ປີ 2023 ສວຍສາອາກອນແຂວງອັດຕະປື ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 500 ກວ່າຕື້ກີບ

ອີງຕາມການລາຍງານຈາກທ່ານ ສຸລິພອນ ຟອງສະໝຸດ ຮອງຫົວໜ້າສວຍສາອາກອນ ປະຈໍາແຂວງອັດຕະປື ຕໍ່ກອງປະຊຸມສະຫຼຸບວຽກງານສວຍສາອາກອນທີ່ຫາກໍ່ສໍາເລັດຫວ່າງບໍ່ດົນຜ່ານມາແລ້ວນີວ່າ: ໃນປີ 2023 ນີ້ແມ່ນເປັນປີທີສາມຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ, ຄັ້ງທີ 9 ແລະເປັນປີມ້ວນທ້າຍຂອງການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແຕ່ປີ 2021 ຫາ 2023 ແລະ ແຜນພັດທະນາຂະແໜງສ່ວຍສາອາກອນແຕ່ປີ 2021 ຫາ 2025 ຂອງສ່ວຍສາອາກອນປະຈຳແຂວງ. ພ້ອມນັ້ນອັນສໍາຄັນ ແລະ ເປັນສິ່ງທ້າທາຍແມ່ນການຫັນແຂວງກຸ້ມແຂວງຕາມນະໂຍບາຍລວມຂອງລັດຖະບານກໍ່ຄືກະຊວງການເງິນ, ຊຶ່ງໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນກໍ່ຄືກົມສ່ວຍສາອາກອນ ຈຳນວນ 461 ຕື້ກວ່າກີບ,ໃນນັ້ນ: ລາຍຮັບອາກອນທັງໝົດ ມີ 231 ຕື້ກວ່າກີບ, ຊຶ່ງລາຍຮັບຂອງສູນກາງຄຸ້ມຄອງມອບໃຫ້ແຂວງຈັດເກັບ ມີ 126 ຕື້ກວ່າກີບ ແລະລາຍຮັບຂອງແຂວງຄຸ້ມຄອງມີ 105 ຕື້ກີບ ແລະ ລາຍຮັບຊັບສິນທັງໝົດ 230 ຕື້ກວ່າກີບ, ຊຶ່ງລາຍຮັບຂອງສູນກາງຄຸ້ມຄອງມອບໃຫ້ແຂວງຈັດເກັບມີ 218 ຕື້ກວ່າກີບ ແລະລາຍຮັບຂອງແຂວງຄຸ້ມຄອງ ມີ 11 ຕື້ກວ່າກີບ ແລະ ເທົ່າກັບ 12,05% ຂອງ GDP ຂອງແຂວງ,ພ້ອມດຽວກັນນັ້ນແຂວງໄດ້ມອບໝາຍໃຫ້ສູ້ຊົນຈັດເກັບເພີ່ມຕື່ມອີກ ຈໍານວນ 50 ຕື້ກີບ,ເຊິ່ງລວມແລ້ວທັງໝົດທີ່ສວຍສາອາກອນແຂວງຈະຕ້ອງສູ້ຊົນເກັບລາຍຮັບໃຫ້ໄດ້ແມ່ນ 500 ກວ່າຕື້ກີບ.

