ກອງປະຊຸມສະໄໝສາມັນເທື່ອທີ 4 ສພຂ ເຊກອງ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ມັງກອນ 2023 ພາຍໃຕ້ການເປັນປະທານຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງໂດຍມີທ່ານ ເຫລັກໄຫລສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການທຽບເທົ່າ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະແຂກທີ່ຖືກເຊີນເຂົ້າຮ່ວມເຊິ່ງກອງປະຊຸມຈະໄດ້ຄົ້ນຄວ້າພິຈາລະນາ ແລະຮັບຮອງເອົາຫລາຍບັນຫາສໍາຄັນຂອງທ້ອງຖິ່ນ.

ໂອກາດນີ້ ທ່ານ ດົງເພັດ ພະຍົນ ໄດ້ໃຫ້ຮ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນວຽກຈຸດສຸມປີ 2023; ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023; ລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ຂອງແຂວງປະຈໍາປີ 2022 ແລະ ທິດທາງແຜນການປີ 2023; ລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023; ລາຍງານກ່ຽວກັບການຄຸ້ມຄອງກອງທຶນ ປະກັນສຸຂະພາບ ແຫ່ງຊາດ; ລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023; ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2021; ລາຍງານຂອງອົງການກວດກາ ລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການປີ 2023; ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2020; ລາຍງານຂອງສານ ແລະໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະທິດທາງແຜນການປີ 2023; ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງການສຶກສາພາກບັງຄັບພາຍໃນ ແຂວງ; ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ວິທະຍຸສື່ສານໂຟນີ; ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະທິດທາງ ແຜນການປີ 2023 ແລະບົດລາຍງານແຜນການສ້າງ ແລະປັບປຸງນິຕິກໍາໃຕ້ກົດໝາຍແຕ່ປີ 2023-2025 ຂອງສະພາປະຊາຊົນແຂວງເຊກອງ.

ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງ ຕໍ່ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ, ການປະກອບຄໍາເຫັນຂອງຄະນະປະຈໍາ ສະພາປະຊາຊົນແຂວງ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ ແລະ ຮັບຟັງຄໍາຊີ້ແຈງຂອງອົງການປົກ ຄອງແຂວງ, ພະແນກການທີ່ກ່ຽວຂ້ອງ ຕາມຄໍາຖາມເຈາະຈີ້ມ ຂອງຄະນະປະຈໍາສະພາປະຊາຊົນແຂວງ, ການປະກອບຄໍາເຫັນ, ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ.
ຂ່າວ: ຂປລ