ທ່ານຮອງປະທານປະເທດ ເຂົ້າຮວມກອງປະຊຸມສຳມະນາສົ່ງເສີມການຄ້າ ແລະການລົງທຶນ

ແຂວງຈຳປາສັກຈັດກອງປະຊຸມສຳມະນາກ່ຽວກັບການສົ່ງເສີມການຄ້າແລະການລົງທຶນໃນວັນທີ 3 ກຸມພານີ້ ທີ່ໂຮງແຮມປາກຊ່ອງແດນງາມເມືອງປາກຊ່ອງແຂວງຈຳປາສັກໂດຍເປັນກຽດເຂົ້າຮ່ວມຂອງທ່ານນາງປານີຢາທໍ່ຕູ້ຮອງປະທານປະເທດ, ທ່ານສົມມາດພົນເສນາຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີການນຳແຂວງຕ່າງໆ, ບັນດາເມືອງ, ນັກທຸລະກິດ, ພາຍໃນແຂວງ, ຕ່າງແຂວງແລະຕ່າງປະເທດເຊັ່ນ: ໄທ, ຫວຽດນາມ ແລະກຳປູເຈຍບັນດາກົມກ່ຽວຂ້ອງຈາກກະຊວງແລະພະແນກອຸດສະຫະກຳ-ການຄ້າ, ແຜນການແລະການລົງທຶນ, ກະສິກຳ-ປ່າໄມ້, ໂຄງການພັດທະນາກາເຟ, ສະມາຄົມຖິ່ນກຳເນີດກາເຟພູພຽງບໍລະເວນ, ສະມາຄົມຖິ່ນກຳເນີດກາເຟຊາປາກຊ່ອງ ແລະເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊຸມທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວວ່າ: ກອງປະຊຸມສໍາມະນາກ່ຽວກັບການສົ່ງເສີມການຄ້າ-ການລົງທຶນປະຈໍາປີ 2023 ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວປວງຊົນລາວທັງຊາດເວົ້າລວມ, ເວົ້າສະເພາະຊາວແຂວງຈໍາປາສັກກໍາລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິຄັ້ງທີ VIII ອົງຄະນະພັກແຂວງກໍຄືການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວຄົບຮອບ 74ປີ ແລະ ສະຫຼອງຄົບຮອບ 28 ປີ ການສ້າງຕັ້ງສະມາຄົມກາເຟລາວໃນທ່າມກາງທີ່ຊາວສວນກາເຟກໍາລັງຂຸ້ນຂ້ຽວບົວລະບັດປົກປັກຮັກສາຕົ້ນກາເຟທີ່ກໍາລັງອອກດອກບານສົ່ງກິ່ນຫອມໃນສາຍລົມເຢັນໄປທົ່ວບໍລິເວນ; ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າແຂວງຈໍາປາສັກເປັນແຂວງໜຶ່ງທີ່ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນເປັນຕົ້ນແມ່ນທີ່ດິນ, ແຫຼ່ງນໍ້າ, ປ່າໄມ້ແລະພູມອາກາດທີ່ເໝາະສົມໃນການພັດທະນາກະສິກໍາໂດຍສະເພາະໃນ4ເຂດການຜະລິດກະສິກໍາເປັນສິນຄ້າ, ມີຮ່ອງຮອຍແຫຼ່ງມໍລະດົກທາງປະຫວັດສາດ, ທໍາມະຊາດແລະວັດທະນະທໍາທີ່ເປັນເອກະລັກອັນໂດດເດັ່ນ, ພ້ອມນັ້ນແຂວງຈໍາປາສັກກໍມີພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ ທີ່ເປັນໃຈກາງເຊື່ອມໂຍງເສດຖະກິດ, ການຄ້າ, ການລົງທຶນແລະການທ່ອງທ່ຽວກັບບັນດາແຂວງ, ປະເທດເພື່ອນບ້ານໃກ້ຄຽງ ແລະ ສາກົນເຂົ້າມາລົງທຶນທີ່ເຫັນໄດ້ທ່າແຮງຂອງກໍາລັງການຜະລິດການຕະຫຼາດ ແລະຄວາມເຂັ້ມແຂງດ້ານກໍາລັງຊື້-ຂາຍພາຍໃນແຂວງຈໍາປາສັກທີ່ນັບມື້ນັບຂະຫຍາຍຕົວເພີ່ມຂຶ້ນ.

