ລາວມອບຫຼຽນກາມິດຕະພາບ ໃຫ້ອະດີດຫ້ອງການພົວພັນຕ່າງປະເທດແຂວງຢຸນນານ

 ໃນວັນທີ 2 ເມສາ 2019 ທີ່ກະຊວງການຕ່າງປະເທດໄດ້ມີພິທີປະດັບຫຼຽນກາມິດຕະພາບໃຫ້ແກ່ສະຫາຍ ນາງ ໂຈ ຫົງ ອະດີດຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ,ປະທານສະມາຄົມມິດຕະພາບສາກົນແຂວງຢຸນນານ, ສປ ຈີນ ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານໃນການຊຸກຍູ້ສົ່ງເສີມສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ. ຕາງໜ້າລັດຖະບານລາວປະດັບຫຼຽນກາມິດຕະພາບໃນຄັ້ງນີ້ໂດຍແມ່ນສະຫາຍ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະມີພະນັກງານຂັ້ນສູງຈາກບັນດາກະຊວງຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

  ໃນໂອກາດດັ່ງກ່າວ ສະຫາຍຮອງລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງສະຫາຍ ນາງ ໂຈ ຫົງ ຊຶ່ງໄດ້ປະກອບສ່ວນອັນສຳຄັນໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເວົ້າລວມ, ເວົ້າສະເພາະ ສປປ ລາວ ແລະແຂວງຢຸນນານໃຫ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ອັນພົ້ນເດັ່ນແມ່ນການຕ້ອນຮັບ ແລະອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຂັ້ນສູງທັງສາຍພັກ ແລະສາຍລັດນັບແຕ່ສູນກາງຈົນຮອດທ້ອງຖິ່ນຂອງລາວທີ່ໄດ້ເດີນທາງຜ່ານ ແລະ ເຄື່ອນໄຫວຢ້ຽມຢາມຢູ່ແຂວງຢຸນນານ ດ້ວຍຄວາມເອົາໃຈໃສ່. ໃນປີ 2013 ທີ່ຜ່ານມາໃນໂອກາດທີ່ສະຫາຍ ນາງ ໂຈ ຫົງ ກໍໄດ້ດໍາລົງຕໍາແໜ່ງເປັນຫົວໜ້າຫ້ອງການຕ່າງປະເທດແຂວງຢຸນນານ, ອັນສຳຄັນທີ່ພົ້ນເດັ່ນຜູ້ກ່ຽວໄດ້ມີສ່ວນຮ່ວມໃນການປະກອບສ່ວນຊຸກຍູ້ສົ່ງເສີມການພົວພັນລະຫວ່າງແຂວງຢຸນນານ ແລະ 9 ແຂວງພາກເໜືອຂອງລາວໃຫ້ໄດ້ຮັບກາຍເສີມຂະຫຍາຍການຮ່ວມມືໃນຫຼາຍໆດ້ານເຊັ່ນ: ດ້ານການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ແລະ ອື່ນໆເປັນຕົ້ນ. ພາຍຫຼັງທີ່ສະຫາຍໄດ້ຍ້າຍມາດໍາລົງຕໍາແຫນ່ງເປັນປະທານສະມາຄົມມິດຕະພາບສາກົນແຂວງຢຸນນານກໍ່ຍັງໄດ້ສືບຕໍ່ຊຸກຍູ້ບັນດາໂຄງ  ການຊ່ວຍເຫຼືອຕ່າງໆໂດຍສະເພາະແມ່ນໂຄງການຜ່າຕັດຕາເຂົ້າເຝື້ອຢູ່ແຂວງຫຼວງພະບາງຊຶ່ງໂຄງການດັ່ງກ່າວແມ່ນໄດ້ເລີ່ມປະຕິບັດໃນປີ 2016 ແລະອື່ນໆ ອີກຫຼາຍໂຄງການຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານແຫ່ງ ສປປ ລາວ ຈິ່ງຕົກລົງຍ້ອງຍໍປະດັບຫຼຽນກາມິດຕະພາບເພື່ອເປັນການຈາ ລຶກຜົນງານໃນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການພົວພັນລະຫວ່າງ ສປປ ລາວ ແລະ ສປ ຈີນ.

  ໂອກາດດຽວກັນສະຫາຍ ນາງ ໂຈ ຫົງ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຂອງລັດຖະບານລາວຕະຫຼອດໄລຍະການປະຕິບັດໜ້າທີ່ ຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ຊຸກຍູ້ໃຫ້ມີການຊ່ວຍເຫຼືອ ແລະ ສະໜັບສະໜູນຮ່ວມມືຂອງ ສປ ຈີນ ເວົ້າລວມ, ເວົ້າສະເພາະແຂວງຢຸນນານ ແລະ ສປປ ລາວ ໃນຕໍ່ໜ້າ.

ຂ່າວ: ນສພ ເສດຖະກິດ-ເສດຖະກິດ