ເປີດນໍາໃຊ້ການແຈ້ງພາສີ ດ້ວຍລະບົບ NSWA+

ພິທີເປີດນໍາໃຊ້ການແຈ້ງພາສີດ້ວຍລະບົບເອເລັກໂຕຣນິກ (NSWA+) ແລະເປີດການນໍາໃຊ້ລະບົບການຊໍາລະຜ່ານ FinLink ຫຼືລະບົບການຊໍາລະສະສາງແບບລວມສູນ ຈັດຂຶ້ນໃນວັນທີ 2 ກຸມພາ 2023 ຢູ່ດ່ານພາສີສາກົນ ທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ, ມີຮອງຫົວໜ້າຫ້ອງການກະຊວງ, ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ປະທານບໍລິສັດຜູ້ພັດທະນາ AIF, ພ້ອມດ້ວຍໜ່ວຍງານກ່ຽວຂ້ອງຈາກພາກລັດ ແລະພາກເອກະຊົນເຂົ້າຮ່ວມ.

ໃນພິທີ, ທ່ານ ພູເຂົາຄໍາ ວັນນະວົງໄຊ ໄດ້ໃຫ້ຮູ້ວ່າ: ລະບົບ NSWA+ ແມ່ນການເຊື່ອມຕໍ່ລະບົບ ASYCUDA ເຂົ້າກັບລະບົບແຈ້ງພາສີປະຕູດຽວແຫ່ງຊາດ ໃຫ້ເປັນອັນດຽວກັນ ແລະ ລວມສູນ ເພື່ອໃຫ້ຜູ້ປະ ກອບການ, ຕົວແທນຊິບປິ້ງ ແລະເຈົ້າໜ້າທີ່ພາສີໄດ້ນຳໃຊ້ໃນຈຸດດຽວ, ເຮັດໃຫ້ຂັ້ນຕອນ ຫລືເວລາໃນການປ້ອນ ຂໍ້ມູນຂອງສິນຄ້າ, ເຄື່ອງຂອງລົງໃນລະບົບຂອງຜູ້ປະກອບການຫລຸດລົງ, ຊ່ວຍຫຼຸດຂັ້ນຕອນ, ຄ່າໃຊ້ຈ່າຍໃນການ ເດີນທາງ, ຢຸດການນໍາໃຊ້ເຈ້ຍໃນການແຈ້ງເສຍພາສີ ແລະ ຜູ້ບໍລິການແຈ້ງພາສີສາມາດແຈ້ງພາສີດ້ວຍຕົນເອງຢູ່ຫ້ອງ ການ, ສໍານັກງານຂອງຕົນໂດຍບໍ່ຈໍາເປັນຕ້ອງເດີນທາງເຂົ້າມາດ່ານເພື່ອແຈ້ງ ແລະ ພິມໃບແຈ້ງພາສີເປັນລາຍລະອຽດອອກຈາກລະບົບເພື່ອຍື່ນຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານອີກຕໍ່ໄປ, ຊຶ່ງໄດ້ທົດທອງຈັດຕັ້ງປະຕິບັດຢູ່ດ່ານພາສີສາກົນທ່າບົກ-ທ່ານາແລ້ງ ແລະໄດ້ຈະຜັນຂະຫຍາຍໄປລົງສູ່ບັນດາດ່ານສາກົນ, ເຂດເສດຖະກິດພິເສດ, ເຂດເສດຖະກິດ ສະເພາະໃນຂອບເຂດທົ່ວປະເທດ ແລະ ກ້າວສູ່ການເຊື່ອມໂຍງກັບລະບົບປະຕູດຽວອາຊຽນ (ASW).

