ຕົ້ນແຕ້ ສັກຂີພິຍານການຈາກໄປຂອງ ນັກຮົບປະຕິວັດ 17 ສະຫາຍ (ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74ປີ)

ສະໄໝຕໍ່ສູ້ກູ້ຊາດ ໄລຍະປີ 1964-1973 ພວກຈັກກະພັດຜູ້ຮຸກຮານໄດ້ນໍາກໍາລັງທະຫານຈໍານວນຫຼາຍກອງພັນບັນຊາໂດຍ ໂກໂລແນນ ໝອກ ເຂົ້າມາຍຶດເອົາເຂດເມືອງເຟືອງ ໂດຍພວກເຂົາໄດ້ທໍາການປາບປາມກຳລັງປະຕິວັດ, ເຂັນຂ້າຮາວີປະຊາຊົນ, ໃຊ້ກໍາລັງທະຫານຫຸ່ນຂາຍຊາດນໍາໂດຍພັນເອກ ຫຼອຍ ອັນຕວນ ປາບປາມ, ຂົມເຫັງ, ບັງຄັບປະຊາຊົນຢ່າງສາລະພັດ ດ້ວຍການຈັບ, ມັດ, ກັກຂັງ, ທຸບຕີ, ທໍລະມານ ດ້ວຍຮູບການຕ່າງໆ ພ້ອມກັນນີ້ຍັງໃຊ້ເຮືອບິນຖີ້ມລະເບີດລົງທາງອາກາດຊະຊາຍເຮັດໃຫ້ປະຊາຊົນລາວບັນດາເຜົ່າບາດເຈັບລົ້ມຕາຍເປັນຈໍານວນຫຼາຍ ເຮືອນຊານ ບ້ານຊ່ອງ ໄຮ່ນາຮົ້ວສວນຖືກທໍາລາຍຢ່າງຮາບກ້ຽງການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ພົບຄວາມຫຍຸ້ງຍາກລໍາບາກທີ່ສຸດ ເພາະພວກເຂົາບັງຄັບທຸກດ້ານ ຫຼາຍຄອບຄົວຖືກສັດຕູຈັບພໍ່, ອ້າຍໄປຂ້າບາງຄົນກໍຖືກທຸບຕີທໍລະມານຍ້ອນມັນສົງໄສວ່າເປັນສາຍລັບໃຫ້ແນວລາວ, ຍ້ອນມີຄວາມຄຽດແຄ້ນ, ບວກກັບນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນຢ່າງສູງສົ່ງປະຊາຊົນຊາວເມືອງເຟືອງ ຫຼາຍຄອບຄົວໄດ້ສະຫລະລູກ, ຜົວ ເຂົ້າເປັນກອງໜູນ, ເປັນທະຫານ, ເປັນກອງຫລອນ, ເປັນສາຍລັບ, ເພື່ອເຄື່ອນໄຫວຕ້ານກັບພວກຈັກກະພັດຜູ້ຮຸກຮານ ຖ້າຜູ້ໃດຫາກເຄື່ອນໄຫວເສຍລັບ ເຂົາຈະຈັບເອົາໄປຂ້າຖິ້ມ ດ້ວຍການບັງຄັບ, ເຕະ, ດຶງລາກໄປແຂວນຄໍໄວ້ຢູ່ຫງ່າຕົ້ນແຕ້ ປະຈຸບັນຕົ້ນແຕ້ດັ່ງກ່າວໄດ້ຖືກທາງເມືອງນຸລັກຮັກສາໄວ້ຢູ່ວັດບ້ານນາທົ່ວ ເມືອງເຟືອງ ແຂວງວຽງຈັນ ເພຶ່ອເປັນອານຸສອນໃຫ້ຄົນຮຸ່ນຫຼັງໄດ້ຮຽນຮູ້ເຖິງຄວາມຄຽດແຄ້ນ ແລະປ່າເຖື່ອນຂອງຈັກກະພັດຜູ້ຮຸກຮານ.

