ຮອງປະທານປະເທດ ຊຸກຍູ້ກຸ່ມຜະລິດພືດຜັກເມືອງປາກຊ່ອງ

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງຈໍາສັກ ວັນທີ 4 ກຸມພາ 2023 ຜ່ານມາ,ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດພ້ອມຄະນະ ດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ ກຸ່ມການປູກ, ການຜະລິດພືດຜັກ ເມືອງປາກຊ່ອງ ໂດຍມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ,ທ່ານ ພິມພອນ ພັນດານຸວົງ ເຈົ້າເມືອງປາກຊ່ອງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

ໂອກາດນີ້, ທ່ານຮອງປະທານປະເທດພ້ອມຄະນະໄດ້ໄປຢ້ຽມຢາມສວນປູກດອກໄມ້ສົດຂອງບໍລິສັດ ດາສະດາ ຈຳປາສັກ ຈຳກັດ, ທີ່ຕັ້ງຢູ່ບ້ານຫລັກ 11 ເມືອງປາກຊ່ອງ ເປັນສວນປູກດອກໄມ້ໃນຮົ່ມ ແບບປະສົມປະສານ, ເຊິ່ງບໍລິສັດດາສະດາ ຈຳປາສັກ ຈຳກັດ ໄດ້ສ້າງຕັ້ງເມື່ອປີ 2017, ດ້ວຍທຶນທັງໝົດປະມານ 2,27 ຕື້ກວ່າກີບ ແລະ ເລີ່ມລົງມືປູກ ແຕ່ປີ 2018, ມີເນື້ອທີ່ສວນ 32 ເຮັກຕາ ແລະເປັນພື້ນທີ່ເຮັດເຮືອນຮົ່ມປູກ ດອກໄມ້ 1 ເຮັກຕາ, ມີດອກໄມ້ 2 ຊະນິດ ຄື: ດອກເບັນຈາມາດ (Chrysanthemum) ແລະດອກໄຮເດັນເຢຍ (Hydrangea) ໂດຍໄດ້ສົ່ງອອກໄປຕ່າງປະເທດ (ໄທ) ແລະບໍລິສັດຍັງມີແຜນທີ່ຈະເພີ່ມຜົນຜະລິດ ແລະຂະຫຍາຍຕະຫລາດໃນຕ່າງປະເທດໃຫ້ຫລາຍຂຶ້ນ. ຈາກນັ້ນ, ທ່ານຮອງປະທານປະເທດພ້ອມຄະນະໄດ້ຢ້ຽມຢາມເບິ່ງໂຮງງານປຸງແຕ່ງພືດຜັກຂອງບໍລິສັດ ເຟີດສຟູດ ທີ່ຕັ້ງຢູ່ ເມືອງປາກຊ່ອງ, ເປັນໂຮງງານທີ່ມີສາຍພານການຜະລິດ ແປຮູບ ແລະອົບແຫ້ງພືດຜັກຫລາຍຊະນິດ.

ໂອກາດດຽວກັນນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ອົງການປົກຄອງທຸກຂັ້ນລວມທັງຜູ້ປະກອບການກຸ່ມການປູກ, ການຜະລິດພືດຜັກ ເມືອງປາກຊ່ອງ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບ ການຈັດຕັ້ງຜັນຂະຫຍາຍວາລະຂອງແຂວງເປັນໂຄງການລະອຽດກໍຄື ວາລະແຫ່ງຊາດຕາມແຜນວຽກຈຸດສຸມໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍໄດ້ສຸມໃສ່ສົ່ງເສີມການຜະລິດກະສິກໍາ, ອຸດສະຫາກໍາປຸງແຕ່ງເປັນສິນຄ້າສົ່ງອອກ, ສ້າງພື້ນຖານການຜະລິດທີ່ມີທ່າແຮງໃຫ້ກາຍເປັນຖານລາຍຮັບທີ່ໝັ້ນຄົງ. ພ້ອມນັ້ນ,ແຂວງຈຳປາສັກ ຕ້ອງສືບຕໍ່ສ້າງເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະຍືນຍົງ ເປັນສູນກາງທາງດ້ານເສດຖະກິດ-ສັງຄົມ ຖືເອົາເສດຖະກິດເປັນພື້ນຖານ ແລະສິ່ງແວດລ້ອມເປັນສິ່ງຢັ້ງຢືນເຖິງຄຸນນະພາບຂອງການພັດທະນາ.
ຂ່າວ: ທັດຊະນະ ແສງດາລາ.