ທະນາຄານນະໂຍບາຍ ປະກອບສ່ວນພັດທະນາໄຊສົມບູນ

ທ່ານ ຂັນແກ້ວ ສີບຸນເຮືອງ ຫົວໜ້າທະນາຄານນະໂຍບາຍ (ທນບ) ສາຂາໄຊສົມບູນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວກ່ຽວກັບການສະໜອງສິນເຊື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງໄຊສົມບູນ ໂດຍສະເພາະໃນປີ 2022 ໄດ້ມອບອາກອນລາຍໄດ້ ແລະ ເງິນປະກັນສັງຄົມຂອງພະນັກງານ ທນບ ສາຂາໄຊສົມບູນ ແລະໜ່ວຍບໍລິການໃຫ້ແຂວງສໍາເລັດ 600 ລ້ານກ່ວາກີບ; ມູນ​ຄ່າ​ຊັບ​ສົມ​ບັດ​ທັງ​ໝົດ​ສະ​ເພາະ​ຂອງສາ​ຂາ ​ຮອດເດືອນ 12/2022 ມີຈໍານວນ 51,86 ຕື້ກ່ວາກີບ, ຊັບສິນ ເພີ່ມຂື້ນ 3,71% ທຽບໃສ່ຍອດທ້າຍປີ 2021 ຈໍານວນ 50 ຕື້ກ່ວາກີບ; ມາຮອດທ້າຍເດືອນ 12/2022 ທົ່ວສາຂາໄດ້ເປີດບັນຊີໃຫ້ລູກຄ້າທັງໝົດ 3.174 ບັນຊີ, ໃນນັ້ນກະແສລາຍວັນ 3.101 ບັນຊີ, ຕິດພັນກັບເງິນກູ້ 3.099 ບັນຊີ ແລະ ບັນຊີເງິນຝາກລູກຄ້າ 2 ບັນຊີ, ຍອດການເຄື່ອນໄຫວໃນປີ 16,93 ຕື້ກ່ວາກີບ; ເງິນຝາກປະຢັດ 95 ບັນຊີ, ຍອດການເຄື່ອນໄຫວໃນປີ 7,95 ຕື້ກ່ວາກີບ ແລະເງິນຝາກປະຈໍາ 06 ບັນຊີ, ຍອດການເຄື່ອນໄຫວໃນປີ 70 ລ້ານກີບ.

ວຽກງານສິນເຊື່ອ: ໄດ້ຮັບແຫຼ່ງທຶນຈາກສໍານັກງານໃຫຍ່ປະ​ຈໍາປີ 2022 ທຶນປົກກະຕິ+ລະດູການ: (ເມືອງທຸກຍາກ+ຈຸດສຸມ+ບ້ານສາມສ້າງ) ກວມເອົາ 1 ແຂວງ 5 ເມືອງ, 64 ບ້ານ, 35 ກຸ່ມ, 293 ຄອບຄົວ, ລາຍ​ບຸກຄົນ 68 ລາຍ, ສັດລ້ຽງ 2.859 ໂຕ, ວົງເງິນທັງໝົດ 14,69 ຕື້ກ່ວາກີບ, ມີເງິນກູ້ໄລຍະສັ້ນ 850  ລ້ານກີບ, ກາງ 3,57 ຕື້ກ່ວາກີບ, ໄລຍະຍາວ 10,27 ຕື້ກ່ວາກີບ ໃນນີ້ເງິນ​ກູ້​ລາຍ​ກຸ່ມ 5,11 ຕື້ກ່ວາກີບ; ເງິນ​ກູ້​ລາຍ​ບຸກ​ຄົນ 9,58 ຕື້ກີບ ສະໜອງເຂົ້າໃນເມືອງເປົ້າໝາຍ, ຈຸດສຸມຂອງລັດຖະບານ ແລະບ້ານສາມສ້າງ.

ການເຄື່ອນໄຫວສິນເຊື່ອໂດຍລວມ: ຍອດຍົກມາທ້າຍເດືອນ 12/2021 ມີ 60,57 ຕື້ກ່ວາກີບ, ປ່ອຍສິນເຊື່ອໃນປີ 2022 ມີ 15,50 ຕື້ກ່ວາກີບ ໃນນັ້ນທຶນເຫຼືອປີ 2021 ມາປ່ອຍໃນປີ 2022 (3,49 ຕື້ກ່ວາກີບ) ແລະ ປ່ອຍແຫຼ່ງທຶນປະຈໍາປີ 2022 ກວມ 81,75% ຂອງແຜນການ, ເກັບຕົ້ນທຶນໄດ້ໃນປີ 2022 ກວມ 132,1% ຂອງແຜນການ, ຍອດສິນເຊື່ອທ້າຍປີ 2022 ຫຼຸດລົງ 1,5% ທຽບ​ໃສ່ທ້າຍເດືອນ 12 ປີ 2021;

ການປ່ອຍສິນເຊື່ອພາຍໃນປີມີ 15,50 ຕື້ກ່ວາກີບ ໃນນີ້ແຫຼ່ງທຶນເຫຼືອປະຈໍາປີ 2021 ທີ່ນຳມາປ່ອຍໃນປີ 2022 (3,49 ຕື້ກ່ວາກີບ), ປ່ອຍສີນເຊື່ອໃນປີ 2022 ໄດ້ກວມ 81,75% ຂອງແຜນການ ໃນນັ້ນປູກ​ຝັງ​ 2,16 ຕື້ກ່ວາກີບ, ລ້ຽງ​ສັດ  8,72 ຕື້ກີບ​, ​ຫັດ​ຖະ​ກຳ ​ 675 ລ້ານກີບ; ອຸດສະຫະກຳ-ປຸງແຕ່ງ ​ 350 ລ້ານກີບ; ​ການ​ຄ້າ-ບໍ​ລິ​ການ ​ 3,6 ຕື້ກີບ;

ທ່ານ ຂັນແກ້ວ ສີບຸນເຮືອງ ຍັງໃຫ້ຮູ້ສິນເຊື່ອຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະ ກອງທຶນບ້ານ (ອກສກ) ໂດຍມີຍອດຍົກມາຕົ້ນ​ທຶນ​ທ້າຍ​ເດືອນ 12/2021 ມີ 5,81 ຕື້ກ່ວາກີບ, ປ່ອຍອອກໃນປີ 1,01 ຕື້ກ່ວາກີບ, ເກັບຕົ້ນທຶນໃນປີໄດ້ 1,10 ຕື້ກ່ວາກີບ, ຍອດເຫຼືອ​ທ້າຍ​ປີ 2022 ມີ 5,71 ຕື້ກ່ວາກີບ. ຍອດຍົກມາດອກ​ເບ້ຍ​ຄ້າງ​ທ້າຍ​ເດືອນ 12/2021 ມີ 135 ລ້ານກ່ວາກີບ, ເກີດຂຶ້ນໃນປີ 428 ລ້ານກ່ວາກີບ, ເກັບດອກເບ້ຍທັງໝົດໃນປີໄດ້ 434 ລ້ານກ່ວາກີບ,  ຍອດເຫຼືອທ້າຍປີ 2022 ມີ128 ລ້ານກ່ວາກີບ ໃນນີ້ເຂົ້າເຖິງ 4 ເມືອງ, 13 ບ້ານ, 58 ກຸ່ມ, 391 ຄອບ​ຄົວ ແລະ ມີເມືອງອະ​ນຸ​ວົງ  2 ບ້ານ, 16 ກຸ່ມ, 99 ຄອບ​ຄົວ, ຍອດຕົ້ນທຶນເຫຼືອ 1,77 ຕື້ກ່ວາກີບ. ໃນປີ 2022 ສາມາດເພີ່ມບ້ານ ອກສກ ໃໝ່ໄດ້ 1 ບ້ານ 10 ກຸ່ມ, 54 ຄອບຄົວ, ວົງເງິນ 888 ລ້ານກ່ວາກີບ; ເມືອງທ່າ​ໂທມ ມີ 6 ບ້ານ, 32 ກຸ່ມ, 165 ຄອບ​ຄົວ, ຍອດຕົ້ນເຫຼືອ 2,40 ຕື້ກ່ວາກີບ; ເມືອງລ້ອງຊານ ໄດ້ຫັນເອົາແຫຼ່ງທຶນເມືອງເປົ້າໝາຍມາຕິດຕາມເປັນບ້ານ ອກສກ ໃໝ່ໃນປີ 2022 ມີ 4 ບ້ານ 10 ກຸ່ມ, 80 ຄອບ​ຄົວ, ຍອດຕົ້ນທຶນເຫຼືອ 1,18 ຕື້ກ່ວາກີບ. ເມືອງຮົ່ມ ຫັນເອົາແຫຼ່ງທຶນເມືອງເປົ້າໝາຍມາຕິດຕາມເປັນບ້ານ ອກສກ ໃໝ່ໃນປີ 2022 ມີ 1 ບ້ານ 2 ກຸ່ມ, 16 ຄອບ​ຄົວ,ຍອດເຫຼືອທ້າຍປີ 2022 ມີ 355 ລ້ານກ່ວາກີບ; ໃນການສະໜອງສິນເຊື່ອປີ 2022 ສາມາດສ້າງຕົວແບບໄດ້ຈໍານວນ 1 ໂຄງການ ຄື: ໂຄງການລ້ຽງສັດ, ມີ 4 ຄອບຄົວຕົວແບບ.