ໃນເມື່ອກ່ອນບໍລິເວນວັດບ້ານນາທົ່ວ ເມືອງເຟືອງ ເປັນປ່າດົງຕຶບໜາ, ບໍ່ມີໃຜເຂົ້າມາຂອບເຂດບໍລິເວນນີ້ໄດ້ເພາະເປັນປ່າຊ້າຢ້ານຜີສາງນາງໄມ້ຕ່າງໆ ແລະເປັນບ່ອນ ຕົ້ນແຕ້ທີ່ພວກສັດຕູແຂວນຄໍປະຊາຊົນ ແລະນັກປະຕິວັດຜູ້ຮັກຊາດເຖິງ 17ຄົນຢູ່ ຕົ້ນໄມ້ນີ້.

ຕົ້ນແຕ້ວັດບ້ານນາທົ່ວ ເມືອງເຟືອງແຫ່ງນີ້ໄດ້ກາຍເປັນສັກຂີພິຍານການສັງຫານໂຫດຂອງພວກກະຫາຍສົງຄາມ, ສັດຕູໄດ້ໃຊ້ກຳລັງປາບປາມນາບຂູ່, ກົດຂີ່ຂົ່ມເຫງ, ເຂັ່ນຂ້ານັກປະຕິວັດຊາວເມືອງເຟືອງຊຶ່ງແມ່ນຜູ້ທີ່ມີນໍ້າໃຈຮັກຊາດເດັດດ່ຽວໜຽວແໜ້ນບໍ່ຍອມຈຳນົນໃຫ້ຈັກກະພັດຕ່າງດ້າວແມ່ນຕາຍກໍເອົາຊີວິດເປັນເດີມພັນຂໍຕາຍດີກ່ວາຂາຍຊາດ, ບໍ່ຍອມຂາຍຄວາມລັບໃຫ້ສັດຕູຢ່າງເດັດຂາດ ແມ່ນແຕ່ຄວາມລັບໜື່ງກໍບໍ່ໃຫ້ອອກຈາກປາກຂອງຕົນ,ຂໍຍົກຕົວຢ່າງກ່ຽວກັບພຶດຕິກຳຂອງພວກຈັກກະພັດທີ່ເອົາບັນດານັກຮົບປະຕິວັດມາຂ້າຢູ່ຕົ້ນແຕ້ແຫ່ງນີ້ ເຊັ່ນ: ສະຫາຍ ແພງ (ປ່ຽນ) ບ້ານນາຂອບ, ເມືອງເຟືອງ, ແຂວງວຽງຈັນ, ເຂົ້າການປະຕິວັດ ວັນທີ 29/06/1950, ສັງກັດຢູ່ກອງຮ້ອຍ 2 ກອງພັນ597, ເພື່ອເປັນການນາບຂູ່ນາຍບ້ານທຸກໆບ້ານ ໃຫ້ຢ້ານກົວ ແລະໃຫ້ມາຮ່ວມມືກັບພວກມັນ, ພວກສັດຕູສືບສວນ ທຸບຕີທໍລະມານສະຫາຍຈົນກະດູກຂ້າງຫັກ, ໜ້າແຕກ, ແກ້ມອາບເລືອດແດງທົ່ວຕົນຕົວ, ເຖິງພວກເຂົາຖາມແນວໃດ, ສໍ້ແນວໃດ ສະຫາຍແພງກໍຍັງຕອບຄຳເກົ່າ ບໍ່ຮູ້ ບໍ່ເຫັນ, ພວກມັນຈື່ງໂມໂຫຂຶ້ນທັນທີ ແລ້ວໃຊ້ມີດກະບີ່ ຢູ່ປາຍປືນແອັມ 16ແທງໃສ່ເອິກ, ຈາກນັ້ນ ພວກສັດຕູຈື່ງເອົາມີດປາດຫູຂອງລາວທັງສອງເບື້ອງ, ແບບບໍ່ຢ້ານບາບກຳຫຍັງເລີຍ, ຊຶ່ງສ້າງຄວາມຄຽດແຄ້ນຝັງເລິກໄວ້ໃນດວງໃຈຂອງຊາວເມືອງເຟືອງ; ສໍາລັບຜູ້ອື່ນໆພວກມັນກໍຂູ່ເຂັນ, ທຸບຕີທໍລະມານຢ່າງສາລະພັດຢ່າງໂຫດຮ້າຍປ່າເຖື່ອນ ບາງຄົນກໍແຂວນຄໍແລ້ວຊັກຂື້ນຊັກລົງ ແລະສືບສວນ ໂດຍທັງເຕະ, ທັງຕີ, ນາບຂູ່ຢ່າງສາລະພັດ ເພື່ອຢາກໄດ້ຄວາມລັບ, ແຕ່ນັກປະຕິວັດຜູ້ມີນໍ້າໃຈຮັກຊາດບໍ່ຍອມຂາຍຄວາມລັບໃຫ້ພວກມັນ, ຈຶ່ງຖືກພວກມັນມັດແຂວນຄໍຕາຍຢູ່ກົກແຕ້ແຫ່ງນີ້ຢ່າງທົນທຸກທໍລະມານ.

