮູເຈາະສໍາຫຼວດ, ບາງຮູເຈາະມີລະດັບຄວາມເລິກ 500 ແມັດ ເຊິ່ງພົບເຫັນແຮ່ທີ່ມີຄຸນນະພາບຄວາມເຂັ້ມດີສົມຄວນອັນເປັນພື້ນຖານໃນການຂຸດເຈາະ-ວິໄຈໃນເຂດສໍາປະທານຂອງໂຄງການໃນຕໍ່ໜ້າ.

ດ້ານທ່ານ David Reid, ຜູ້ຈັດການໃຫຍ່ຝ່າຍດຳເນີນງານ ກ່າວວ່າ: ການຂຸດຄົ້ນບໍ່ຂະຫຍາຍນີ້ມີຄວາມກວ້າງປະມານ 8 ກິໂລຕາແມັດ. ປັດຈຸບັນກຳ,ລັງກະກຽມພື້ນຖານໂຄງລ່າງລວມທັງບົດວິພາກຕ່າງໆ ເພື່ອກະກຽມຄວາມພ້ອມຮອບດ້ານຮອງຮັບການຂຸດຄົ້ນແຮ່ສົ່ງໄປທີ່ໂຮງບົດຢູ່ໂຮງງານບ້ານຫ້ວຍຊາຍ ໃນທ້າຍປີ 2024 ເພື່ອກ້າວເຂົ້າສູ່ຂະບວນການຜະລິດໂດຍຄາດວ່າຈະມີແຮ່ພຽງພໍ ແລະສາມາດຍືດເວລາການປິດບໍ່ໄປເຖິງປີ 2030.
ທີ່ມາ: ນສພ ວຽງຈັນໃໝ່