ຝຶກຊ້ອມ ກຽມຄວາມພ້ອມຮັບມືໄພພິບັດທີ່ອາດຈະເກີດຂຶ້ນ

ໃນວັນທີ 27 ມັງກອນ 2023 ອົງການກາແດງແຫ່ງຊາດລາວ ໄດ້ຈັດການຝຶກຊ້ອມຮ່ວມ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ຄະນະກຳມະການ ຄຸ້ມຄອງໄພພິບັດເມືອງເຊບັ້ງໄຟ ຢູ່ບ້ານຂົວເຊ, ເມືອງເຊບັ້ງໄຟ, ແຂວງຄຳມ່ວນ ເຊິ່ງມີຜູ້ເຂົ້າຮ່ວມມາຈາກກາແດງສູນກາງ, ກາແດງແຂວງຫລວງພະບາງ,ກາແດງແຂວງຄຳມ່ວນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ບໍລິສັດນໍ້າເທີນ 2, ຫ້ອງການແຮງງານເມືອງ, ສຶກສາເມືອງ, ການຄ້າເມືອງ, ໂຍທາເມືອງ, ຖະແຫຼງຂ່າວເມືອງ, ສາທາເມືອງ, ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມເມືອງ, ແມ່ຍິງເມືອງ, ຊາວຫນຸ່ມເມືອງ, ປກສ, ປກຊ, ແພດຫມໍ, ນ້ອງນັກຮຽນ ມັດທະຍົມ, ອາສາກາແດງ ພ້ອມດ້ວຍປະ ຊາຊົນໃນນັ້ນລວມມີຄົນພິການຜູ້ດ້ອຍໂອກາດເຂົ້າຮ່ວມ ລວມທັງໝົດ 167 ທ່ານ, ຍິງ 56 ທ່ານ.

ໃຫ້ກຽດເປັນປະທານໂດຍ ທ່ານ ຮສ. ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສີໄຮ ແກ້ວໄກຖິ່ນ ຫົວຫນ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໃນນາມຮອງປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ທ່ານ ລົດວິໄລ ຈັນທະນູວົງ ຮອງເຈົ້າເມືອງ ປະທານຄະນະກຳມະການປ້ອງກັນໄພພິບັດຂັ້ນເມືອງ, ທ່ານ ກາວີ ພອນ ສຸທິ ຫົວຫນ້າຫ້ອງການ ອົງການກາແດງແຫ່ງຊາດລາວ ພ້ອມບັນດາຫົວຫນ້າອົງການກາແດງແຂວງຫລວງພະບາງ, ແຂວງຄຳມ່ວນ, ຫົວຫນ້າກອງ, ຮອງກອງ, ການຝຶກຊ້ອມຮ່ວມຄັ້ງນີ້ແມ່ນເພື່ອສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ - ອາສາສະໝັກກາແດງແຂວງ ແລະ ຄະນະກໍາມະການຄູ້ມຄອງໄພພິບັດເມືອງເຊບັ້ງໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງ, ເປັນການກຽມຄວາມພ້ອມໃນການຮັບມືກັບໄພພິບັດທີ່ອາດຈະເກີດຂື້ນໃນອະນາຄົດໃຫ້ແກ່ພະນັກງານ-ອາສາສະໝັກກາແດງແຂວງ ແລະ ຄະນະກໍາມະການຄູ້ມຄອງໄພພິບັດເມືອງ, ເປັນການຫຼຸດຜ່ອນການສູນເສຍທາງດ້ານຊິວິດ ແລະ ຊັບສີນ ຂອງປະຊາຊົນຢູ່ພາຍໃນເມືອງເຊບັ້ງໄຊ, ແຂວງຄຳມ່ວນ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານການວາງແຜນ ການນຳໃຊ້ອຸປະກອນ, ບຸກຂະລາກອນ, ການຄວບຄຸມບັນຊາການ, ການປະສານງານ ແລະ ການຈັດຕັ້ງປະຕິບັດວຽກງານກຽມຄວາມພ້ອມຕອບໂຕ້ໄພພິບັດ ໃຫ້ແກ່ພະນັກງານກາແດງແຂວງຄໍາມ່ວນ, ຄະນະກຳມະການ ຄພມ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ໃນວຽກງານການຄົ້ນຫາ, ກອບກູ້ຊວ່ຍເຫຼືອຜູ້ປະສົບໄພ ແລະ ເພື່ອໃຫ້ມີຄວາມພ້ອມ, ມີຄວາມເປັນເອກະພາບ, ແທດເໝາະກັບສະພາບຄວາມເປັນຈິງຂອງໄພທຳມະຊາດຢູ່ທ້ອງຖີ່ນນັ້ນ ທີ່ອາດຈະເກີດຂຶ້ນໃນອະນາຄົດ.

ການຝຶກຊ້ອມຮ່ວມໃນຄັ້ງນີ້ແມ່ນໄດ້ຝຶກຊ້ອມທັກສະ, ວິທີການຊ່ວຍເຫລືອຜູ້ປະສົບໄພທາງບົກ ແລະທາງນໍ້າ, ປະຕິບັດຕົວຈິງກ່ຽວກັບຫລັກການປະຖົມພະຍາບານ, ການປະເມີນຄົນເຈັບ, ການຄົ້ນຫາ, ເຄື່ອນຍ້າຍ ແລະ ຊ່ວຍເຫລືອຜູ້ບາດເຈັບ, ວິທີການມອດໄຟດ້ວຍບັ້ງມອດໄຟ, ລົດດັບເພີງ, ພ້ອມນີ້ຍັງໄດ້ຕັ້ງຈຸດສູນພັກຊົ່ວຄາວ, ຈຸດຊ່ວຍເຫລືອບັນເທົາທຸກ, ຈຸດປະຖົມພະຍາບານ, ຈຸດຜະລິດນໍ້າສະອາດ ແລະ ສູນບັນຊາການ.

ໃນໂອກາດດຽວກັນ, ອົງການກາແດງແຫ່ງຊາດລາວ ຍັງໄດ້ມອບເຄື່ອງຊ່ວຍເຫລືອບັນເທົາທຸກໃຫ້ແກ່ຄົນພິການ ແລະ ຄົນດ້ອຍໂອກາດ ຈຳນວນ 06 ຊຸດ, ແລະ ເຄື່ອງໃຊ້ຈຳນວນຫນື່ງໃຫ້ແກ່ປະຊາຊົນບ້ານດັ່ງກ່າວ ລວມງົບປະມານການຝຶກຊ້ອມຮ່ວມໃນຄັ້ງນີ້ຈຳນວນ 161, 878, 000 ກີບ, ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ ກາແດງສະວິດ໌ສ.