ກູ່ມສະຖານບູຮານວັດພູຕັ້ງຢູ່ເທິງເປີ້ນພູເກົ້າ ປິ່ນໜ້າໃສ່ທົ່ງພຽງຈຳປາສັກ ແລະແມ່ນໍ້າຂອງ, ຕົວວິຫານເອງແມ່ນປະດິດສະຖານຢູ່ຖ້ານເທິງສຸດຂອງເປີ້ນພູ ຊຶ່ງມີຄວາມສູງຈາກລະດັບນໍ້າທະເລປະມານ 200 ແມັດ ແລະເປັນບ່ອນທີ່ມີບໍ່ນໍ້າທຳມະຊາດໄຫຼລິນອອກມາຈາກເງີບຫີນ,
ໂຄງສ້າງອື່ນໆຂອງກຸ່ມສະຖານບູຮານທັງໝົດຖືກຈັດວາງຕາມແຜນຜັງແບບຢຶດແນວເສັ້ນແກນຕາເວັນອອກ-ຕາເວັນຕົກເປັນຫຼັກ ມີລວງຍາວທັງໝົດປະມານ 1.400 ແມັດ ຊຶ່ງເຊື່ອມຕໍ່ພື້ນທີ່ຮາບຂອງທົ່ງພຽງຈຳປາສັກຂຶ້ນຫາເປີ້ນພູ.
ຈາກການສຶກສາເບິ່ງໂຄງສ້າງຂອງສິມສ່ວນທີ່ສ້າງດ້ວຍດິນຈີ່ອາດຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 10-11 ແລະ ມົນດົບສ່ວນທີ່ສ້າງດ້ວຍຫີນອາດຖືກຕໍ່ເຕີມໃນຍຸກຕໍ່ມາ, ໂດຍສິລະປະທາງປະຕິມາກຳທີ່ປະດັບຢູ່ຕາມມົນດົບແມ່ນປານີດສວຍງາມເປັນສິລະປະແບບບາພວນຂອງຍຸກສະຕະວັດທີ 11.
ກຸ່ມສະຖານບູຮານທັງໝົດ ແມ່ນໄດ້ຜ່ານໄລຍະການຂະຫຍາຍຕົວອັນຍາວນານ, ຮ່ອງຮອຍທີ່ເກົ່າແກ່ທີ່ສຸດທີ່ຄົ້ນພົບແມ່ນຢູ່ໃນຄຣິດຕະສະຕະວັດທີ 07, ແຕ່ວ່າໂຄງສ້າງສ່ວນໃຫຍ່ເທົ່າທີ່ຫຼົງເຫຼືອໃຫ້ເຫັນໃນທຸກວັນນີ້ແມ່ນຖືກສ້າງຂຶ້ນໃນຍຸກຫຼັງ.
ບັນດາໂຄງສ້າງຫຼັກໆ ແມ່ນຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 11-12 ແລະສະຖານບູຮານແຫ່ງນີ້ແມ່ນໄດ້ຮັບການທະນຸບຳລຸງຈາກບັນດາເຈົ້າຈອມແຫ່ງນະຄອນວັດມາຈົນເຖິງສະຕະວັດທີ 14.
ວັດພູໄດ້ຖືກຫັນປ່ຽນຈາກລັດທິຮິນດູມາເປັນພຸດທະສາສະນະສະຖານໃນສະຕະວັດທີ 13 ແລະ ໄດ້ສືບເນື່ອງເປັນສາສະໜາທີ່ນັບຖືສັກກາລະບູຊາໂດຍຊາວເມືອງໂດຍຕະຫຼອດມາຈົນເຖິງທຸກວັນນີ້.
Cr: sourioudong sunsara