ກອງປະຊຸມໂຕະມົນປຶກສາຫາລື 5 ຫົວຂໍ້ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ສປປ ລາວ

ກອງປະຊຸມໂຕະມົນ ປະຈໍາປີ 2022 ຈັດຂຶ້ນໃນວັນທີ 26 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ຫົວຂໍ້: “ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ປະຈໍາປີ 2022 ແລະແຜນປີ 2023 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ”, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຈນ ວົງໂພສີລັດຖະມົນຕີ ກະຊວງແຜນການ ແລະການລົງທຶນແລະທ່ານ ນາງ ຊາລາ ເຊັກເກເນສຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການນໍາສະເໜີ ແລະປຶກສາຫາ 5 ຫົວຂໍ້ທີ່ສໍາຄັນ ຄື: 1) ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022ແລະ ແຜນປີ 2003; 2) ຍຸດທະສາດການເງິນ (2023-2025) ເພື່ອສະໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); 3) ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ; 4) ຄວາມຄືບໜ້າຂອງການຮ່າງແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປ ລາວ ແລະ 5) ທິດທາງການຮ່ວມມືໃນຕໍ່ໜ້າເພື່ອການພັດທະນາທີ່ມີປະສິດທິຜົນພາຍໃຕ້ແຜນດໍາເນີນງານຖະແຫຼງການວຽງຈັນ ແລະການທົບທວນໜ່ວຍງານຂະແໜງການ.

ໂອກາດນີ້ທ່ານ ຄໍາເຈນ ວົງໂພສີ ກ່າວວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ຕໍ່ ສປປ ລາວ ພວກຂ້າພະເຈົ້າສໍາລັບກອງປະຊຸມໂຕະມົນ ປະຈໍາປີ 2022 ໃນຄັ້ງນີ້ຖືເປັນໂອກາດດີທີ່ໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະແຜນປີ 2023, ຍຸດທະສາດການເງິນ, ຂອບການຟື້ນຟູເສດຖະກິດການອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະກົນໄກການຮ່ວມມືເພື່ອການພັດທະນາ.

ພ້ອມກັນນີ້ທ່ານ ຄໍາເຈນ ວົງໂະສີ ຍັງໄດ້ຢໍ້າຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານການຮ່ວມມືເພື່ອການພັດທະນາຕາມກົນໄກຂອງຂະບວນການໂຕະມົນທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງໜ່ວຍງານຂະແໜງການ ກໍຄື ແຜນດໍາເນີນງານຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນ, ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສອງວາລະແຫ່ງຊາດຂອງລັດຖະບານ, ວາລະການພັດທະນາ 2030 ແລະ ພັນທະສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້ ເຖິງແມ່ນວ່າ ສປປ ລາວ ຈະປະເຊີນກັບຄວາມຫຍຸ້ງຍາກປານໃດກໍຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາຍັງຮັກສາຄໍາໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.

ທ່ານ ນາງ ຊາລາ ເຊັກເກເນສ ໄດ້ມີຄໍາເຫັນວ່າ: ເນື່ອງຈາກຄວາມທ້າທາຍຫຼາຍຢ່າງທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນຫຼາຍກວ່າທີ່ເຄີຍມີມາບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການ, ການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນກວ່າເກົ່າ, ເພື່ອສະໜັບສະໜູນເສັ້ນທາງການພັດທະນາແບບຍືນຍົງ ແລະ ຮອບດ້ານ, ຂະບວນການໂຕະມົນນີ້ ຖືເປັນເວທີອັນລໍ້າຄ່າ ເພື່ອຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍດັ່ງກ່າວ ແລະ ດ້ວຍການປຶກສາຫາລືທີ່ມີແກ່ນສານ,ບົນພື້ນຖານການປຶກສາຫາລືບັນດາເນື້ອໃນດ້ານການເງິນເພື່ອການພັດທະນາ, ແນວໃດກໍຕາມ ການຟື້ນຟູ ແລະການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ, ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃນຄັ້ງນີ້ ທີ່ເປັນເວທີໃຫ້ແກ່ການປຶກສາຫາລື ແລະການແລກປ່ຽນຊງກັນແລະກັນ.
ຂ່າວ-ພາບ: ນາງແສງຈັນ