ປັດຈຸບັນ, ມີຫຼາຍກວ່າ 150 ບໍລິສັດ ເຂົ້າມາລົງທະບຽນລາຍເຊັນເອເລັກໂຕຣນິກ, ເພື່ອກະກຽມໃນການຈັດຕັ້ງປະຕິບັດນຳໃຊ້ລະບົບການແຈ້ງພາສີເອເລັກໂຕຣນິກລະບົບດັ່ງກ່າວ. ທັງນີ້, ເພື່ອເປັນການຍົກລະດັບມາດຕະຖານການບໍລິການຂອງຂະແໜງການລັດ, ເພີ່ມທະວີການອຳນວຍຄວາມສະດວກທາງດ້ານການຄ້າໃຫ້ນັບມື້ນັບສູງຂຶ້ນ, ອຳນວຍຄວາມສະດວກ, ໃຫ້ແກ່ບໍລິສັດຜູ້ນຳເຂົ້າ-ສົ່ງອອກ, ຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງເຈົ້າໜ້າທີ່ພາສີ.

ພ້ອມນີ້, ທ່ານ ວິໄລທອງ ສຸດທະວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນຍັງໄດ້ລາຍງານກ່ຽວກັບການເປີດນໍາໃຊ້ລະບົບການຊໍາລະ FinLink ຫລື ລະບົບການຊໍາລະສະສາງແບບລວມສູນ, ຊຶ່ງໃນ ໄລຍະຜ່ານມາກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ໄດ້ສົມທົບກັບບັນດາກົມກ່ຽວຂ້ອງ ເພື່ອ ພັດທະນາລະບົບເຊື່ອມຕໍ່ຮັບໃຊ້ວຽກງານເກັບລາຍຮັບງົບປະມານແຫ່ງລັດ ຜ່ານທະນາຄານທຸລະກິດ, ການພັດ ທະ ນາລະບົບທີ່ຜ່ານມາ ຍັງບໍ່ທັນລວມສູນເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄຸ້ມຄອງ, ເຊື່ອມຕໍ່, ສະຫລຸບລາຍງານ ໃຫ້ທັນສະພາບການ. ກະຊວງການເງິນ ຈຶ່ງໄດ້ພັດທະນາລະບົບຊຳລະພາສີ-ອາກອນ, ຄ່າທຳນຽມ ແລະຄ່າບໍລິການແບບລວມສູນ (ລະບົບ FINLINK) ຊຶ່ງແມ່ນໜຶ່ງໃນໂຄງການພັດທະນາຄຸ້ມຄອງການເກັບລາຍຮັບເປັນທັນສະໄໝ (ດີຈິຕອນ), ລະບົບ FINLINK ເປັນລະບົບໃຈກາງລວມສູນການເຊື່ອມຕໍ່ລະຫວ່າງ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍພາຍໃນຂອງກະຊວງການເງິນ ແລະ ເຊື່ອມຕໍ່ຫາລະບົບຊຳລະສະສາງຂອງທະນາຄານ ແຫ່ງ ສປປ ລາວ (ລະບົບ LAPASS/LapNET), ສາມາດຮອງຮັບການຊໍາລະຜ່ານທະນາຄານທຸລະກິດທັງໝົດ (ທີ່ເປັນສາມັກຊິກຂອງ LapNET) ໃນຂອບເຂດທົ່ວປະເທດເປັນຕົ້ນການຊໍາລະພາສີ-ອາກອນໃນການນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ, ຄ່າທຳນຽມ ແລະຄ່າບໍລິການທັງໝົດຢູ່ດ່ານສາກົນ. ປັດຈຸບັນ, ການພັດທະນາສຳເລັດ ແລະ ໄດ້ເປີດນໍາໃຊ້ ລະບົບການຊໍາລະສະສາງແບບລວມສູນ, ສະເພາະການນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງຜ່ານແດນ, ການຊໍາລະພາ ສີ-ອາກອນ, ຄ່າທໍານຽມຄ່າບໍລິການທັງໝົດຢູ່ດ່ານພາສີສາກົນທ່າບົກ-ທ່ານາແລ້ງ ຕ້ອງຊໍາລະຜ່ານລະບົບ FINLINK.
 ຂ່າວ-ພາບ: ກະຊວງການເງິນ