ດ້ວຍຈຸດພິເສດ, ທີ່ຕັ້ງແລະທ່າແຮງດັ່ງກ່າວບວກກັບຜົນສໍາເລັດ ແລະເນື້ອໃນຈິດໃຈກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ III ຊຶ່ງໄດ້ກຳນົດຍຸດທະສາດຕິດພັນກັບການພັດທະນາເສດຖະກິດ-ສັງຄົມກໍຄືວຽກງານສົ່ງເສີມການຜະລິດເປັນສິນຄ້າແລະສົ່ງເສີມການສົ່ງອອກ. ໜຶ່ງໃນນັ້ນການຈັດງານບຸນມະໂຫລານກາເຟ-ຊາພູພຽງບໍລະເວນເປັນວຽກບຸລິມະສິດສຳຄັນໃນການຈັດຕັ້ງປະຕິບັດຍຸດທະສາດການສົ່ງອອກຂະແໜງກາເຟລາວ; ເພື່ອເຮັດໃຫ້ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າເວົ້າລວມ, ເວົ້າສະເພາະການຜະລິດກາເຟໃຫ້ມີຄວາມຟົດຟື້ນແລະມີສີສັນທາງດ້ານບັນຍາກາດ, ແນໃສ່ຊຸກຍູ້ສົ່ງເສີມການຜະລິດ, ການບໍລິການແລະການຊື້-ຂາຍໃຫ້ນັບມື້ຫຼາຍຂຶ້ນ, ຂະຫຍາຍຕະຫຼາດທີ່ມີຢູ່ທັງພາຍໃນ ແລະຕ່າງປະເທດໃຫ້ກວ້າງຂວາງ. ຄຽງຄູ່ກັນນັ້ນງານບຸນດັ່ງກ່າວກໍເປັນຈຸດໜຶ່ງທີ່ດຶງດູດເອົານັກທ່ອງທ່ຽວ, ນັກທຸລະກິດ, ຜູ້ຜະລິດ, ຜູ້ຈໍາໜ່າຍແລະຜູ້ຊົມໃຊ້ເຂົ້າມາເຕົ້າໂຮມທີ່ງານນີ້ແນໃສ່ເພື່ອກະຕຸກຊຸກຍູ້ໃຫ້ຊາວກະສິກອນທີ່ເຮັດການຜະລິດດ້ານກາເຟ-ຊາໃຫ້ມີການພັດທະນາຮັບປະກັນໄດ້ທັງປະລິມານແລະຄຸນນະພາບ, ພ້ອມທັງເປັນການໂຄສະນາການຊົມໃຊ້ຜະລິດຕະພັນທີ່ມີຢູ່ພາຍໃນແຂວງໃຫ້ຊາວໂລກໄດ້ຮັບຮູ້ຕິດພັນກັບການທ່ອງທ່ຽວ.

ໃນກອງປະຊຸມສຳມະນາຍັງໄດ້ສາຍວິດີໂອກ່ຽວກັບທ່າແຮງ, ກາລະໂອກາດແລະຂັ້ນຕອນຂອງການລົງທຶນ, ການເຊື່ອມໂຍງເສດຖະກິດຂອງສປປລາວ, ຜົນກະທົບຈາກສັດຕູພືດໃນການຜະລິດກາເຟຕໍ່ການປ່ຽນແປງດິນຟ້າອາກາດ, ການພັດທະນາກາເຟລາວ,ກາເຟພາກເໜືອ ແລະ ການຊຸກຍູ້ສົ່ງເສີມພາຍໃຕ້ໂຄງການພັດທະນາທຶນສະໜັບສະໜູນຈາກໂຄງການ AFD-PRCC Coffee North ການພັດທະນາຖິ່ນກຳເນີດໃນສປປລາວ ແລະ ການສົ່ງເສີມການຕະຫຼາດຖິ່ນກໍາເນີດ, ບັນຫາການຜະລິດ ແລະການບໍລິຫານຈັດການຜະລິດຕະພັນກາເຟພາຍໃຕ້ຖິ່ນກຳເນີດກາເຟບໍລະເວນ, ບັນຫາການຜະລິດ ແລະ ການບໍລິຫານຈັດການຜະລິດຕະພັນຊາພາຍໃຕ້ຖິ່ນກຳເນີດຊາປາກຊ່ອງ, ໂອກາດນີ້ກອງປະຊຸມສຳມະນາຍັງໄດ້ແລກປ່ຽນຄຳຄິດ-ຄຳເຫັນຈາກການນຳ ແລະນັກລົງທຶນພາຍໃນ ແລະ ຕ່າງແຂວງ, ຕ່າງປະເທດ ແລະພິເສດໄດ້ຮັບຟັງປະທານກອງປະຊຸມມີຄຳເຫັນໂອ້ລົມຕື່ມອີກ.
(ຂ່າວ-ພາບ:ເກດສະໜາແກ້ວສຸວັນນະແສງ)