ມາຮອດປະຈຸບັນ ເມືອງເຟືອງ ແຂວງວຽງຈັນ ໄດ້ກາຍເປັນເມືອງທ່ອງທ່ຽວຍອດນິຍົມອັນລືຊື່ ຂອງແຂວງວຽງຈັນ ແລະມີແຫລ່ງທ່ອງທ່ຽວທີ່ສໍາຄັນຫລາຍແຫ່ງເຊັ່ນ: ຫາດຜາຕັ້ງ, ຫາດດອນກາງໃຫຍ່, ຫາດດອນກາງນ້ອຍນໍ້າສາມຄອນ, ແຫ່ລງທ່ອງທ່ຽວດ້ານປະຫວັດສາດປະກອບມີຫໍສີລາຈາລຶກ, ສະຖານທີ່ທ່ອງທ່ຽວດ້ານ ວັດທະນະທຳ ແມ່ນວັດສິນໄຊຍະຣາມບ້ານໂນນຫີນແຮ່ ທີ່ຕິດພັນກັບຕຳນານນິທານເລື່ອງສັງສິນໄຊ, ວັດບ້ານຜາສັງ, ວັດບ້ານນາເມືອງ ແລະແຫ່ງອື່ນໆ ແລະທີ່ສໍາຄັນ ຕົ້ນແຕ້ ວັດບ້ານນາທົ່ວ ແຫ່ງນີ້ໄດ້ກາຍເປັນຫໍມູນເຊື້ອທີ່ຈາລຶກຄວາມຄຽດແຄ້ນຂອງຊາວເມືອງເຟືອງ.

