ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 10 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 10 ສະໄໝທີ VIII ໄດ້ມີຂຶ້ນໃນວັນທີ 25 ມັງກອນ 2023 ທີ່ຫ້ອງວ່າການແຂວງຈຳປາສັກ. ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຈຳປາສັກ; ມີສະຫາຍ ຮອງເລຂາພັກແຂວງ; ບັນດາທ່ານ ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກ - ໜ່ວຍພັກຮາກຖານ ພະແນກການກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວບາງຕອນສຳຄັນວ່າ: ກອງປະຊຸມນີ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ເວົ້າລວມ, ເວົ້າສະເພາະ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ສືບຕໍ່ຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 9 ສະໄໝທີ VIII, ການປະຕິບັດ 2 ວາລະແຫ່ງຊາດ, ວາລະຂອງແຂວງຢ່າງເປັນຂະບວນການຟົດຟື້ນກວ້າງຂວາງໃນທົ່ວສັງຄົມ; ພ້ອມນັ້ນກໍຢູ່ໃນຊ້ວງໄລຍະແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ແລະໃນ ປີ 2022 ທີ່ຜ່ານມາພາຍໃຕ້ການນຳພາ-ຊີ້ນໍາຢ່າງໃກຊິດຂອງສູນກາງພັກ-ລັດຖະບານ ບວກກັບຄວາມພະຍາຍາມ, ຄວາມເປັນເອກະພາບສູງຂອງອົງຄະນະພັກ, ອົງການປົກຄອງແຂວງກໍຄືຄະນະພັກ, ອົງການປົກຄອງແຕ່ລະຂັ້ນເຮັດໃຫ້ສະພາບບັນຫາຕ່າງໆໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ມີພື້ນຖານ ແລະ ທ່ວງທ່າໃຫມ່ ສືບຕໍ່ຂະຫຍາຍຕົວໄປຕາມທິດທາງ ແລະ ຈຸດຫມາຍທີ່ວາງໄວ້. ອັນສຳຄັນ, ຜ່ານມາ ແຂວງຈຳປາສັກພວກເຮົາ ໄດ້ຮັບກຽດຕ້ອນຮັບ ທ່ານ ນາງ ປານີ ຢາທໍຕູ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະບັນດາທ່ານການນຳຂັ້ນສູງຫຼາຍທ່ານທີ່ມາເຄື່ອນໄຫວຊີ້ນໍາຊຸກຍູ້ວຽກງານຮອບດ້ານຢູ່ແຂວງຈຳປາສັກ.

ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ວັນ ຊຶ່ງຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ VIII, ໂດຍສະເພາະແມ່ນການນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ ປີ 2022 ທີ່ຜ່ານມາ, ຄົ້ນຄວ້າ ຕີລາຄາການນຳພາ ແລະ ໃຫ້ທິດຊີ້ນໍາຕໍ່ກັບວຽກງານໃນບາງຂະແໜງການ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ; ການຈັດຕັ້ງປະຕິບັດ 2 ວາລະຂອງແຂວງຕາມເນື້ອໃນວາລະແຫ່ງຊາດ; ວຽກງານກໍ່ສ້າງພັກ-ພະນັກງານ; ວຽກງານຄຸ້ມຄອງເງິນຕາຕ່າງປະເທດ,ຄຸ້ມຄອງອັດຕາແລກປ່ຽນ,ເງິນເຟີ້; ການຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການ ແລະ ທຸລະກິດນໍ້າມັນເຊື້ອໄຟ ແລະ ອີກຫຼາຍໆ ບັນດາເນື້ອໃນສຳຄັນທີ່ຕິດພັນໂດຍກົງກັບຄວາມຮັບຜິດຊອບການເມືອງ ຂອງອົງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ເພື່ອເຮັດໃຫ້ ມີຜົນສຳເລັດຕາມລະດັບຄາດໝາຍ, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງ ບັນດາສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນປະກອບຄໍາຄິດຄຳເຫັນຕໍ່ຮ່າງບັນດາເອກະສານ ແລະ ບົດລາຍງານໃນຫົວຂໍ້ຕ່າງໆ, ພ້ອມນີ້, ຍັງຈະໄດ້ດຳເນີນຊີວິດການເມືອງເພື່ອຕີລາຄາການເຄື່ອນໄຫວນຳພາວຽກງານຕົວຈິງຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ; ບັນຫາທີ່ສໍາຄັນ ພວກເຮົາຈະໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ຮ່າງມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ VIII, ເພື່ອເຮັດໃຫ້ຮ່າງເອກະສານດັ່ງກ່າວ ມີເນື້ອໃນຄົບຖ້ວນສອດຄ່ອງກັບສະພາບຄວາມເປັນຈິງ ແລະພ້ອມກັນຮັບຮອງເອົາມະຕິດັ່ງກ່າວເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດທີ່ມີປະສິດທິພາບ ແລະ ປະສິດຕິຜົນ.