ແສງສະຫວັນ-ວີລໍ່ ເຕັກໂນໂລຊີ ອິນເດຍ ຮ່ວມມືພັດທະນາພ້ອມເປີດສອນຫຼັກສູດຮ່ວມມື

ສະຖາບັນທຸລະກິດແສງສະຫວັນ ແລະສະຖາບັນວີລໍ່ ເຕັກໂນໂລຊີ ປະເທດອິນເດຍ ຮ່ວມມືໃນການພັດທະນາ ແລະເປີດສອນຫຼັກສູດຮ່ວມມື (ຫຼັກສູດວິທະຍາສາດຄອມພິວເຕີ ແລະບໍລິຫານທຸລະກິດ) ເພື່ອສະໜອງແຮງງານທີ່ມີຄຸນນະພາບອອກສູ່ຕະຫຼາດແຮງງານ ແລະເພື່ອເຊື່ອມໂຍງກັບພາກພື້ນ ແລະສາກົນ.

ໃນວັນທີ 20 ມັງກອນ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານວິຊາການໃນການພັດທະນາ ແລະ ເປີດສອນຫຼັກສູດຮ່ວມມື (ຫຼັກສູດວິທະຍາສາດຄອມພິວເຕີ ແລະ ບໍລິຫານທຸລະກິດ) ລະຫວ່າງ ສະຖາບັນທຸລະກິດແສງສະຫວັນ ສປປ ລາວ ແລະ ສະຖາບັນວີລໍ່ ເຕັກໂນໂລຊີ (Vellore Institute of Technology (VIT)) ປະເທດອິນເດຍ,ໂດຍໃຫ້ກຽດຕາງໜ້າລົງນາມຂອງທ່ານ ນາງ ສັກດິນາ ໂຣຊອງ ຜູ້ອຳນວຍການຝ່າຍບໍລິຫານ ສະຖາບັນທຸລະກິດແສງສະຫວັນ ແລະ ທ່ານ ດຣ ວີເຈ ກູມາ ຈັນດາສະກ່າລັນ ຜູ້ອຳນວຍການຝ່າຍພົວພັນສາກົນ ສະຖາບັນວີລໍ່ ເຕັກໂນໂລຊີ (VIT) ປະເທດອິນເດຍ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງກະຊວງສຶກສາທິການ ແລະ ກິລາ,ທ່ານ ປອ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ,ປະທານສະມາຄົມການສຶກສາພາກເອກະຊົນ, ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ພ້ອມດ້ວຍເລຂາທູດອິນເດຍ ປະຈຳ ສປປ ລາວ, ບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆ, ພະນັກງານ ແລະ ນັກສຶກສາຢ່າງພ້ອມພຽງ.

ໃນພິທີ,ທ່ານ ປອ ຄຳແສນ ສີສະວົງ ໄດ້ກ່າວໃຫ້ຮູ້ວ່າ: ປັດຈຸບັນປະຊາຊົນລາວບັນດາເຜົ່າຕ່າງກໍມີການແຂ່ງຂັນກັນສ້າງສາ ແລະພັດທະນາປະເທດຊາດ ແລະ ສະຖາບັນທຸລະກິດແສງສະຫວັນ ກໍເຊັ່ນກັນໄດ້ສ່ວນໜຶ່ງໃນການປະກອບສ່ວນວຽກງານການພັດທະນາຊັບພະຍາກອນມະນຸດ ເພື່ອສະໜອງແຮງງານທີ່ມີຄຸນນະພາບອອກສູ່ຕະຫຼາດແຮງງານ ແລະເພື່ອເຊື່ອມໂຍງກັບພາກພື້ນ ແລະສາກົນ. ດັ່ງນັ້ນ, ແສງສະຫວັນ ຈຶ່ງໄດ້ຍົກສູງວຽກງານການຮ່ວມມືທັງໃນພາກພື້ນ ແລະສາກົນ.

ສໍາລັບພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ສະຖາບັນ ກໍຄື ສະຖາບັນທຸລະກິດແສງສະຫວັນ (SIB) ສປປ ລາວ ແລະສະຖາບັນວີລໍ່ ເຕັກໂນໂລຊີ (VIT) ປະເທດອິນເດຍ ໃນຄັ້ງນີ້, ແມ່ນເພື່ອເປັນການຮ່ວມມືດ້ານວິຊາການໃນການພັດທະນາ ແລະເປີດສອນຫຼັກສູດຮ່ວມມື (ຫຼັກສູດວິທະຍາສາດຄອມພິວເຕີ ແລະ ບໍລິຫານທຸລະກິດ),ຊຶ່ງເປັນການຮ່ວມມືພັດທະນາຫຼັກສູດນີ້ແຫ່ງທຳອິດ ແລະແຫ່ງດຽວຂອງສະຖາບັນການສຶກສາພາກເອກະຊົນໃນ ສປປ ລາວ ຈາກປະສົບການເປີດການຮຽນການສອນໃຫ້ນັກສຶກສາມາຫຼາຍກວ່າ 60.000 ພັນຄົນຂອງສະຖາບັນວີລໍ່ ເຕັກໂນໂລຊີ (VIT).