ໂຮງ​ແຮມ​ອະ​ນັນ​ຕະ ຫຼວງ​ພະ​ບາງ ສາ​ຂາ 3 ເປີດ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ

ເມື່ອ​ວັນ​ທີ 22 ມັງ​ກອນ​ 2023 ທີ່​ນະ​ຄອນຫຼວງ​ພະ​ບາງ ໄດ້​ມີ​ພິ​ທີ​ເປີດ​ໂຮງ​ແຮມ ອະ​ນັນ​ຕະ ຫຼວງ​ພະ​ບາງ ສາ​ຂາ3 ຢ່າງ​ເປັນ​ທາງ​ການ ເພື່ອ​ເປັນ​ການ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ແຂວງຫຼວງ​ພະ​ບາງ ໃນ​ພິ​ທີ​ດັ່ງ​ກ່າວໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ເລື່ອມ ມະ​ນີ​ວົງ ຮອງ​ເຈົ້າ​ແຂວງຫຼວງ​ພະ​ບາງ, ທ່ານ ວຽງ​ທອງ ຫັດ​ສະ​ຈັນ ເຈົ້າ​ນະ​ຄອນຫຼວງ​ພະ​ບາງ,ທ່ານ ມີ​ໄຊ ຄຳ​ບຸນ​ເຮືອງ ເຈົ້າ​ຂອງ​ໂຮງ​ແຮມ​ອະ​ນັນ​ຕະ,ທ່ານ ນາງ ກັນ​ນີ​ຊາ ທະ​ນະ​ວໍ​ລະ​ນັນ​ກຸນ ຮຸ້ນ​ສ່ວນ​ໂຮງ​ແຮມ​ອະ​ນັນ​ຕະ ພ້ອມ​ດ້ວຍ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ໂຮງ​ແຮມ​ອະ​ນັນ​ຕະ ສ້າງ​ຕັ້ງ​ຂຶ້​ນ​ແຕ່​ປີ 2016 ຕໍ່​ມາ​ຮອດ​ປີ 2021 ທ່ານ​ມີ​ໄຊ ຄຳ​ບຸນ​ເຮືອງ ໄດ້​ເຂົ້າ​ມາ​ບໍ​ລິ​ຫານ​ແທນ​ຊຶ່ງ​ໄດ້​ປ່ຽນ​ຊື່​ຈາກ ອະ​ນັນ​ຕະ ວິນ​ລາ ມາເປັນ ອະ​ນັນ​ຕະ ຫຼວງ​ພະ​ບາງ, ຈາກນັ້ນ​ຜ່ານ​ມາ 6-7 ເດືອນ ກໍ​ຮູ້​ສຶກວ່າ ປະ​ເທດ​ລາວ ໄດ້​ເປີດ​ສູ່​ການ​ທ່ອງ​ທ່ຽວ​ໃໝ່ ຫຼັງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ 19 ໄດ້​ເບົາ​ບາງ​ລົງ​ຈຶ່ງ​ໄດ້​ຂະ​ຫຍາຍ​ສາ​ຂາ2 ແລະ​ກໍ​ໃຊ້​ເວ​ລາບໍ່​ດົນ​ໄດ້​ມີ​ສາ​ຂາ 3 ເກີດ​ຂຶ້ນ ປະ​ຈຸ​ບັນ​ລວມ​ທັງ​ໝົດ 3ສາ​ຂາ ມີ 49ຫ້ອງ ໂດຍ​ສະ​ເພາະ ສາ​ຂາ3 ແມ່ນ​ມີ 20 ຫ້ອງ ແລະ​ແນ່ນອນ​ວ່າ​ໃນ​ອະ​ນາ​ຄົດ​ໂຮງ​ແຮມ​ອະ​ນັນ​ຕະ ຫຼວງ​ພະ​ບາງ ມີ​ແຜນ​ຈະ​ຂະ​ຫຍາຍ​ສາ​ຂາ​ເພີ່ມ ເພື່ອຈະ​ໄດ້​ຮອງ​ຮັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ ​ທີ່​ເຂົ້າ​ມາ​ທ່ຽວ​ພາຍ​ໃນ​ແຂວງຫຼວງ​ພະ​ບາງ​ໃຫ້​ພຽງ​ພໍ.

