ປະທານປະເທດພົບປະຢ້ຽມຢາມປະຊາຊົນເມືອງຫຼາ ແຂວງອຸດົມໄຊ

ໃນວັນທີ 21 ມັງກອນຜ່ານມານີ້, ທ່ານ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ປະທານປະເທດພ້ອມດ້ວຍຄະນະຈາກສູນກາງ ແລະ ຄະນະນຳຂອງແຂວງອຸດົມໄຊ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຫຼາແຂວງອຸດົມໄຊ ພາຍຫຼັງໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນປີທີ່ຜ່ານມາ ແລະ ພວມໄດ້ຮັບການຟື້ນຟູພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ.

ໃນການລົງຢ້ຽມຢາມ ເຂດໄດ້ຮັບຜົນກະທົບໃນຄັ້ງນີ້ການນຳຂອງແຂວງ, ຂອງເມືອງ ໄດ້ລາຍງານໃຫ້ທ່ານປະທານປະເທດຊາບກ່ຽວກັບການປະຕິບັດຟື້ນຟູ ຫຼັງໄດ້ຖືກໄພພິບັດມາເຖິງປັດຈຸບັນ ອົງການປົກຄອງເມືອງ ໄດ້ສົມທົບກັບອົງການປົກຄອງແຂວງ ໄດ້ປຸກລະດົມທົ່ວສັງຄົມ ເຂົ້າມາຊ່ວຍເຫຼືອຟື້ນຟູພື້ນທີ່ດັ່ງກ່າວ ຊຶ່ງມີເນື້ອທີ່ນາຖືກເສຍຫາຍທັງໝົດ 244 ເຮັກຕາ, ໃນນັ້ນເນື້ອທີ່ສາມາດຟື້ນຟູໄດ້ 193 ເຮັກຕາ, ເນື້ອທີ່ນາຟື້ນຟູສຳເລັດ 136,9 ເຮັກຕາ ກວມ 70,93%, ບໍລິສັດຟື້ນຟູໄດ້ 80 ເຮັກຕາ, ມູນຄ່າ 1,2 ຕື້ກີບ; ປະຊາຊົນຟື້ນຟູເອງໄດ້ 56,9 ເຮັກຕາ, ມູນຄ່າ 807 ລ້ານກີບ, ໃນນັ້ນໄດ້ປູກໝາກຖົ່ວເບີ ຈຳນວນ 395 ຄອບຄົວ, ເນື້ອທີ່ 90,65 ເຮັກຕາ, ປູກໝາກອຶ 50 ຄອບຄົວ, ເນື້ອທີ່ 25,16 ເຮັກຕາ, ປູກຢາສູບ 11 ຄອບຄົວ 3 ເຮັກຕາ, ລວມແລ້ວມີ 456 ຄອບຄົວ, ເນື້ອທີ່ 118,81 ເຮັກຕາ.

ພ້ອມດຽວກັນນີ້, ທ່ານປະທານປະເທດຍັງໄດ້ເຂົ້າຢ້ຽມຢາມສາງ ໝາກຖົ່ວເບີ ຂອງບໍລິສັດ ຊິງຕາ ທີ່ເປັນຜູ້ລົງທຶນຮັບເໝົາຟື້ນຟູເຂດຖືກໄພນໍ້າຖ້ວມ ແລະເຊົ່າເນື້ອທີ່ນາໃນລະດູແລ້ງ ໃນໄລຍະ5 ປີ. ຈາກນັ້ນ ໄດ້ລົງຢ້ຽມຢາມພື້ນທີ່ຜະລິດໝາກຖົ່ວເບີຂອງພໍ່ແມ່ປະຊາຊົນຕາມບໍລິສັດບຸກເບີກເພື່ອປູກພືດລະດູແລ້ງ.

ໂອກາດນີ້, ທ່ານເລຂາທິການໃຫຍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຕີລາຄາສູງຕໍ່ບັນດາຜົນສຳເລັດຂອງຄະນະພັກ-ຄະນະນຳ ຂັ້ນເມືອງ, ຂັ້ນແຂວງທີ່ໄດ້ເອົາໃຈໃສ່ເພີ່ມທະວີຍູ້ແຮງໃນການປັບປຸງພື້ນທີ່ຖືກຜົນກະທົບ ແລະດຶງດູດທຸລະກິດຟື້ນຟູ ເພື່ອຍົກສູງສະມັດຖະພາບ, ຄຸນນະພາບ ແລະຄວາມສາມາດການຈັດສັນ ແລະນຳໃຊ້ທ່າແຮງເພື່ອຊຸກຍູ້ຟື້ນຟູພື້ນທີ່ດັ່ງກ່າວໃຫ້ຄືນສູ່ສະພາບປົກກະຕິ.
ຂປລ. ຂ່າວ-ພາບ: ວົງເດືອນ ຄຳສະຫວັນ