ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງ ຍທຂ ຜູ້ເກົ່າ ແລະຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຫລວງນໍ້າທາ ແລະ ທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ຄະນະປະຈໍາພັກ, ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ຈັດຂຶ້ນໃນວັນທີ 6 ກຸມພາ 2023 ທີ່ ກະຊວງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ພະນັກງານຫຼັກແຫຼ່ງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ມີຄຳເຫັນໂອ້ລົມວ່າ: ການປ່ຽນແທນໜ້າທີ່ຕຳແໜ່ງຂອງການນຳແຕ່ລະຂັ້ນແມ່ນເປັນເລື່ອງປົກກະຕິສຳລັບພັກ-ລັດເຮົາ, ເພື່ອແນໃສ່ປັບປຸງການຈັດຕັ້ງ ແລະບຸກຄະລາກອນເພື່ອສືບທອດປ່ຽນແທນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ, ບໍ່ວ່າພະນັກງານຂັ້ນໃດຈະແມ່ນພະນັກງານການນຳຂັ້ນສູງ, ຂັ້ນກາງ ແລະພະນັກງານລັດຖະກອນທົ່ວໄປໃນເມື່ອມີຄວາມຮຽກຮ້ອງຕ້ອງການຂອງພັກ-ລັດແລ້ວ ກໍຕ້ອງໄດ້ປະຕິບັດຕາມການມອບໝາຍຂອງການຈັດຕັ້ງ.

ພ້ອມນີ້, ທ່ານຍຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສະຫາຍ ລັດຖະມົນຕີຜູ້ໃໝ່ກໍຄືພະນັກງານ, ສະມາຊິກ ແລະພະນັກງານຫຼັກແຫຼ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາຄື: ຕ້ອງເປັນເອກະພາບນຳຂັ້ນເທິງບົນພື້ນຖານນັ້ນໃຫ້ບັນດາທ່ານເອົາໃຈໃສ່ວຽກງານສຶກສາອົບຮົມນຳພາແນວຄິດຂອງພະນັກງານສະມາຊິກພັກຢູ່ແຕ່ລະກົມ, ກອງ, ພະແນກການ ແລະວິສາຫະກິດທີ່ຂຶ້ນກັບກະຊວງເພື່ອໃຫ້ທຸກຄົນເຂົ້າໃຈ ແລະຮັບຮູ້ຢ່າງທົ່ວເຖິງຕໍ່ການປ່ຽນແປງດັ່ງກ່າວບໍ່ໃຫ້ມີການສວຍໂອກາດທັບຖົມ-ໂຈມຕີກັນ ໃນທາງບໍ່ດີ, ອັນໃດເປັນຜົນສຳເລັດທີ່ພວກທ່ານພ້ອມກັນນຳພາຈັດຕັ້ງປະຕິບັດຜ່ານມາກໍໃຫ້ພ້ອມກັນປົກປັກຮັກສາ ແລະເສີມຂະຫຍາຍໃຫ້ດີຂຶ້ນ, ອັນໃດຍັງເປັນຈຸດອ່ອນ ແລະຂໍ້ຄົງຄ້າງ ໃຫ້ບັນດາສະຫາຍພ້ອມພາກັນປັບປຸງ, ແກ້ໄຂ; ເອົາໃຈໃສ່ເປັນເຈົ້າການ ແລະປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງເພື່ອປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກເປັນຕົ້ນໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະສືບຕໍ່ເອົາໃຈໃສ່ຕ້ານ ແລະສະກັດກັ້ນທຸກກົນອຸບາຍເລ່ຫຼ່ຽມ ແລະຖ້ອຍທຳນອງໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີພາຍໃນຄະນະພັກ, ຄະນະນຳຂອງພວກສັດຕູ ແລະກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ; ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມຂອງກະຊວງໂດຍສະເພາະຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກເປັນແຫຼ່ງ, ເປັນຄັນທຸງ ແລະເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານສະມາຊິກພັກ; ສິ່ງສຳຄັນຕ້ອງເອົາໃຈໃສ່ໂດຍມີລະບອບ, ແບບແຜນວິທີເຮັດວຽກ, ລະບອບປະຊຸມປຶກສາຫາລືສ່ອງແສງລາຍງານພາຍຄະນະພັກ-ຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາພະນັກງານສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະຂົນສົ່ງໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໂຍທາ ແລະຂົນສົ່ງ (ທາງບົກ, ທາງອາກາດ ແລະທາງນໍ້າ) ໃນການກໍ່ສ້າງ, ບູລະນະ ແລະປົກປັກຮັກສາສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ຕິດຕາມກວດກາວຽກງານວິຊາສະເພາະຂອງພວກທ່ານ ໂດຍສະເພາະຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພວກທ່ານ ວາງອອກ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ 2 ສອງວາລະແຫ່ງຊາດວາງອອກໃຫ້ປະກົດຜົນເປັນຈິງ.
ຂປລ. ຂ່າວ-ພາບ: ວັນເພັງ