ດ່ານພາສີສາກົນນາເພົ້າ ເກັບລາຍຮັບໄດ້ 94,7 ຕື້ກີບ ປີ 2022

ແຫຼ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນປີ 2022 ດ່ານພາສີສາກົນນາເພົ້າ ໄດ້ຮັບການມອບໝາຍເກັບລາຍຮັບເຂົ້າງົບປະມານທັງໝົດ 184,7 ຕື້ກີບ ທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ ເທົ່າກັບ 97,98% (ແຜນງົບປະມານໃນປີ 2021 ແມ່ນ 93,2 ຕື້ກີບ), ຜ່ານການຈັດຕັ້ງປະຕິບັດສາມາດຈັດເກັບໄດ້ທັງໝົດ 94,7 ຕື້ກີບ ເທົ່າກັບ 51,29% ຂອງແຜນການ.

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີ ສາກົນນາເພົ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ກ່ຽວກັບສາເຫດໃນການຈັດເກັບລາຍຮັບ ບໍ່ບັນລຸຕາມແຜນການໃນສົກປີ 2022 ເມື່ອບໍ່ດົນນີ້ວ່າ: ຕົວເລກການມອບໝາຍຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2022 ເປັນຕົວເລກທີ່ສູງພໍສົມຄວນ ເຊິ່ງເພີ່ມຂຶ້ນເກືອບເທົ່າຕົວຖ້າທຽບໃສ່ ປີ 2021 ແລະ ໃນປີ 2022 ດ່ານສາກົນນາເພົ້າ ຄາດວ່າຈະໄດ້ຮັບການເກັບຄ່າຊັກພິເສດ ສົ່ງອອກປະເພດແຮ່ທາດຕ່າງໆ ແຕ່ວ່ານິຕິກຳທີ່ເປັນບ່ອນອີງໃນການເກັບຄ່າຊັກພິເສດສິນຄ້າປະເພດດັ່ງກ່າວ ແມ່ນຍັງຢູ່ໃນການປັບປຸງບໍ່ທັນແລ້ວ, ການນຳເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ທີ່ເປັນລາຍຮັບຫລັກ ແມ່ນເຄື່ອນໄຫວບໍ່ປົກກະຕິ, ບາງບໍລິສັດແມ່ນບໍ່ມີການເຄື່ອນໄຫວເລີຍ, ການເຄື່ອນໄຫວຂອງຜູ້ປະກອບການໃນການ ນໍາເຂົ້າ-ສົ່ງອອກ ພົບຄວາມຫຍຸ້ງຍາກທາງດ້ານການເງິນ (ຄ່າຂອງເງິນກີບ ແລະ ເງິນຕາບໍ່ຄົງທີ່, ເງິນກີບອ່ອນຕົວ ເຮັດໃຫ້ການນຳເຂົ້າສິນຄ້າຫລຸດລົງ), ການນຳເຂົ້າສິນຄ້າສ່ວນຫລາຍ ຜູ້ປະກອບການແມ່ນຫັນໄປນໍາເຂົ້າຕາມກອບຂອງອາຊຽນ ເຊິ່ງໄດ້ຮັບບູລິມະສິດໃນການຫລຸດຜ່ອນ ແລະ ຍົກເວັ້ນພາສີນໍາເຂົ້າ ແລະ ຈຳນວນໜຶ່ງກໍ່ນໍາເຂົ້າຕາມໂຄງການລົງທຶນ ເຊິ່ງໄດ້ຮັບການຍົກເວັ້ນຕາມນະໂຍບາຍສົ່ງເສີມການລົງທຶນທັງພາຍໃນ ແລະຕ່າງປະເທດ.

ສໍາລັບໃນປີ 2023 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍເກັບລາຍຮັບທັງໝົດ 162,4 ຕື້ກີບ ທຽບໃສ່ປີ 2022 ຫລຸດລົງ 12,07% ແລະ ເພື່ອເຮັດໃຫ້ຄາດໝາຍສູ້ຊົນດັ່ງກ່າວບັນລຸຕາມແຜນການ ດ່ານພາສີສາກົນນາເພົ້າ ໄດ້ວາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດຄື: ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນຢ່າງປົກກະຕິ, ເພີ່ມທະວີຄວາມສາມັກຄີພາຍໃນຢ່າງໜັກແໜ້ນ, ສືບຕໍ່ລົງຊຸກຍູ້, ຕິດຕາມ, ກວດກາການປະຕິບັດວຽກງານຂອງພະນັກງານແຕ່ລະກຸ່ມງານຢ່າງເປັນປົກກະຕິ, ກວດກາເອກະສານ, ຫົວໜ່ວຍ, ຈຳນວນ, ນໍ້າໜັກ, ລາຄາ, ລະຫັດ, ແຫລ່ງກຳເນີດສິນຄ້າ ແລະ ສິຄ້ານໍາເຂົ້າ ຕາມນະໂຍບາຍສົ່ງເສີມການລົງທຶນໃຫ້ມີຄວາມຮັດກຸມ ຖືກຕ້ອງຕາມລະບຽບກົດໝາຍ, ຄຸ້ມຄອງສິນຄ້າຜ່ານແດນສາກົນໃຫ້ໄປຕາມລະບົບ ແລະມາດຕະຖານການຂົນສົ່ງສາກົນ, ປັບປຸງຂອດການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ຕັດຮອນຂັ້ນຕອນທີ່ບໍ່ຈໍາເປັນອອກ ແລະ ເພີ່ມທະວີວຽກງານກວດກາສິນຄ້າ ເຂົ້າ-ອອກດ່ານ ໃຫ້ໜັກແໜ້ນ, ເຂັ້ມແຂງ, ສືບຕໍ່ປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ແລະ ບັນດານິຕິກຳອື່ນໆ ທີ່ພົວພັນເຖິງການນຳເຂົ້າ-ສົ່ງອອກ ຢ່າງເຂັ້ມງວດ.
ຂປລ. ຂ່າວ-ພາບ: ກອງຄຳ