ສ້າງຕັ້ງກຸ່ມຜະລິດກະສິກຳອິນຊີ ບ້ານຫລັກ 40 ເມືອງປາກຊ່ອງ

ບໍລິສັດພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ປະກາດສ້າງຕັ້ງກຸ່ມຜະລິດກະສິກຳອິນຊີ ປູກພືດຜັກປອດສານພິດເປັນສິນຄ້າ ບ້ານຫລັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ພາຍຫລັງດຳເນີນກິດຈະກຳມາແຕ່ປີ 2021 ແລະ ສະຫລຸບການເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກຳຊຸມປີຜ່ານມາ ແລະທິດທາງແຜນການປີ 2023 ໃນວັນທີ 25 ມັງກອນ 2023 ໂດຍມີທ່ານ ຊັບປະທີບ ໄຊຍະວົງ ຮອງເຈົ້າເມືອງປາກຊ່ອງ, ທ່ານ ຄໍາຮູ້ ມຸກດາຣາ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງ, ມີບັນດາສະມາຊິກຸ່ມຜະລິດກະສິກຳອິນຊີ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຊຶ່ງການປູກພືດຜັກປອດສານພິດເປັນສິນຄ້າໄດ້ປະກອບສ່ວນສຳຄັນໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນໃຫ້ດີຂຶ້ນ.

ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ, ປະທານກຸ່ມຜະລິດກະສິກຳອິນຊີ ປູກພືດຜັກປອດສານພິດເປັນສິນຄ້າ ບ້ານຫລັກ 40 ເມືອງປາກຊ່ອງ ໃຫ້ຮູ້ວ່າ: ກຸ່ມຜະລິດກະສິກຳອິນຊີ ບ້ານຫລັກ 40 ໄດ້ຮັບອະນຸຍາດສ້າງຕັ້ງໃນຕົ້ນປີ 2021 ແລະຄຸ້ມຄອງກຸ່ມ ໂດຍທ່ານເຈົ້າເມືອງ ແລະຫ້ອງການກະສິກຳ ແລະປ່າໄມ້ເມືອງປາກຊ່ອງ ຊຶ່ງແມ່ນບໍລິສັດພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງເປັນຜູ້ລິເລີ່ມຊຸກຍູ້ສົ່ງເສີມປຸກລະດົມຂົນຂວາຍເຕົ້າໂຮມປະຊາຊົນພາຍໃນບ້ານຫລັກ 40 ສ້າງຕັ້ງເປັນກຸ່ມໂດຍມີຈຸດປະສົງເພື່ອເປີດໂອກາດໃຫ້ປະຊາຊົນທີ່ຢູ່ໃນເຂດພື້ນທີ່ໄກ້ຄຽງແຫລ່ງທ່ອງທ່ຽວທີ່ມີມູນເຊື້ອດູໝັ່ນ ໄດ້ມີຜົນປະໂຫຍດ ແລະປະກອບສ່ວນໃນກິດຈະກໍາພັດທະນາແຫລ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຍືນຍົງໂດຍຈະມີລາຍໄດ້ສໍາຮອງຈາກການສະໜອງພືດຜັກ,ໝາກໄມ້ປອດສານພິດ ໃຫ້ແຫລ່ງທ່ອງທ່ຽວເພື່ອປຸງແຕ່ງອາຫານເພື່ອສຸຂະພາບໃຫ້ແກ່ນັກທ່ອງທ່ຽວ ແລະຈຳໜ່າຍທົ່ວໄປພາຍໃນຕະຫລາດສົດຕາດເຍືອງ ແລະສົ່ງອອກຕ່າງປະເທດນຳອີກດ້ວຍ. ທັງນີ້, ກໍເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນກວ່າເກົ່າ.

ທ່ານ ນາງ ສອນທິດາ ອຸນາພົມ ຍັງໃຫ້ຮູ້ອີກວ່າ: ປະຈຸບັນ, ພວກເຮົາມີຂອບເຂດສົ່ງເສີມການຜະລິດດັ່ງກ່າວໂດຍສະເພາະຢູ່ພາຍໃນກຸ່ມປະຊາຊົນບ້ານຫລັກ 40, ມີສະມາຊິກກຸ່ມທັງໝົດ 60 ຄອບຄົວ ແລະແບ່ງເປັນ 4 ຈຸຜະລິດ ເພື່ອປູກພືດຜັກ ແລະໝາກໄມ້ແບບປະສົມປະສານ ໃນເນື້ອທີ່ສວນກາເຟຂອງແຕ່ລະຄອບຄົວ ຈໍານວນ 87 ເຮັກຕາ ໂດຍບໍລິສັດພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຈຳກັດ ໄດ້ກຳນົດນະໂຍບາຍສົ່ງເສີມກຸ່ມ ດ້ວຍວິທີການເກັບຊື້ຜົນຜະລິດແບບຄໍ້າປະກັນລາຄາທີ່ເໝາະສົມກັບກຸ່ມ (ໃນແຕ່ລະໄລຍະ). ນອກຈາກນີ້ຍັງມີນະໂຍບາຍຊ່ວຍເພີ່ມມູນຄ່າລາຄາເກັບຊື້ຜະລິດຕະພັນ ກິໂລລະ 200 ກີບ ຈາກລາຄາປົກກະຕິໃນທ້ອງຕະຫລາດ ເພື່ອໃຫ້ກຸ່ມມີເງິນສະສົມສ້າງກອງທຶນຄັງສະຫວັດດີການຂອງກຸ່ມ.

ໃນ 1 ປີຜ່ານມາ, ກຸ່ມຜະລິດກະສິກຳອິນຊີ ສາມາດຈຳໜ່າຍຜົນຜະລິດໃຫ້ບໍລິສັດ ໄດ້ກວ່າ 48 ໂຕນ ໃນນີ້ບໍລິສັດວາງຄາດໝາຍຈະເກັບຊື້ພືດຜັກໝາກໄມ້ໃຫ້ໄດທັງໝົດ 44 ຊະນິດ ຕໍ່ເດືອນ, ແຕ່ຕົວຈິງກຸ່ມສາມາດສະໜອງໝົດປີໄດ້ພຽງແຕ່ 24 ຊະນິດຄື: ປະເພດຜັກ 18 ຊະນິດ, ປະເພດໝາກໄມ້ 5 ຊະນິດ ແລະຖ່ານດັງໄຟ ແລະເງິນກອງທຶນຄັງສະສົມສະຫວັດດີການຂອງກຸ່ມ ກິໂລລະ 200 ກີບ ເກືອບ 10 ລ້ານກີບ.