ພະແນກອຸດສະຫະກໍາ ແລະການຄ້າແຂວງອັດຕະປື ຖືເອົາການຄຸ້ມຄອງລາຄາສິນຄ້າເປັນວຽກແຖວໜ້າ.

ໃນວາລະຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະ ຊາຊົນແຂວງ ຊຸດທີ II ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າ ແຂວງອັດຕະປື ໄດ້ລາຍງານເມື່ອວັນທີ 8 ກຸມພາ 2023 ຕໍ່ກອງປະຊຸມວ່າ: ໃນໄລຍະ 1 ປີ ຜ່ານມາທາງພະແນກອຸດສະຫະກໍາ ແລະການຄ້າແຂວງ ໄດ້ຖືເອົາວຽກງານຄຸ້ມຄອງລາຄາເປັນວຽກງານສຳຄັນແຖວໜ້າໃນການຄຸ້ມຄອງລາຄາສີນຄ້າໃນທ້ອງຕະຫຼາດເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບເພື່ອໃຫ້ຜູ້ຊົມໃຊ້ສາມາດເລືອກຊື້ສີນຄ້າ ແລະ ບໍລິການ ໃນລາຄາທີ່ເປັນທຳ, ຊຶ່ງເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງຕິດຕາມ,ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ທີ່ກະທົບໄວຕໍ່ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ຕາມທ້ອງຕະຫຼາດເປັນປົກກະຕິ ໂດຍສະເພາະແມ່ນສິນຄ້າ ທີ່ນອນໃນບັນຊີຄວບຄຸມຂອງຂະແໝງການອຸດສາຫະກຳ ແລະການຄ້າບັນຊີ ກໍ, ມີ 8 ປະເພດ,ມີ 23 ລາຍການ ຄື: ນໍ້າມັນເຊື້ອໄຟ,ເຂົ້າ,ຊີ້ນ,ປາ,ໄກ່,ເຫຼັກເສັ້ນ,ຊິມັງ,ອາຍແກັດຫຸງຕົ້ມ ແລະລາຍການສີນຄ້າທີ່ຕ້ອງຕິດຕາມການເໜັງຕິງບັນຊີ ຂໍໍ,ລວມມີ 199 ລາຍການ,ການລົງຕິດຕາມກວດກາແມ່ນໄດ້ມີການຈັດຕັ້ງປະຕິບັດເປັນປົກກະຕິອາທິດລະ 1-2 ຄັ້ງ.

ໂອກາດນີ້ ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະ ແນກອຸດສະຫະກໍາ ແລະ ການຄ້າ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ນັບແຕ່ທ້າຍເດືອນ 2 ກຸມພາ ປີ 2022 ມາ ຮອດປະຈຸບັນນີ້ ເຫັນວ່າການຄຸ້ມຄອງລາຄາສິນຄ້າປະເພດ ເຂົ້າ,ຊີ້ນ,ປາ,ພືດຜັກ ແລະ ສີນຄ້າອຸປະໂພກ-ບໍລິໂພກ ແລະ ອື່ນໆ ໃນທ້ອງຕະຫຼາດຂອງແຂວງ ແມ່ນມີການເໜັງຕີງ ແລະ ມີທ່າອ່ຽງເພີ່ມຂື້ນ, ເນື່ອງຈາກວ່າການຜະລິດຢູ່ພາຍໃນບໍ່ສາມາດຕອບສະໜອງກັບຄວາມຕ້ອງ ການ ໂດຍສະເພາະສີນຄ້າປະເພດ ບໍລິ ໂພກ ບາງສີນຄາ ສ່ວນໃຫຍ່ແມ່ນນຳເຂົ້າມາຈາກຕ່າງແຂວງ ແລະ ຕ່າງປະ ເທດ,ລາຄານໍ້າມັນມີການປັບຕົວເພີ່ມສູງຂື້ນ,ເງີນກີບອ່ອນຄ່າ, ປະກອບກັບສະພາບໄຟເງີນເຟີ້ ປັບຕົວສູງຂື້ນ ກໍ່ເປັນສາຍເຫດອັນດັບຕົ້ນໆ ທີ່ເຮັດໃຫ້ລາຄາສີນຄ້າມີການປັບຕົວສູງຂື້ນ .ແຕ່ເຖິງຢ່າງໃດກໍ່ຕາມຕໍ່ໜ້ານີ້ທາງພະແນກອຸດສະຫະກໍາ ແລະ ການຄ້າແຂວງ ຈະສືບຕໍ່ລົງຕິດຕາມ,ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ທີ່ກະທົບໄວ ຕໍ່ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນຕາມທ້ອງຕະຫຼາດເປັນປົກກະຕິໂດຍສະເພາະແມ່ນສິນຄ້າປະເພດ ເຂົ້າ,ຊີ້ນ,ປາ,ພືດຜັກ ແລະ ອື່ນໆ ໃຫ້ໄດ້ອາທິດລະ 1-2 ຄັ້ງ,ສືບຕໍ່ລົງເຄື່ອນໄຫວໂຄສະນາເຜີຍແຜ່ບັນດານິຕິກໍາ ແລະ ລະບຽບການ,ດໍາລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ການຈໍລະຈອນສິນຄ້າພາຍໃນ,ໂດຍຕິດພັນກັບການບໍລິການຊື້-ຂາຍ ຕາມທ້ອງຕະຫຼາດໃຫ້ຜູ້ປະກອບການ,ນັກທຸລະກິດ, ແມ່ຄ້າຊາວຂາຍ ແລະພໍແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະກ້ວາງຂວາງ,ສືບຕໍ່ຕິດຕາມກວດກາຄືນເລື່ອງການສົ່ງອອກສັດ ປະເພດ: ງົວ,ຄວາຍ ເນື່ອງຈາກວ່າລາຄາສີນຄ້າໃນປະຈຸບັນແມ່ນສູງຂື້ນສາຍເຫດໜື່ງຍ້ອນມີການຊື້-ຂາຍ ປະເພດ: ງົວ, ຄວາຍ ໄປຕ່າງແຂວງເຊິ່ງມັກມີພໍ່ຄ້າມືກາງຈາກຕ່າງແຂວງຈຳນວນໜື່ງມາເກັງກຳໄລ,ສືບຕໍ່ເຮັດໂຄງປະກອບລາຄາສີນຄ້າ ທີ່ນອນໃນບັນຊີຄວບຄຸມ 8 ປະເພດ ແລະ 23 ລາຍການ,ພ້ອມນັ້ນ ຍັງມີແຜນສ້າງຮ້ານຂາຍຊີ້ນໝູຕົວແບບ,ຊີ້ນໝູສະອາດຖືກຕ້ອງຕາມລາຄາຊີ້ນຳ, ຖືກຕາຊິງ ຢູ່ 3 ຕະຫຼາດ, ຂອງ 2 ຕົວເມືອງ ຄື: ເມືອງສາມັກຄີໄຊ ແລະເມືອງໄຊເສດຖາ.
ຂ່າວ: ວັດທະນາ