ສະຫວັນ ແລະອຸດົມໄຊ ແລກປ່ຽນການພັດທະນາຮ່ວມກັນ

  ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງຄະນະການນຳຂອງແຂວງສະຫວັນນະເຂດ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກເລຂາພັກແຂວງເຈົ້າ ແຂວງສະຫວັນນະເຂດ ແລະທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກເລຂາພັກແຂວງເຈົ້າ ແຂວງອຸດົມໄຊ.

  ໃນວາລະປະຊຸມ, ທ່ານເຈົ້າ ແຂວງສະຫວັນນະເຂດໄດ້ລາຍງານທີ່ຕັ້ງ ແລະສະພາບການພັດທະນາເສດຖະກິດ-ສັງຄົມຂອງ ແຂວງສະຫວັນນະເຂດ ໂດຍຫຍໍ້ ໃຫ້ກັບຄະນະການນຳຈາກແຂວງອຸດົມໄຊໄດ້ຮັບຊາບໃນນີ້ແມ່ນເວົ້າເຖິງສະພາບການລົງທຶນໃນເຂດເສດຖະກິດພິເສດສະຫວັນ-ເຊໂນ, ການປູກພືດກະສິກຳທີ່ສົ່ງຂາຍຕ່າງປະເທດໂດຍສະເພາະແມ່ນການສົ່ງອອກເຂົ້າໄປຂາຍທີ່ປະເທດ ສປ ຈີນ ປີໜຶ່ງມີຈຳນວນຫຼາຍພັນໂຕນ ແລະ ໄດ້ລາຍງານຄວາມຄືບໜ້າໃນການລຶບລ້າງບ້ານທຸກຍາກ ແລະຄອບຄົວທຸກຍາກໃນທົ່ວແຂວງ. ຈາກນັ້ນ, ທ່ານ ຄຳພັນ ເຜີຍຍະວົງກໍ່ໄດ້ກ່າວຈຸດປະສົງຂອງການແລກປ່ຽນບົດຮຽນກັບແຂວງສະຫວັນນະເຂດໃນຄັ້ງນີ້ວ່າ: ເພື່ອທົບທວນຄືນຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການພັດທະນາເສດຖະກິດ-ສັງຄົມຢູ່ແຂວງສະຫວັນນະເຂດ ແລະ ນຳມາປຽບ ທຽບເຖິງບົດຮຽນທີ່ອາດປັບໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ແຂວງອຸດົມໄຊ, ບັນຫາການກະກຽມຄວາມພ້ອມໃນການດຳເນີນກອງປະຊຸມ 3 ຂັ້ນ ແລະສຶກສາຮ່ວມກັນໃນການວາງທິດທາງແຜນການໃນການພັດທະນາແຂວງຂອງຕົນໃນຕໍ່ໜ້າ.

 ຈາກນັ້ນຄະນະການນຳຂອງແຂວງອຸດົມໄຊກໍ່ໄດ້ໄປຢ້ຽມຢາມໂຮງງານນ້ຳດື່ມໂລມາຄຳໂດຍ ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານໄດ້ລາຍງານສະພາບການດຳເນີນທຸລະກິດໃນການຜະລິດນ້ຳດື່ມ-ນ້ຳກ້ອນຂອງໂຮງງານແຫ່ງນີ້ນັບແຕ່ມື້ສ້າງຕັ້ງຈົນຮອດປະຈຸບັນໂດຍໄດ້ມີການຂະຫຍາຍເຕີບໃຫຍ່ຂຶ້ນໄປເລື້ອຍໆ, ຕໍ່ມ າຄະນະຜູ້ແທນຈາກແຂວງອຸດົມໄຊກໍ່ໄດ້ໄປຢ້ຽມຢາມເຂດເສດຖະກິດພິເສດສະຫວັນ-ເຊໂນຈຸດ C ໂດຍມີຜູ້ບໍລິຫານບໍສັດສະ ຫວັນປັກ (SAVAN PARK) ໃຫ້ການຕ້ອນຮັບ ແລະນຳສະເໜີບົດຮຽນຕົວຈິງໃນການດຳເນີນການໃນເຂດເສດຖະກິດພິເສດຢູ່ ແຂວງສະຫວັນນະເຂດທີ່ອາດຈະເປັນບົດຮຽນນຳໄປຈັດຕັ້ງປະຕິບັດໃຫ້ແທດເໝາະຖ້າຫາກວ່າແຂວງອຸດົມໄຊຈະມີເຂດເສດຖະກິດພິເສດໃນອະນາຄົດອັນໃກ້.

ຂ່າວ: ນສພ ເສດຖະກິດ-ສັງຄົມ