ເຊີນທ່ຽວງານເທດສະການອາຫານລາວ ກ້າວສູ່ສາກົນ 24-28 ມັງກອນ 2023

ສູນກາງສະຫະພັນແມ່ຍິງລາວຮ່ວມກັບສະມາຄົມນັກທຸລະກິດແມ່ຍິງໄດ້ເປີດງານເທດສະການອາຫານລາວປະຈໍາປີ 2023 ພາຍໃຕ້ຄໍາຂວັນ"ເທດສະການອາຫານລາວ ກ້າວສູ່ສາກົນ" ຂຶ້ນໃນວັນທີ 24ມັງກອນ 2023 ທີ່ສວນສາທາລະນະເຈົ້າອະນຸວົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ໂດຍໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງປະທານຄະນະກຳມະການຈັດງານເທດສະການອາຫານລາວ ແລະບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ໃຫ້ການສະໜັບສະໜູນ ແລະນັກທຸລະກິດເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ຈຸດປະສົງເພື່ອສົ່ງເສີມວັດທະນະທຳຮີດຄອງປະເພນີກ່ຽວກັບອາຫານການກິນການດຳລົງຊີວິດແບບລາວໃຫ້ເຊື່ອມໂຍງກັບຍຸກສະໄໝກ້າວສູ່ສາກົນໄດ້ຢ່າງລົງຕົວ, ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ ແລະລ້ຽງສັດຜູ້ມີພອນສະຫວັນປຸງແຕ່ງອາຫານ, ຮ້ານຂາຍຍ່ອຍຈາກຕ່າງແຂວງ, ນະຄອນຫລວງວຽງຈັນ ມາວາງສະແດງຂາຍ ແລະພັດທະນາຄຸນນະພາບອາຫານໃຫ້ໄດ້ມາດຕະຖານສາມາດຂະຫຍາຍການຂາຍກ້າວໄປສູ່ການສັ່ງຈອງ, ການຈັດສົ່ງສິນຄ້າໃຫ້ທົ່ວເຖິງສັງຄົມອັນກວ້າງໄດ້; ພ້ອມນັ້ນເພື່ອປຸກລະດົມຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະອອກສູ່ສາກົນເທື່ອລະກ້າວໂດຍສະເພາະງານ Word Expo Tokyo 2025 ທີ່ຈະມາເຖິງນີ້. ພິເສດໃນປີນີ້ໄດ້ຈັດໃຫ້ມີການແຂ່ງຂັນການປຸງແຕ່ງເຂົ້າສັງຂະຫຍາເຂົ້າກໍ່າເພື່ອກຽມຜະລິດໃຫ້ເປັນສິນຄ້າ ຫລືຂອງຝາກທີ່ສາມາດສົ່ງໄປຈຳໜ່າຍໃນຮ້ານທັງພາຍໃນ ແລະ ຕ່າງປະເທດ. ນອກນີ້ຍັງເປັນການສ້າງຂວັນກຳລັງໃຈໃຫ້ແມ່ຍິງໜຸ່ມທີ່ມີພອນສະຫວັນໃນການປຸງແຕ່ງອາຫານໃຫ້ມີໂອກາດອອກມາວາງສະແດງ ແລະຂາຍອາຫານທີ່ສາມາດບໍລິການນັກທ່ອງທ່ຽວໃຫ້ນັບມື້ນັບຫລາຍຂຶ້ນ.

ງານເທດສະການອາຫານລາວຈະດໍາເນີນແຕ່ ວັນທີ 24 ຫາ 28 ມັງກອນ 2023 ເລີ່ມແຕ່ເວລາ 9:00-22:00 ໂມງ,ມີຮ້ານທັງໝົດ180 ຮ້ານ; ໃນນີ້, ມີຮ້ານອາຫານລາວ, ຮ້ານອາຫານປະຍຸກ, ອາຫານສາກົນ ແລະສິນຄ້າກະສິກຳລວມ 162 ຮ້ານ; ເຄື່ອງຫັດຖະກຳ 18 ຮ້ານ ຄາດວ່າຈະມີເງິນໝູນວຽນ 3-4 ຕື້ກີບ. ນອກນີ້ໃນງານຍັງມີກິດຈະກໍາໂຄສະນາສິນຄ້າຂອງບໍລິສັດ, ທະນາຄານທີ່ໃຫ້ການສະໜັບສະໜູນງານດັ່ງກ່າວໃນທຸກໆວັນ, ຈັດໃຫ້ມີຮ້ານອາຫານລາວທີ່ເປັນເອກະລັກຈາກ 18 ແຂວງ ໄວ້ໃຫ້ບໍລິການແຂກທີ່ມາທ່ຽວງານສາມາດມາຊີມ-ຊື້ ແລະ ສັ່ງຈອງທາງອິນເຕີເນັດໄດ້; ແຂ່ງຂັນການປຸງແຕ່ງເຂົ້າສັງຂະຫຍາ, ການເດີນແບບຈາກສະຖາບັນບໍລິສັດ LT, ມີນັກຮ້ອງຮັບເຊີນສ້າງຄວາມເບີກບານມ່ວນຊື່ນໃນແຕ່ຄໍ່າຄືນ ແລະແຈກຂອງລາງວັນ.

ໃນໂອກາດດັ່ງກ່າວທ່ານ ນາງ ຈັນທະຈອນ ວົງໄຊ ກໍໄດ້ມອບໂລ້ລາງວັນ ແລະໃບກຽດຕິຄຸນໃຫ້ແກ່ກຸ່ມບໍລິສັດ, ທະນາຄານ, ບໍລິສັດເອກະຊົນຈໍານວນໜຶ່ງ ແລະ ສະມາຊິກສະມາຄົມນັກທຸລະກິດແມ່ຍິງລາວທີ່ໃຫ້ການສະໜັບສະໜູນດ້ານງົບປະມານ, ວັດຖຸ, ປັດໄຈສິ່ງອໍານວຍຄວາມສະດວກຕ່າງໆທັງໝົດ 36 ພາກສ່ວນ.
ຂ່າວ-ພາບ: ຍຸພິນທອງ