ໂອກາດນີ້ທ່ານ ສຸລິພອນ ຟອງສະໝຸດ ຮອງຫົວໜ້າສວຍສາອາກອນ ປະຈໍາແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຈັດເກັບລາຍຮັບໃນປີ 2023 ຂອງຂະແໜງສວຍສາອາກອນໄດ້ບັນລຸຕາມແຜນການ ໄດ້ກໍານັດວຽກຈຸສຸມຄື: ຕ້ອງຮັບປະກັນການເກັບລາຍຮັບ ໃຫ້ມີຜົນສຳເລັດຕາມຕົວເລກຄາດໝາຍກຳນົດໄວ້ໃນແຕ່ລະດ້ານໂດຍສະເພາະຕົວເລກແຜນງົບປະມານທີ່ໄດ້ຈັດສັນແຕ່ລະປະເພດລາຍຮັບ ແລະມອບໝາຍຄວາມຮັບຜິດຊອບ ໃຫ້ຂະແໜງການກ່ຽວຂ້ອງ ແລະຂະແໜງສ່ວຍສາອາກອນແຕ່ລະຂັ້ນ,ສຸມໃສ່ການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດແຜນການປະຕິຮູບ,ນະໂຍບາຍອາກອນຫັນໄປສູ່ລະບົບທີ່ທັນສະໄໝເພື່ອຍົກສູງຄຸນນະພາບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມ ຄ່ອງຕົວ ດີຂື້ນເປັນກ້າວໆ ໄປພ້ອມກັນກັບການສ້າງຂີດຄວາມສາມາດໃຫ້ພະນັກງານດ້ວຍການກໍານົດຕົວຊີ້ວັດໃນຄວາມຮັບຜິດຊອບຂອງຕົນ ເພື່ອເຮັດກົມກອງມີຄວາມໜັກແໜ້ນເຂັ້ມແຂງ,ເກັບກໍາ ແລະ ສ້າງຖານລາຍຮັບໃຫ້ລະອຽດ,ຊັດເຈນ ໂດຍໃຫ້ຮູ້ໄດ້ເຖິງລາຍຮັບທີ່ຍືນຍົງ ແລະ ແບ່ງຂັ້ນຄຸ້ມຄອງຈັດເກັບລາຍຮັບໃຫ້ຈະແຈ້ງລະຫວ່າງ ແຂວງ,ເມືອງ ແລະບ້ານ ຮັບປະກັນການຄຸ້ມຄອງເກັບລາຍຮັບ ເຂົ້າງົບປະມານໃຫ້ຖືກຕ້ອງ,ຄົບຖ້ວນ,ທັນເວລາ ບົນພື້ນຖານລະບຽບ,ກົດໝາຍກຳນົດແນໃສ່ບຸກທະລຸດ້ານລາຍຮັບ ໃນປີ 2023 ໃຫ້ໄດ້ຕາມທິດທາງແຜນການການົດໄວ້,ໂຄສະນາ,ເຜີຍແຜ່ບັນດາກົດໝາຍກ່ຽວກັບສ່ວຍສາອາກອນ ແລະ ນິຕິກຳໃຕ້ກົດໝາຍ ຫຼືລະບຽບການກ່ຽວກັບວຽກງານຄຸ້ມຄອງເກັບລາຍຮັບໃຫ້ກວາງຂວາງ ແລະທົ່ວເຖິງທຸກເປົ້າໝາຍເພື່ອຮັບປະກັນ, ໃຫ້ບັນດາຫົວໜ່ວຍທຸລະກິດ ຫຼືຜູ້ປະກອບການໄດ້ຮັບຮູ້,ເຂົ້າໃຈ,ຕື່ນຕົວປະກອບສ່ວນເຮັດໜ້າທີ່ ແລະປະຕິບັດພັນທະຂອງຕົນຕາມລາຍໄດ້ຕົວຈິງໃນແຕ່ລະໄລຍະ,ຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງ ແລະບຸກຄະລາກອນໃຫ້ຖືກຕ້ອງ,ສອດຄ່ອງກັບພາລະບົດບາດຂອງກົມສ່ວຍສາອາກອນ ແລະແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານ,ໄປພ້ອມໆກັບການຫັນພະນັກງານຂັ້ນແຂວງລົງກໍ່ສ້າງຮາກຖານຢູ່ຂັ້ນເມືອງ ຫຼື ບ້ານ ຕາມນະໂຍບາຍລວມຂອງພັກ,ຖືເອົາວຽກງານກວດກາ-ກວດການເປັນເຄື່ອງມືອັນສໍາຄັນໃນການຕິດຕາມຜົນການກວດສອບ ຫຼືການກວດກາຂອງພາກສ່ວນກ່ຽວຂ້ອງ, ຄຽງຄູ່ກັບການກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານສ່ວຍສາອາກອນໃນຂອບເຂດທົ່ວແຂວງ,ເພີ່ມທະວີການແລກປ່ຽນ, ຖອດຖອນບົດຮຽນກັບບັນດາແຂວງພາຍໃນປະເທດ ແລະ ຕ່າງປະເທດເພື່ອຍາດແຍ່ງແຫຼ່ງທຶນຊ່ວຍໜູນ ແລະປັບປຸງວຽກງານຄຸ້ມຄອງສ່ວຍສາອາກອນໃຫ້ປະສິດທິຜົນ.