ສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ປະຈໍາປີ 2022

ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ກປ ແລະພັດທະນາຊົນນະບົດ ປະຈໍາປີ 2022 ແລະທິດທາງແຜນການປະຈໍາປີ 2023 ຈັດຂຶ້ນໃນລະຫວ່າງວັນທີ 7-8 ກຸມພາ 2023 ທີ່ສູນການຮ່ວມມືສາກົນ ແລະການຝຶກອົບຮົມ (ICTC)ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກປ, ມີບັນດາຮອງປະທານກໍາມາທິການຈາກສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ ແລະທຽບເທົ່າ ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ທ່ານ ເພັດ ພົມພິພັກ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ເປີດຂຶ້ນຢູ່ຈຸດເວລາທີ່ຂະແໜງ ກປ ແລະພັດທະນາຊົນນະບົດກໍຄືທົ່ວປະເທດພົບກັບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລາຄານໍ້າມັນ, ລາຄາປັດໄຈການຜະລິດແພງຂຶ້ນ, ໄພເງິນເຟີ້, ການລະບາດຂອງພະຍາດ, ການປ່ຽນແປງດິນຟ້າອາກາດ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ເປັນສິ່ງທ້າທາຍ ຕໍ່ການຜະລິດ, ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ. ດັ່ງນັ້ນ, ກອງປະຊຸມໃນຄັ້ງນີ້ຈຶ່ງມີຄວາມສໍາຄັນຫຼາຍຊຶ່ງຈະໄດ້ດໍາເນີນເປັນເວລາ 2 ມື້ເຕັມ. ໃນກອງປະຊຸມຈະໄດ້ຮັບຟັງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ກປ ແລະພັດທະນາຊົນນະບົດ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນຂະແໜງ ກປ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023, ຮັບຟັງການສະເໜີແນະນໍາບັນດາໂຄງການ,ນະໂຍບາຍ, ນິຕິກໍາ ແລະບັນຫາຕ່າງໆທີ່ຄວນເອົາໃຈໃສ່ 13 ຫົວຂໍ້ ປິ່ນອ້ອມ ຈາກບັນດາກົມ ແລະຮັບຟັງການນໍາສະເໜີບາງບົດຮຽນຈາກ 4 ບໍລິສັດ ແລະ 2 ສະຫະກອນ ພ້ອມທັງເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມຮ່ວມກັນກ້າວໄປເຖິງຄວາມເປັນເອກະພາບທາງມາດຕະການ, ວິທີການ ແລະ ພ້ອມກັນປະຕິບັດໄປໃນລວງດຽວກັນຢ່າງຖືກທິດ.

ໃນວາລະກອງປະຊຸມ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງ ກປ ໄດ້ຂຶ້ນລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາ ກປ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນງານພົ້ນເດັ່ນໃນຫຼາຍແຜນງານ ເປັນຕົ້ນວ່າ: ແຜນງານທີ 1 ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ຊຶ່ງການຜະລິດເຂົ້າເປືອກລວມ ໃນປີ 2022 ປັກດໍາໄດ້ທັງໝົດ 959.407 ເຮັກຕາ, ເນື້ອທີ່ເກັບກ່ຽວ 957.629 ເຮັກຕາ, ຜົນຜະລິດ 3.781.580 ໂຕນ (ຕາມມະຕິສະພາຮັບຮອງ 3,7 ລ້ານໂຕນ) ບັນລຸລື່ນແຜນການ 2,2%; ການລ້ຽງສັດ ແລະ ການປະມົງ ມີການຂະຫຍາຍຕົວໃນລະດັບ 3,88% ທຽບໃສ່ປີ 2021 ລື່ນແຜນການທີ່ວາງໄວ້ ຊຶ່ງໃນແຜນປີ 2022 ແມ່ນ 3,5%, ນອກນີ້, ກໍໄດ້ສຸມໃສ່ປັບປຸງພຶດຕິກໍາດ້ານໂພຊະນາການ, ສະໜອງທຶນແບບມີເງື່ອນໄຂໃຫ້ຄອບຄົວເປົ້າໝາຍ, ໃຫ້ຄວາມຮູ້ດ້ານເຕັກນິກກະສິກໍາທີ່ດີ, ສ້າງເປັນຕົວແບບການຜະລິດ, ສະໜອງຄູ່ມື, ອຸປະກອນການຜະລິດກະສິກໍາ ແລະ ລວມທັງໄດ້ເສີມຂະຫຍາຍກົນໄກປະສານງານໜຶ່ງດຽວຫຼາຍຂະແໜງການ ໄດ້ທັງໝົດ 6 ແຂວງ (ຜົ້ງສາລີ, ຫົວພັນ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ ແລະ ຊຽງຂວາງ) ລວມໄດ້ 29 ເມືອງ, 1.422 ບ້ານ ແລະ 88.518 ຄອບຄົວ ໃນນີ້ ມີກຸ່ມແມ່ຍິງຖືພາ 48.249 ຄົນ ແລະ ເດັກນ້ອຍ ລຸ່ມ 5 ປີ 41.603 ຄົນ. ສຳລັບແຜນງານທີ 2 ການຜະລິດກະສິກຳ ເປັນສິນຄ້າ ກໍມີຫຼາຍອັນພົ້ນເດັ່ນ ເປັນຕົ້ນການປູກຝັງ ທີ່ສຸມໃສ່ການຜະລິດບັນດາພືດທີ່ໄດ້ເຈລະຈາເຕັກນິກເປີດຕະຫຼາດແລ້ວສາມາດປະຕິບັດໄດ້ 563.456 ເຮັກຕາ,ຜົນຜະລິດມີ 8.176.420 ໂຕນ (ແຜນການ 6,31 ລ້ານໂຕນ) ລື່ນແຜນການ 29,46%; ຂະນະທີ່ການລ້ຽງສັດ ແລະ ສັດນໍ້າ ເປັນສິນຄ້າ ແບບເປັນກຸ່ມ, ເປັນຟາມ ໄດ້ມີການຂະຫຍາຍຕົວ ມີຟາມລ້ຽງສັດທັງໝົດ 1.989 ຟາມ ມີສັດລ້ຽງ 5.012.280 ໂຕ ຊຶ່ງອັນພົ້ນເດັ່ນແມ່ນ ຟາມລ້ຽງງົວ ເພີ່ມຂຶ້ນ 12 ຟາມ. ນອກຈາກນີ້ກໍຍັງມີຫຼາຍວຽກງານ ໃນຫຼາຍແຜນງານທີ່ພົ້ນເດັ່ນອີກຈໍານວນໜຶ່ງ.
(ຂ່າວ-ພາບ: ສຸກສະຫວັນ)