ຄຳມ່ວນ ອະໄພຍະໂທດ-ຫຼຸດຜ່ອນໂທດ ແລະປ່ອຍໂຕນັກໂທດ

ໃນວັນທີ 25 ມັງກອນ 2023 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄໍາມ່ວນ ໃນພິທີຄັ້ງນີ້ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ປະທານຄະນະກໍາມະການອະໄພຍະໂທດລະດັບແຂວງ, ມີ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ, ທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນ ແຂວງ, ທ່ານ ພັອ ຄໍາສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາທ່ານໃນຄະນະກຳມະການອະໄພຍະໂທດລະດັບແຂວງພ້ອມດ້ວຍຄະນະຮັບຜິດຊອບຄະນະຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຕະຫຼອດຮອດຍາດພີ່ນ້ອງ ແລະນັກໂທດເຂົ້າຮ່ວມ.

ໃນພິທີແມ່ນໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດຂອງຄະນະກໍາມະການອະໄພຍະໂທດລະດັບແຂວງ ແລະ ຜ່ານລັດຖະດໍາລັດ ຂອງປະທານປະເທດວ່າດ້ວຍການໃຫ້ອະໄພຍະໂທດ ແລະລາຍຊື່ຂອງນັກໂທດທີ່ໄດ້ຮັບການອະໄພຍະໂທດ. ສໍາລັບປີ 2022 ນີ້ແຂວງຄໍາມ່ວນ ມີບັນດາຜູ້ທີ່ໄດ້ຮັບການອະໄພຍະໂທດ-ຫຼຸດຜ່ອນໂທດ ແລະປ່ອຍຕົວຈໍານວນທັງໝົດ 23 ຄົນ, ໃນນັ້ນໄດ້ຮັບການອະໄພຍະໂທດປ່ອຍຕົວ 5 ຄົນ, (ເປັນສັນຊາດລາວທັງໝົດ) ຊຶ່ງຈໍານວນດັ່ງກ່າວແມ່ນບຸກຄົນທີ່ມີຄວາມຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍ, ວິໄນຂອງຄ້າຍໄດ້ດີເປັນຜູ້ທີ່ມີຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຄ້າຍ,ມີແນວຄິດພຶດຕິກໍາປ່ຽນແປງ ແລະກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນຜ່ານມາ. ໃນໂອກາດນີ້ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນປະທານຄະນະກຳມະການອະໄພຍະໂທດລະດັບແຂວງກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ໄດ້ຮັບການອະໄພຍະໂທດພ້ອມທັງມີຄໍາເຫັນໂອ້ລົມຕໍ່ພິທີຄັ້ງນີ້ເຊິ່ງໄດ້ເນັ້ນໜັກໃນບາງບັນຫາເປັນຕົ້ນຜູ້ທີ່ຖືກຕັດອິດສະຫຼະພາບທຸກຄົນຕ້ອງປະຕິບັດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງ ໃຫ້ເລິກເຊິ່ງເຂັ້ມງວດ, ມີຄວາມຕື່ນຕົວບຸກບືນຫ້າວຫັນປະຕິບັດລະບຽບກົດໝາຍປັບປຸງປ່ຽນແປງ ແລະພັດທະນາຕົນເອງ, ສ່ວນຜູ້ປົກຄອງຫຼືຍາດພີ່ນ້ອງນັກໂທດຕ້ອງສ້າງເງື່ອນໄຂອໍານວຍຄວາມສະດວກໃນຫຼາຍດ້ານຕໍ່ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການພົວພັນ, ປະສານງານການຕອບສະໜອງຂໍ້ມູນຕ່າງໆ ໃຫ້ທັນຕາມກໍານົດເວລາ ພ້ອມກັນນັ້ນ ຄະນະນໍາຄ້າຍຄຸມຂັງຕ້ອງໄດ້ເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ແນວຄິດ, ຄຸນສົມບັດທັດສະນະລັກໝັ້ນ, ຈັນຍາບັນ, ຈັນຍາທໍາ ໃຫ້ແກ່ພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ເລິກເຊິ່ງເປັນປົກກະຕິ.