ໄຟຟ້າລາວ ກຽມປັບຂຶ້ນໂຄງສ້າງ ແລະລາຄາໄຟ 8 ປະເພດ

ພາຍຫຼັງທີ່ລັດຖະບານໄດ້ແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວຢ່າງເປັນທາງການ,ແຜນປະຕິຮູບໄດ້ຫັນເປັນອັນລະອຽດ ແລະແບ່ງເປັນ 2 ໄລຍະຄື: ການປະຕິຮູບໄລຍະເລັ່ງດ່ວນ ແລະການປະຕິຮູບຮອບດ້ານເພື່ອຄວາມຍືນຍົງຂອງລັດວິສາຫະກິດໄຟຟ້າລາວ (ຟຟລ). ໜຶ່ງໃນນັ້ນການປະຕິບັດແຜນປະຕິຮູບຂອງລັດວິສາຫະກິດໄຟຟ້າລາວແມ່ນ: ການປະຕິບັດມາດຕະການແກ້ໄຂໜີ້ສິນທີ່ ຟຟລ ພ້ອມຕີຖອຍລະບົບເກື້ອກູນ ແລະຫັນເປັນວິສາຫະກິດທີ່ກຸ້ມຕົນເອງ.

ດັ່ງນັ້ນລັດຖະບານຈຶ່ງມີຄວາມຈຳເປັນໃນການປັບປຸງໂຄງສ້າງ ແລະອັດຕາລາຄາໄຟຟ້າ ດັ່ງນີ້: 1). ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງທາງດ້ານເສດຖະກິດ ແລະການເງິນໃນແຕ່ລະໄລຍະ; 2). ເພື່ອເພີ່ມກະແສລາຍຮັບໃຫ້ລັດວິສາຫະກິດໄຟຟ້າລາວ (ຟຟລ) ໃຫ້ສົມຄູ່ກັບອັດຕາແລກປ່ຽນທີ່ເງິນກີບອ່ອນຄ່າໃຫ້ສາມາດຊຳລະຄ່າໄຟຟ້າທີ່ ຟຟລ ຊື້ຈາກຜູ້ຜະລິດໄຟຟ້າເຊິ່ງເປັນສະກຸນເງິນໂດລາເຖິງ 85%; 3). ໂຄງສ້າງແລະລາຄາໄຟຟ້າທີ່ນຳໃຊ້ໃນປະຈຸບັນແມ່ນໂຄງສ້າງເດີມແຕ່ປີ 2012 ສ່ວນອັດຕາລາຄາແມ່ນໄດ້ສືບຕໍ່ນຳໃຊ້ອັດຕາລາຄາຂອງປີ 2017 ແລະ ປັບຂຶ້ນ 2% ໃນເດືອນ 2/2021 ເປັນຕົ້ນມາຈົນເຖິງປະຈຸບັນ, ເຊິ່ງໃນປີ 2012-2019 ລາຄາສະເລ່ຍທີ່ຂາຍໃຫ້ກັບລູກຄ້າປະມານ 8 cent/kWh ແລະ ມາຮອດປີ 2022 ຍັງເຫຼືອພຽງ 5,13 Cent/kWh ເນື່ອງຈາກໄດ້ຮັບຜົນກະທົບຈາກເງິນກີບອ່ອນຄ່າ; 4). ປະຕິບັດນະໂຍບາຍຫຼຸດການເກື້ອກູນພາກທຸລະກິດລົງເທື່ອລະກ້າວ; 5). ເພື່ອໃຫ້ ຟຟລ ມີກະແສເງິນໃນການຊຳລະໜີ້ສິນເງິນກູ້ ແລະຊຳລະຄ່າກະແສໃຫ້ບັນດາຜູ້ຜະລິດໄຟຟ້າຂາຍພາຍໃນປະເທດໃນໄລຍະທົດແທນການລົງທຶນ.

ໃນ ສປປ ລາວ ມີປະເພດຜູ້ຊົມໃຊ້ໄຟຟ້າທັງໝົດ 9 ປະເພດຄື: 1) ປະເພດທູດ ແລະອົງການຈັດຕັ້ງສາກົນກວມເອົາພຽງ 0,1% ແລະມີຜູ້ຊົມໃຊ້ 140 ຫົວໜ່ວຍ; 2) ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວ ກວມເອົາ 9,0% ແລະ ມີຜູ້ຊົມໃຊ້ 43.562 ຫົວໜ່ວຍ; 3)ປະເພດທຸລະກິດສຶກສາ ແລະກິລາ ກວມເອົາ 0,3% ແລະ ມີຜູ້ຊົມໃຊ້ 743 ຫົວໜ່ວຍ; 4) ປະເພດທຸລະກິດບັນເທີງ ກວມເອົາ 0,1% ແລະ ມີຜູ້ຊົມໃຊ້ 111 ຫົວໜ່ວຍ; 5) ປະເພດສໍານັກງານລັດບໍລິຫານ 3,3% ແລະ ມີຜູ້ຊົມໃຊ້ 17.985 ຫົວໜ່ວຍ; 6) ປະເພດກະສິກໍາ 0,6% ແລະ ມີຜູ້ຊົມໃຊ້ 1.121 ຫົວໜ່ວຍ; 7) ປະເພດອຸດສາຫະກຳກວມເອົາ 30,7% ແລະ ມີຜູ້ຊົມໃຊ້ 22.277 ຫົວໜ່ວຍ; 8) ປະເພດທາງລົດໄຟ 0,6% ແລະມີຜູ້ຊົມໃຊ້ 10 ຫົວໜ່ວຍ (ພິເສດປະເພດທຸລະກິດຂຸດຄົ້ນຊັບສິນດິຈິຕ້ອນ ກວມເອົາ 30,2% ແລະ ມີຜູ້ຊົມໃຊ້ 10 ກວ່າຫົວໜ່ວຍ, ທີ່ມີການກໍານົດລາຄາໄຟຟ້າຕ່າງຫາກ ເນື່ອງຈາກເປັນການຊົມໃຊ້ໄຟໄລຍະສັ້ນ ເນື່ອງຈາກເປັນໂຄງການທົດລອງຂອງລັດຖະບານ); 9) ປະເພດທີ່ຢູ່ອາໄສ 25% ຂອງການຊົມໃຊ້ໄຟທັງໝົດ ປະມານ 2.647 GWh ແລະມີໝໍ້ນັບໄຟ 1.532.344 ຫົວໜ່ວຍ.

ສຳລັບແຜນການປັບປຸງໂຄງສ້າງ ແລະອັດຕາລາຄາໄຟຟ້າໃໝ່ແມ່ນຈະປັບ 8 ປະເພດ (ຍົກເວັ້ນປະເພດຜູ້ຊົມໃຊ້ທີ່ຢູ່ອາໄສທີ່ບໍ່ໄດ້ປັບປຸງ) ດັ່ງນີ້: 1) ປະເພດທູດ ແລະ ອົງການຈັດຕັ້ງສາກົນ; 2) ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະໄຟຟ້າຊົ່ວຄາວ; 3) ປະເພດທຸລະກິດສຶກສາ ແລະກິລາ; 4) ປະເພດທຸລະກິດບັນເທີງ; 5) ປະເພດສໍານັກງານລັດບໍລິຫານ; 6) ປະເພດກະສິກໍາ; 7) ປະເພດອຸດສາຫະກຳ; 8) ປະເພດທາງລົດໄຟ.