ຫຼວງພະບາງ ອະໄພຍະໂທດໃຫ້ນັກໂທດຜູ້ມີຄວາມກ້າວໜ້າ

ແຫຼ່ງຂ່າວຈາກແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 31 ມັງກອນ 2023 ຢູ່ອົງການໄອຍະການປະຊາຊົນແຂວງຫຼວງພະບາງຈັດພິທີປະກາດການອະໄພຍະໂທດ ແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າ ປະຈໍາປີ 2022 ໂດຍອີງຕາມລັດຖະດໍາລັດ ສະບັບເລກທີ 206/ປປທ ລົງວັນທີ 30 ພະຈິກ 2023 ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ.

ການປະຕິບັດວຽກງານອະໄພຍະໂທດຂອງຄະນະກໍາມະການອະໄພຍະໂທດ ແຂວງຫລວງພະບາງ ໄດ້ດໍາເນີນໄປຕາມຂັ້ນຕອນ ແລະລະບຽບການ ແລະ ເປັນໜູ່ຄະນະ ຮັບປະກັນຄວາມຖືກຕ້ອງ,ໂປ່ງໃສ,ຍຸຕິທໍາຊຶ່ງເລີ່ມແຕ່ຂັ້ນຕອນຂອງການຄົ້ນຄວ້າຄັດເລືອກໄຈ້ແຍກຜູ້ທີ່ກ້າວໜ້າ ແລະການຄົ້ນຄວ້າຕົກລົງນໍາສະເໜີບັນຊີລາຍຊື່ນັກໂທດທີ່ເຫັນວ່າມີເງື່ອນໄຂຕາມທີ່ໄດ້ກໍານົດໄວ້ ໃນລັດຖະບັນຍັດ ວ່າດ້ວຍການອະໄພຍະໂທດປີນີ້ແມ່ນຮັບປະກັນຄວາມຖືກຕ້ອງຄົບຖ້ວນ, ຊັດເຈນ ແລະທັນຕາມກໍານົດເວລາທີ່ຂັ້ນເທິງໄດ້ກໍານົດໄວ້. ສຳລັບ, ນັກໂທດທີ່ໄດ້ຮັບການອະໄພຍະໂທດຕາມດໍາລັດຂອງປະທານປະເທດ ໃນປີ 2022 ຈໍານວນ 130 ຄົນ, ຍິງ 31 ຄົນ. ໃນນັ້ນ, ຕະຫລອດຊີວິດ 5 ຄົນ, ຂໍ້ຫາຢາເສບຕິດ 114 ຄົນ, ຍິງ 31 ຄົນ, ຕະຫຼອດຊີວິດ 5 ຄົນ, ຍິງ 0 ຄົນ.

ໂອກາດນີ້, ທ່ານ ບຸນເລື່ອນ ມະນີວົງ ປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ຮອງເຈົ້າແຂວງຫລວງພະບາງໄດ້ມີຄຳເຫັນວ່າ: ຜູ້ທີ່ໄດ້ຮັບການອະໄພຍະໂທດ ຜ່ອນໂທດ ແລະ ອະໄພຍະໂທດ ປ່ອຍຕົວໃນຄັ້ງນີ້ ແລະ ບັນດານັກໂທດທີ່ພວມປະຕິບັດໂທດຢູ່ຄ້າຍຄຸມຂັງ-ດັດສ້າງ ທຸກຄົນໃຫ້ສໍານຶກຄືນຕໍ່ການກະທໍາຜິດຂອງຕົນເອງ, ແລ້ວຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນຜູ້ທີ່ຫ້າວຫັນເປັນນັກໂທດທີ່ດີ ໃນຊູມປີຕໍ່ໄປ, ສືບຕໍ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງຢ່າງເຂັ້ມງວດ, ຈິງໃຈໃຊ້ແທນຄ່າເສຍຫາຍ, ຄ່າປັບໃໜຕາມຄໍາຕັດສິນຂອງສານເພື່ອເຮັດໃຫ້ຕົນເອງກາຍເປັນນັກໂທດທີ່ດີເດັ່ນໃນຊຸມປີຕໍ່ໜ້າເພື່ອຈະຮັບນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ບັນດານັກໂທດທີ່ພວມປະຕິບັດໂທດຈົ່ງເຊື່ອໜັ້ນຕໍ່ການນໍາພາຂອງພັກ-ລັດ, ຍົກສູງສະຕິຕໍ່ການເຄົາລົບປະຕິບັດກົດລະບຽບຢູ່ຄ້າຍຂຸມຂັງ ແລະກົດໜາຍຢ່າງເຂັ້ມງວດ, ຕັ້ງໜ້າປະຕິບັດພາລະໜ້າທີ່ເປັນພົນລະເມືອງດີຂອງຊາດ, ຍົກສູງສະຕິເປັນເຈົ້າຂອງປະເທດຊາດ, ຮັກບ້ານເກີດເມືອງນອນ, ຮັກສາລະບອບໃໜ່ ລະບອບປະຊາ ທິປະໄຕຢ່າງແທ້ຈິງ.
ຂປລ. ຂ່າວ: ວົງເດືອນ ສຸພັນທອງ