ທ່ານ ມີໄຊ ຄຳບຸນເຮືອງ ຈາກເດັກນ້ອນຂ້າງທາງທີ່ບໍ່ມີຫຍັງເລີຍພໍ່ແມ່ພີ່ນ້ອງແຕກແຍກຕັ້ງແຕ່ນ້ອຍຕອນນີ້ເພິ່ນກາຍເປັນນັກທຸລະກິດໜຸ່ມອີກຄົນໜຶ່ງທີ່ສາມາດເຮັດທຸລະກິດທັງພາຍໃນ ແລະຕ່າງປະເທດໂດຍທຸລະກິດຢູ່ຕ່າງປະເທດບໍ່ວ່າຈະເປັນເລື່ອງອາຫານ, ອະສັງຫາລິມມະຊັບ, ຕຶກອາຄານໃຫ້ຄົນເຊົ່າ, ສ່ວນທຸລະກິດຢູ່ເມືອງລາວ ກໍ່ມີໂຮງແຮມ ອະນັນຕະ ຫຼວງ​ພະ​ບາງ ສາຂາ1, ສາຂາ 2 ແລະສາຂາ 3, ນອກຈາກໂຮງແຮມແລ້ວເພິ່ນກະຍັງມີໂຄງການຫຼາຍໆໂຄງການເຂົ້າມາບໍ່ວ່າຈະເປັນຕະຫຼາດ, ໂຮງຮຽນການກະເສດ ແລະອື່ນໆ.

  ໂຮງແຮມອະນັນຕະ ຫຼວງພະບາງ ຊຶ່ງຕອນນີ້ທຸລະກິດເພິ່ນໄປໄດ້ດີຫຼາຍ, ມີລູກຄ້າເຂົ້າມາໃຊ້​ບໍ​ລິ​ການບໍ່ຂາດສາຍບໍ່ວ່າຈະເປັນແຂກຕ່າງດ້າວຊາວຕ່າງເມືອງ ຫຼືແຂກຊາວລາວເຮົາເອງ ທີ່ກຳລັງຫຼັ່ງໄຫຼ່ເຂົ້າມາພັກຜ່ອນຍ່ອນໃຈ ທີ່ຫຼວງພະບາງ, ໂຮງແຮມເພິ່ນຈະຈັດຢູ່ໃນລະດັບ 4-5ດາວ, ໂຮງແຮມເພິ່ນກຳລັງເປັນກະແສຕອບຮັບກະຍ້ອນວ່າ ສະຖານທີ່ຈະຢູ່ຈຸດໃຈກາງເມືອງຂອງຫຼວງພະບາງ ໂດຍບໍ່ມີໃຜປຽບປານໄດ້ເລື່ອງສະຖານທີ່ພັກເພາະວ່າ: ຕະຫຼາດເຊົ້າ, ຕະຫຼາດມືດຕິດກັບໂຮງແຮມເລີຍ ຫຼືເວົ້າແບບບ້ານໆເຮົາວ່າ ຕິດຕີນຂັນໄດ້ເຮືອນພຸ້ນແຫຼະທຸກຄົນ, ສິ່ງທີ່ສຳຄັນໄປກ່ວານັ້ນເພິ່ນອາໄສປະສົບການໃນການສືກສາ ແລະການບໍລິຫານແບບຕ່າງປະເທດ.

ສິ່ງທີ່ສຳຄັນໄປກ່ວານັ້ນເພິ່ນຢາກສົ່ງເສີມການທ່ອງທ່ຽວເພິ່ນຈະເນັ້ນໄປໃນກຸ່ມກ້ອນເດັກນ້ອຍໄວໜຸ່ມ ພະນັກງານທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ, ຄົນຫາເຊົ້າກິນຄໍ່າ ຢາກໃຫ້ຄົນເຫຼົ່ານີ້ໄດ້ມາສຳພັດກັບຄຳວ່າຫຼູຫຼາອະລັງການ ແລະລາຄາທີ່ທຸກຄົນກໍ່ສາມາດຈັບຕ້ອງໄດ້ປະຈຸບັນເພິ່ນກໍ່ສາມາດສ້າງວຽກເຮັດງານທຳຄົນລາວ 30 ຕຳແໜ່ງງານ.