ປາຫວານຟາມ ຜະລິດກະສິກຳປອດສານພິດຫຼາກຫຼາຍຊະນິດຕິດພັນກັບການທ່ອງທ່ຽວ

ປາຫວານຟາມເປັນອີກສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ໜ້າໄປສຳຜັດຊຶ່ງແຫຼ່ງທ່ອງທ່ຽວແຫ່ງນີ້ເຈົ້າຂອງຟາມໄດ້ເນລະມິດຂຶ້ນຕິດພັນກັບການຜະລິດກະສິກໍາທີ່ປອດສານພິດ ຫວັງດຶງດູດນັກທ່ອງທ່ຽວເຂົ້າມາຜັກຜ່ອນຢ່ອນໃຈ ແລະທ່ຽວຊົມຟາມແຫ່ງນີ້ຊຶ່ງຕັ້ງຢູ່ ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ພາຍໃນຟາມໄດ້ປູກພືດກະສິກໍາໃນໂຮງເຮືອນປະກອບມີ: ໝາກແຕງເມລອນ, ຜັກສະຫຼັດ, ໝາກໂມ ແລະ ພືດຜັກຊະນິດອື່ນໆ ທີ່ໄດ້ມາດຕະຖານກະສິກໍາອິນຊີ ແລະກະສິກໍາສະອາດ ຈາກກະຊວງກະສິກໍາ ແລະປ່າໄມ້ໂດຍຜົນຜະລິດຈໍາໜ່າຍຢູ່ໜ້າຟາມ, ນອກນັ້ນຍັງຈັດສົ່ງຈໍາໜ່າຍຢູ່ຮ້ານສະດວກຊື້, ຕະຫຼາດປອດສານພິດ ແລະສູນການຄ້າຈໍານວນໜຶ່ງໃນນະຄອນຫຼວງວຽງຈັນ.

ທ່ານ ນາງ ວຽງສະຫວັນ ຄໍາມະນີວົງ ຜູ້ອໍານວຍການບໍລິສັດປາຫວານຟາມ ຈໍາກັດ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ປາຫວານຟາມ ໃນເບື້ອງຕົ້ນແມ່ນຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເຫັນໄດ້ເຖິງຄວາມຕ້ອງການຂອງລູກຄ້າທີ່ນັບມື້ເພີ່ມຂຶ້ນບວກກັບເນື້ອທີ່ການປູກບໍ່ພຽງພໍຈຶ່ງໄດ້ມາສໍາປະທານເນື້ອທີ່ດິນປະມານ 2 ເຮັກຕາ ຢູ່ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຜະລິດກະສິກຳສະໜອງໃຫ້ລູກຄ້າຕາມຄວາມຕ້ອງການຂອງຕະຫຼາດພ້ອມທັງໄດ້ປັບປຸງການຜະລິດໄປເລື້ອຍໆ ເພື່ອເຮັດໃຫ້ສິນຄ້າເປັນທີ່ຍອມຮັບຂອງສັງຄົມ ກໍຄື ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດໄດ້, ປັດຈຸບັນພາຍໃນຟາມໄດ້ປູກໝາກແຕງເມລອນ 5 ສາຍພັນ ມີໂຮງເຮືອນທັງໝົດ 10 ຫຼັງ ແລະ 1 ຫຼັງສາມາດປູກໄດ້ 700 ຕົ້ນ ຊຶ່ງຈະໃຊ້ເວລາປະມານ 75-80 ວັນ ຈຶ່ງສາມາດເກັບອອກຈໍາໜ່າຍໄດ້ ໂດຍຂຶ້ນກັບແຕ່ລະສາຍພັນມີລາຄາຈໍາໜ່າຍ 48 ພັນກີບ/ກິໂລ. ນອກນັ້ນຍັງໄດ້ປູກໝາກໂມ, ຜັກສະຫຼັດ, ໝາກຝັກ (ໝາກອຶ) ຍີ່ປຸ່ນ, ໝາກແຕງຍາວ ແລະ ພືດຊະນິດອື່ນໆອອກຈໍາໜ່າຍຊຶ່ງໄດ້ສົ່ງໃຫ້ສູນການຄ້າຕ່າງໆ ຄື: ສູນການຄ້າພາກຊັນ, ວິວມໍ, ສະກາຍມາເກັດ, ຕະຫຼາດປອດສານພິດລາວ-ໄອເຕັກ, ຂາຍຢູ່ໜ້າຟາມ ແລະສົ່ງໃຫ້ແມ່ຄ້າຄົນກາງຊຶ່ງລວມໂຮງເຮືອນປູກທັງໝົດມີ 31 ໂຮງເຮືອນ.

ນອກຈາກວຽກງານທີ່ກ່າວມາແລ້ວນັ້ນພາຍໃນຟາມຍັງປູກຕົ້ນໝາກອາງຸ່ນ ແລະໝາກໂມ ທີ່ເປັນຜົນຜະລິດອັນໃໝ່ກໍາລັງໃກ້ຈະສຸກງາມພ້ອມໃຫ້ລູກຄ້າເຂົ້າມາທ່ຽວຊົມ ຊຶ່ງຄາດຄະເນວ່າຈະເກັບຜົນຜະລິດ ແລະຈໍາໜ່າຍໃນທ້າຍເດືອນມັງກອນ ແລະຕົ້ນເດືອນກຸມພາທີ່ຈະມາເຖິງນີ້ນອກນີ້ຍັງໄດ້ຈັດໃຫ້ມີບ່ອນສັດລ້ຽງ, ຮ້ານກາເຟ, ຕູບແຄມນໍ້າ ແລະຮ້ານອາຫານໄວ້ຄອຍໃຫ້ບໍລິການກັບລູກຄ້າ, ເລີ່ມແຕ່ເວລາ 9:30-19:30 ໂມງຂອງທຸກໆວັນ ພິເສດການເຂົ້າທ່ຽວຊົມຟາມດັ່ງກ່າວແມ່ນບໍ່ໄດ້ເສຍຄ່າ.
ທ່ານ ນາງ ວຽງສະຫວັນ ຄໍາມະນີວົງ ໃຫ້ຮູ້ຕື່ມອີກວ່າ: ເຖິງແມ່ນວ່າຜົນຜະລິດກະສິກໍາປອດສານພິດຈະມີລາຄາດີເປັນທີ່ຕ້ອງການຂອງສັງຄົມຜູ້ບໍລິໂພກແຕ່ການບົວລະບັດຮັກສາກໍເປັນສິ່ງສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ຖ້າເຮັດບໍ່ໄດ້ດີກໍຈະພາໃຫ້ຜົນຜະລິດຫຼຸດລົງຊຶ່ງການບົວລະບັດຮັກສາຕ້ອງໄດ້ນໍາໃຊ້ເຕັກນິກວິຊາການເຂົ້າຊ່ວຍເປັນຕົ້ນ: ລະບົບການໃຫ້ນໍ້າ, ການປ້ອງກັນແມງໄມ້, ການລົງທຶນໃສ່ໂຄງສ້າງ ແລະອື່ນໆ.