ທ່ານຫົວໜ້າ ທນບ ສາຂາໄຊສົມບູນ ໄດ້ນໍາສະເໜີແຜນການປີ 2023 ໂດຍສືບຕໍ່ສຶກສາອົບຮົມການເມືອງ, ນໍາພາແນວຄິດພະນັກງານໃຫ້ເປັນປົກກະຕິຕໍ່ເນື່ອງເພື່ອເພີ່ມຄຸນທາດທາງດ້ານການເມືອງທີ່ໜັກແໜ້ນ ສາມາດຕອບຕ້ານ ແລະ ສະກັດກັ້ນບັນຫາຫຍໍ້ທໍ້ພາຍໃນໃຫ້ໄດ້ແຕ່ຫົວທີ; ສືບຕໍ່ເຄື່ອນໄຫວວຽກງານຢ່າງເປັນປົກກະຕິ ແລະ ລົງກວດກາວຽກງານວິຊາສະເພາະຢູ່ໜ່ວຍບໍລິການໃຫ້ສຳເລັດຕາມແຜນການ; ລົງຊຸກຍູ້ຊ່ວຍໜ່ວຍບໍລິການໃນແກ້ໄຂໜີ້ NPL, ລົງກວດກາການນໍາໃຊ້ເງີນກູ້ທີ່ປ່ອຍໃນປີ 2022, ປະເມີນປະສິດທິຜົນເງິນກູ້, ປະເມີນໂຄງການພົ້ນເດັ່ນໃຫ້ໄດ້ 1-2 ໂຄງການ ແລະປະເມີນຄອບຄົວຕົວແບບໃຫ້ໄດ້ 10 ຄອບຄົວຂື້ນໄປ; ລົງຊຸກຍູ້ອຳນາດການປົກຄອງບ້ານເພື່ອເຜີຍແຜ່ລະບຽບສີນເຊື່ອຜ່ານ ອກສກ ເລກທີ 1695/ທນບ, ລົງວັນທີ 12 ຕຸລາ 2020; ປ່ອຍສີນເຊື່ອຕາມການຕົກລົງເຫັນດີຂອງສະພາບໍລິຫານ ປະຈຳປີ 2023 ໃຫ້ສໍາເລັດ 85% ຂື້ນໄປ; ສ້າງແຜນສິນເຊື່ອປະຈໍາປີ 2024 ພ້ອມເປີດກອງປະຊຸມຮັບຮອງຂັ້ນເມືອງ, ຂັ້ນແຂວງໃຫ້ສໍາເລັດ; ສ້າງແຜນການເກັບກູ້ໜີ້ສີນປະຈໍາປີ 2023 ໃຫ້ໄດ້ຕາມແຜນ.

ຂ່າວ: ຣັດສະໝີ ດວງສັດຈະ