ສຄອຊ ມອບລາງວັນທຸລະກິດຊັ້ນນຳດີເດັ່ນໃຫ້ຫົວໜ່ວຍທຸລະກິດ ໃນທົ່ວປະເທດ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈັດພິທີມອບລາງວັນທຸລະກິດຊັ້ນນຳດີ ເດັ່ນປະຈຳປີ 2022 ໃຫ້ 80 ຫົວໜ່ວຍທຸລະກິດຈາກນະຄອນຫລວງວຽງຈັນ, ແຂວງຫລວງນໍ້າທາ, ວຽງຈັນ, ບໍລິຄຳໄຊ, ສະວັນນະເຂດ, ສາລະວັນ, ຈຳປາສັກ ແລະອັດຕະປື ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ພາຍໃຕ້ການເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ບັນດາ 80 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ໃນຄັ້ງນີ້, ແມ່ນໄດ້ການຄັດເລືອກຕາມມາດຕະຖານຄື: ເປັນສະມາຊິກຂອງ ສຄອຊ, ສຄອ ແຂວງ-ນະຄອນຫລວງ, ສະມາຄົມ, ກຸ່ມທຸລະກິດ ແລະ ສຄອ ຕ່າງປະເທດປະຈຳ ສປປ ລາວ ທີ່ຢູ່ໃຕ້ການຄຸ້ມຄອງຂອງ ສຄອຊ, ເປັນທຸລະກິດທີ່ໄດ້ດຳເນີນທຸລະກິດຕາມລະບຽບກົດໝາຍ ແລະ ເສຍພັນທະເຂົ້າລັດຖະບານ, ໃນໄລຍະວິກິດການໄດ້ບຸກບືນສ້າງທຸລະກິດຂອງຕົນເອງໃຫ້ເຂັ້ມແຂງ, ສາມາດປະຄັບປະຄອງທຸລະກິດ ຫລື ມີການປ່ຽນແປງຂະຫຍາຍຕົວ, ສ້າງວຽກເຮັດງານທຳ, ປະກອບການຟື້ນເສດຖະກິດຂອງຊາດ; ເປັນທຸລະກິດທີ່ມີການປະກອບສ່ວນຊ່ວຍເຫລືອສັງຄົມ ເພື່ອຜ່ານຜ່າວິກິດຕ່າງໆ ແລະ ມີການເຄື່ອນໄຫວເຂົ້າຮ່ວມກິດຈະກຳ, ວຽກງານຂອງ ສຄອຊ ຕາມແຜນງານ 6 ເສົາຄໍ້າ, ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສຄອຊ, ສຄອ ແຂວງ-ນະຄອນຫລວງ, ສຄອເມືອງ, ສະມາຄົມ, ກຸ່ມທຸລະກິດ ແລະ ອື່ນໆ.

ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວວ່າ: ໃນປີ 2022 ເສດຖະກິດຂອງລາວ ຍັງຢູ່ໃນໄລຍະການຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ- 19 ແລະ ຜົນກະທົບຂອງສະພາບ ການສະໜອງວັດຖຸປັດໄຈການຜະລິດ, ສະພາບການຂາດເຂີນເງິນຕາ, ເງິນສະກຸນເງິນກີບອ່ອນຄ່າ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແລະ ເຄື່ອງບໍລິໂພກ-ອຸ ປະໂພກ ຈຳນວນໜຶ່ງ ເຖິງຢ່າງໃດກໍຕາມມີທຸລະກິດຈໍານວນໜຶ່ງ ໃນເກືອບທຸກໆຂະແໜງການ ໂດຍສະເພາະ ໃນຂະແໜງການກະສິກຳ, ອຸດສາຫະກຳປຸງແຕ່ງ, ການທ່ອງທ່ຽວ, ການຂົນສົ່ງໂລຈິດຕິກ ແລະ ການບໍລິການອື່ນໆ ແມ່ນໄດ້ບຸກບືນພັດທະນາສ້າງທຸລະກິດຂອງຕົນເອງ ໃຫ້ເຂັ້ມແຂງ, ຈໍານວນໜຶ່ງແມ່ນໄດ້ຫັນຈາກການຜະລິດທຸລະກິດແບບເດີມ ມາເຂົ້າສູ່ການຜະລິດແບບໃໝ່, ຕາມຕະຫລາດໃໝ່ ເພື່ອໄດ້ປະຄອງຕົວ ແລະ ສືບຕໍ່ດຳເນີນທຸລະກິດປະກອບເຂົ້າໃນໂຄງປະກອບການຜະລິດແຫ່ງຊາດ, ສືບຕໍ່ສ້າງລາຍຮັບດ້ານງົບປະມານພາສີ-ອາກອນໃຫ້ແກ່ລັດຖະບານ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີບາງຄໍາຄິດຄໍາເຫັນຕໍ່ກັບທິດທາງວຽກງານຈຸດສຸມຂອງລັດຖະບານ ແລະແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ທີ່ພົວພັນກັບພາກທຸລະກິດ ເຊິ່ງໃນປີ 2023 ລັດຖະບານຈະສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເນັ້ນໃສ່ເປົ້າໝາຍຈຸດສຸມຕ່າງໆເຊັ່ນ: ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2023 ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ, ລາຍຮັບຕໍ່ຫົວຄົນ (GDP ຕໍ່ຫົວຄົນ) ບໍ່ຕໍ່າກວ່າ 1.625 ໂດລາສະຫະລັດ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ 1.534 ໂດລາສະຫາລັດ; ສູ້ຊົນ ຜະລິດກະສິກໍາ ເປັນສິນຄ້າ ໃຫ້ໄດ້ 7,47 ລ້ານໂຕນ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 14.029,09 ຕື້ກີບ, ຜະລິດກະແສໄຟຟ້າ ໃຫ້ບັນລຸໄດ້ 51.134 ລ້ານກິໂລວັດໂມງ ມູນຄ່າ 41.321 ຕື້ກີບ, ຜະລິດແຮ່ທາດ ໃຫ້ໄດ້ 19.795 ຕື້ກີບ; ສູ້ຊົນສ້າງມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ໃຫ້ບັນລຸໄດ້ 73.541,80 ຕື້ກີບ, ການບໍລິການຂົນສົ່ງສິນຄ້າໃນທຸກເສັ້ນທາງ(ທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ) ໃຫ້ໄດ້ 12.754 ພັນໂຕນ, ການຂົນສົ່ງໂດຍສານໃນທຸກເສັ້ນທາງໃຫ້ໄດ້ 95.864 ພັນຄົນ ແລະ ສູ້ຊົນດຶງດູດນັກທ່ອງທ່ຽວມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ປະມານ 1.400.000 ເທື່ອຄົນ ແລະ ສ້າງລາຍຮັບໝູນວຽກຈາກການທ່ອງທ່ຽວປະມານ 340 ລ້ານໂດລາສະຫະລັດ.
ຂປລ. ຂ່າວ:ກິດຕາ ພາບ: ຂັນໄຊ