ນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ພບ ສືບຕໍ່ຊຸກຍູ້ ການປະຕິບັດບັນດາຄາດໝາຍໃຫຍ່ໃຫ້ມີຜົນສຳເລັດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມສະຫລຸບແຜນພັດທະນາ ພະລັງງານ ແລະບໍ່ແຮ່ (ພບ) ປະຈໍາປີ 2022, ກາງສະໄໝ ແລະ ຄາດຄະເນທ້າຍສະໄໝ ຂອງແຜນພັດທະນາຂະແໜງພະລັງງານ ແລະບໍ່ແຮ່(ພບ) 5 ປີ ຄັ້ງທີ IX (2021-2025) ແລະ ປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂະແໜງ ພບ ໃນວັນທີ 3 ກຸມພາ 2023 ໂດຍທ່ານໄດ້ເນັ້ນຫລາຍບັນຫາສຳຄັນ ເພື່ອໃຫ້ບັນດາຄາດໝາຍໃຫຍ່ທີ່ວາງໄວ້ ມີຜົນສຳເລັດ ເປັນຕົ້ນ ການພັດທະນາວຽກງານບໍ່ແຮ່ ແມ່ນໃຫ້ສືບຕໍ່ຊີ້ນໍາ, ຊຸກຍູ້ ແລະ ປະຕິບັດຕາມ ທິດເປັນມິດກັບສິ່ງແວດລ້ອມ, ຂະຫຍາຍຕົວແບບໜັກແໜ້ນ, ຕໍ່ເນື່ອງ ແລະ ຍືນຍົງ; ການຂຸດຄົ້ນແຮ່ທາດທີ່ມີລາຄາສູງ, ເປັນທີ່ຕ້ອງການຂອງຕະຫລາດ ຕິດພັນຢ່າງແໜ້ນແຟ້ນກັບການປຸງແຕ່ງ ແລະ ສົ່ງຜະລິດຕະພັນແຮ່ທາດອອກໄປຕ່າງປະເທດ ແທນການສົ່ງແຮ່ທາດແບບເຂັ້ມຂຸ້ນອອກ. ພ້ອມດຽວກັນນີ້, ກໍຕ້ອງປັບປຸງຂອດການຄົ້ນຄວ້າ, ການອະນຸຍາດໃນການດໍາເນີນທຸລະກິດດ້ານນີ້ໃຫ້ເຄັ່ງຄັດ, ເຂັ້ມງວດ ແລະ ສອດ ຄ່ອງກັບກົດໝາຍ, ແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງ, ມີປະສິດທິຜົນ, ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນການພັດທະນາບໍ່ແຮ່.

ທ່ານ ສອນໄຊ ສີພັນດອນ ຍັງເນັ້ນອີກວ່າ: ເພື່ອເຮັດໃຫ້ບັນດາຄາດໝາຍ ໃຫຍ່ທີ່ມີລັກສະນະເປັນພື້ນຖານເປັນຕົ້ນການພັດທະນາແຫລ່ງຜະລິດພະລັງງານໄຟຟ້າ, ການຄາດຄະເນການຜະລິດ, ການຈໍາໜ່າຍຢູ່ພາຍໃນ, ການສົ່ງອອກ-ນໍາເຂົ້າພະລັງງານ ໄດ້ມີຜົນສຳເລັດ, ລວມທັງຄາດໝາຍຂອງວຽກງານບໍ່ແຮ່ໂດຍສະເພາະ ບັນດາໂຄງການທີ່ພວມຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ເຂົ້າສູ່ຂະບວນການຜະລິດ ຕິດພັນກັບການຊຸກຍູ້ໃຫ້ຜູ້ລົງທຶນ, ຜູ້ດໍາເນີນທຸລະກິດ ທີ່ໄດ້ຮັບອະນຸຍາດຂຸດຄົ້ນ-ປຸງແຕ່ງແຮ່ທາດ ທັງປົກກະຕິ ແລະ ໄລຍະທົດລອງ ໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນກໍານົດໄວ້ ຕິດພັນກັບການຄາດຄະເນມູນຄ່າການຜະລິດແຮ່ທາດ ແລະ ການຈໍາໜ່າຍແຮ່ທາດ ໃນປີ 2023 ໄດ້ມີຜົນສຳເລັດຕາມຄາດໝາຍ ໂດຍທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເບິ່ງຄືນໃນບາງດ້ານ ໃນແຜນການປີ 2023 ຂອງຂະແໜງ ພບ ເພື່ອຈະສືບຕໍ່ປັບປຸງໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່ ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງ ເຊັ່ນ: ດ້ານພະລັງງານ ຢາກໃຫ້ເບິ່ງໃສ່ແຜນພັດທະນາພະລັງງານແຫ່ງຊາດ ໃຫ້ສົມບູນ, ຄົບຖ້ວນ. ຍ້ອນວ່າ ໜຶ່ງໃນບັນດາຈຸດອ່ອນຜ່ານມາ ແມ່ນການກໍານົດແຜນຍັງຂາດລັກສະນະຮອບດ້ານ ແລະ ຂາດຄວາມດຸນດ່ຽງ ລະຫວ່າງ ການພັດທະນາແຫລ່ງຜະລິດກະແສໄຟຟ້າ ກັບການພັດທະນາລະບົບສາຍສົ່ງ ຫລື ລະຫວ່າງການຜະລິດກະແສໄຟຟ້າກັບການຕະຫລາດ. ສະນັ້ນ, ຈຶ່ງເກີດມີສະພາບ, ກະແສໄຟຟ້າ ເຫລືອ-ບໍ່ພໍ ຫລາຍພໍສົມຄວນ. ນອກຈາກນີ້, ພາກເໜືອແມ່ນພາກທີ່ມີແຫລ່ງຜະລິດໄຟຟ້າຫລາຍ, ແຕ່ການພັດທະນາຊໍ້າພັດຢູ່ນະຄອນຫລວງ, ຢູ່ເຂດພາກກາງ, ພາກໃຕ້ ເຊິ່ງຈະດັດສົມແນວໃດໃຫ້ສອດຄ່ອງ, ມີປະສິດທິຜົນ; ການພັດທະນາວຽກງານ ພບ ໃນເງື່ອນໄຂໃໝ່ຕ້ອງສືບຕໍ່ເສີມຂະຫຍາດ້ານດີ, ບົດຮຽນທີ່ພວກເຮົາສະສົມມາໄດ້ໃນຊຸມປີທີ່ຜ່ານມາ, ນໍາໃຊ້ທ່າແຮງໄດ້ປຽບຂອງປະເທດຊາດ ທ່າແຮງທາງດ້ານບຸກຄະລາກອນ, ພື້ນຖານວັດຖຸເຕັກນິກຂອງຂະແໜງການ ຕິດພັນກັບການຍາດແຍ່ງກາລະໂອກາດຂອງພາກພື້ນ ແລະ ສາກົນ, ຈາກສະພາບທີ່ເກີດຂຶ້ນ ແລະ ກໍ່ຜົນເສຍຫາຍໃນໄລຍະທີ່ຜ່ານມາ ໄດ້ຊີ້ບອກບົດຮຽນໃຫຍ່ ເຊິ່ງຈະຕ້ອງເອົາໃຈໃສ່ຖອດຖອນບົດຮຽນ ເພື່ອຈະວາງວິທີການຄຸ້ມຄອງ ແລະ ວາງມາດຕາການເພື່ອຈັດຕັ້ງປະຕິບັດວຽກງານກວດກາເຂື່ອນ ທີ່ຮັດກຸມ ເພື່ອຮັບປະກັນຄວາມປອດໄພໃນລະດັບສູງສຸດພວກເຮົາຕ້ອງຈັດຕັ້ງການກວດສອບ ແລະກວດກາຄວາມປອດໄພຂອງເຂື່ອນໃນທຸກໆຂັ້ນຕອນ. ນອກນີ້, ກໍຕ້ອງເອົາໃຈໃສ່ຕິດຕາມຄຸ້ມຄອງມາດຕາຖານເຕັກນິກເພື່ອຮັບປະກັນສໍາລັບເຂື່ອນທີ່ພວມກໍ່ສ້າງ ແລະ ພວມຈະກໍ່ສ້າງອີກດ້ວຍ; ການຄຸ້ມຄອງບໍລິຫານ-ການຈັດການນໍ້າ ຢູ່ບັນດາເຂື່ອນຜະລິດໄຟຟ້າຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ ກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ກະຊວງກະສິກໍາ ແລະປ່າໄມ້, ກະຊວງໂຍທາທິການ ແລະຂົນສົ່ງ ແລະບັນດາແຂວງທີ່ມີໂຄງການເຂື່ອນໄຟຟ້າຕັ້ງຢູ່ ເພື່ອຕິດຕາມ, ກວດກາ ສະພາບການຄຸ້ມຄອງບໍລິຫານ-ຈັດການຂອງແຕ່ລະເຂື່ອນໄຟຟ້າຢ່າງໃກ້ຊິດ; ໃຫ້ສຸມໃສ່ການປັບປຸງຫົວໜ່ວຍທຸລະກິດຢູ່ໃນຂະແໜງ ພບ ໃຫ້ມີການຫັນປ່ຽນ, ສາມາດຮອງຮັບການເຮັດບົດບາດເປັນເຈົ້າພາທາງ ໃຫ້ແກ່ຫົວໜ່ວຍວິສາຫະກິດໃນພາກເອກະຊົນໄດ້ ເປັນຕົ້ນ ແມ່ນການແກ້ໄຂສະພາບຄ່ອງທາງດ້ານການເງິນ, ການແກ້ໄຂໜີ້ສິນ, ການປັບປຸງຂອດບໍລິການ, ຫລຸດຜ່ອນຂັ້ນຕອນໃຫ້ສັ້ນລົງ, ຮັບປະກັນຄວາມວ່ອງໄວ ແລະມີຄຸນນະພາບ, ໄດ້ມາດຕາຖານສູງ.

ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພັດທະນາດ້ານວຽກງານ ພບ ໃນໄລຍະຜ່ານມາທີ່ຍາດໄດ້ຜົນສໍາເລັດທີ່ສໍາຄັນຫລາຍ, ເປັນລະບົບຄົບຊຸດ ແລະ ມີຫລາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະ ຂະແໜງພະລັງງານ ແລະ ຂະແໜງບໍ່ແຮ່ ລ້ວນແຕ່ມີອັດຕາການເຕີບໂຕທີ່ໜັກແໜ້ນ ແລະ ຕໍ່ເນື່ອງຊຶ່ງອັນທີ່ເປັນໜ້າຊົມເຊີຍກໍແມ່ນການພັດທະນາທັງ 2 ຂະແໜງ ກໍລື່ນຄາດໝາຍ ໂດຍທ່ານນາຍົກໄດ້ຕີລາຄາວ່າ: “ວຽກງານ ພບ ເປັນຜູ້ເຮັດບົດບາດທີ່ສໍາຄັນໃນຂົງເຂດເສດຖະກິດແຫ່ງຊາດ ແລະຜົນສໍາເລັດຂອງວຽກງານ ພບ ແມ່ນມີລັກສະນະເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແມ່ນຖືກຕ້ອງແລ້ວ. ເຖິງກໍຍັງມີບາງດ້ານທີ່ເປັນດ້ານອ່ອນ, ຂໍ້ຄົງຄ້າງໃນ 1 ປີຜ່ານມາ ເຊິ່ງຈະຕ້ອງແກ້ໄຂໃນຕໍ່ໜ້າເພື່ອຈະສືບຕໍ່ການພັດທະນາໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ, ມີລັກສະນະຕໍ່ເນື່ອງ ແລະຍືນຍົງໄດ້.
ຂ່າວ: ກິດຕາ