ສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ເປີດກວ້າງ ຄັ້ງທີ 8 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ເປີດກວ້າງ ຄັ້ງທີ 8 ສະໄໝທີ VII ສຳເລັດລົງໃນວັນທີ 26 ມັງກອນ 2023 ພາຍຫລັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາ ພັກແຂວງ, ກໍາມະການພັກແຂວງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມບັນດາຜູ້ແທນໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນເພື່ອຊອກໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະຂໍ້ຂາດຕົກບົກຜ່ອງໃນການນໍາພາຂອງຄະນະພັກແຕ່ລະຂັ້ນ, ພ້ອມນັ້ນກໍໄດ້ລົງເລິກຕີລາຄາການນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ, ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຕ່າງໆ ທຽບໃສ່ນິຕິກໍາທີ່ຂັ້ນເທີງວາງອອກ, ຕີລາຄາວຽກງານກວດກາພັກ-ລັດ, ວຽກງານອົງການຈັດຕັ້ງມະຫາຊົນໃນໄລຍະຜ່ານມາ, ຕີລາຄາການນໍາພາ-ຊີ້ນໍາ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ງົບປະມານ-ການເງິນປີ 2022 ແລະ ທິດທາງແຜນການປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ.

ໃນໄລຍະ 1 ປີຜ່ານມາ, ເສດຖະກິດຂອງແຂວງຂະຫຍາຍຕົວຢູ່ໃນລະດັບ 4,9% ແລະລວມຍອດຜະລິດຕະພັນພາຍໃນປີໃຫ້ໄດ້ປະມານ 12.339 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 29,47 ລ້ານກີບ ຫລືເທົ່າກັບ 1.734 ໂດລາສະຫະລັດ. ໃນນີ້, ກະສິກຳຄາດວ່າຈະຂະຫຍາຍຕົວ 3,1% ກວມ 26%, ອຸດສາຫະກຳຂະຫຍາຍຕົວ 8,3% ກວມ 38%, ການບໍລິການຈະຂະຫຍາຍຕົວ 3,8% ກວມ 36%, ສາມາດເກັບລາຍຮັບພາຍໃນແຂວງ ປະຕິບັດໄດ້ 277,5 ຕື້ກີບ, ລື່ນແຜນການ 18,3%.

ກອງປະຊຸມຄັ້ງນີ້ຍັງໄດ້ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກ ແລະແບ່ງໜ່ວຍດໍາເນີນຊີວິດການເມືອງເພື່ອສໍາຫລວດບຸກຄົນພາຍໃນຄະນະພັກ, ຕີລາຄາແບ່ງປະເພດຂອງຄະນະບໍລິຫານງານພັກແຂວງ.
ຂປລ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