ທ່ານ ເພັດສະໝອນ ໝື່ນທໍາ ປະທານສະຫະພັນນັກຮົບເກົ່າ ເມືອງເຟືອງ ແຂວງວຽງຈັນ ໄດ້ເລົ່າເຖິງປະຫວັດການເຄື່ອນໄຫວໂດຍຫຍໍ້, ຜູ້ທີ່ພວກຈັກກະພັດ ແລະລູກແລ້ງຕີນມືນຳມາຂ້າຢູ່ກົກແຕ້ແຫ່ງນີ້ມີທັງໝົດ 17 ສະຫາຍຄື:
1. ສະຫາຍ ທອງລຸນ ບ້ານນາກາງ, 2. ສະຫາຍ ມີ ບ້ານນາແຂງ,3. ສະຫາຍ ຊຽງວັນ ບ້ານນາແຂງ, 4. ສະຫາຍ ບຸນສູງ ບ້ານນາທອງ, 5. ສະຫາຍ ພຸດ ບ້ານນາລັງ, 6. ສະຫາຍ ກົງຄຳ (ແອ) ບ້ານນາກາງ, .
7. ສະຫາຍ ແຫຼ້ (ພໍ່ຈັນ ) ບ້ານນາທອງ, 8. ສະຫາຍ ມີ ບ້ານນາລັງ, 9. ສະຫາຍ ຊຽງໃສ ບ້ານນາກາງ, 10. ສະຫາຍ ແພງ (ພໍ່ປ່ຽນ) ບ້ານນາຂອບ,11. ສະຫາຍ ສາຍ ບ້ານທ່າ 12. ສະຫາຍ ກວາງ ບ້ານນາຫວ້ານ, 13. ສະຫາຍ ສີວິໄລ ບ້ານນາຫວ້ານ,14. ສະຫາຍ ລາງ ບ້ານນາຫວ້ານ,15. ສະຫາຍ ກອງຄຳ (ມູນ) ບ້ານນາກາງ, 16. ສະຫາຍ ທິດທາ ບ້ານນາຫວ້ານ, 17. ສະຫາຍ ມູນ ບ້າານນາລັງ, ເມືອງເຟືອງ, ແຂວງວຽງຈັນ.

ທ່ານ ເພັດສະໝອນ ໝື່ນທໍາ ປະທານສະຫະພັນນັກຮົບເກົ່າ ເມືອງເຟືອງ ແຂວງວຽງຈັນ ໃຫ້ຮູ້ວ່າ: ຈຸດປະສົງຂອງການສ້າງຫໍຈາລຶກຄວາມແຄ້ນຂຶ້ນມາ ເພື່ອໃຫ້ເປັນສິ່ງທີ່ຈາລຶກໃຫ້ຮຸ່ນລູກຮຸ່ນຫລານສືບທອດ ເພາະມູນເຊື້ອນີ້ ເປັນມູນເຊື້ອທີ່ບໍ່ຍອມຈຳນົນຂອງຮຸ່ນພໍ່ແມ່ທີ່ເພິ່ນໄດ້ເຮັດການປະຕິວັດມາໃນເມື່ອກ່ອນຕັ້ງແຕ່ການປະຕິວັດເລິ່ມຂຶ້ນສັດຕູກໍເລິ່ມເຂົ້າມາປາບປາມທັນທີ ຄືແຕ່ປີ 1964-1969 ຖືວ່າໄລຍະນີ້ແມ່ນ ໄລຍະທີ່ຮ້າຍແຮງທີ່ສຸດ ເພາະປະເທດຊາດເຮົາຈະກຽມປົດປ່ອຍ ໂດຍພວກສັດຕູໄດ້ເຂົ້າມາໃນເວລານັ້ນ ຝ່າຍປະຕິວັດເຮົາພັດມີຈຳນວນພົນບໍ່ຫລາຍທົ່ວເມືອງເຟືອງສາມາດເຕົ້າຮວມກັນໄດ້ 3 ກອງຮ້ອຍ ໄດ້ຕໍ່ສູ້ກັບສັດຕູ ເຖິງ 2 ກອງພັນ.

ແຫ່ລງທ່ອງທ່ຽວ "ຕົ້ນແຕ້ຈາລຶກຄວາມແຄ້ນ" ວັດບ້ານນາທົ່ວ ເມືອງເຟືອງ ແຂວງວຽງຈັນ ແມ່ນການຈາລຶກເຫດການທາງປະຫວັດສາດໜື່ງຕ້ອງໄດ້ຈາລຶກຕະຫຼອດໄປ, ສະນັ້ນ ພວກເຮົາຄົນເກີດໃໝ່ໃຫຍ່ລຸນຕ້ອງໄດ້ຫວນຄືນເບີ່ງອະດີດເກົ່າຄາວຫຼັງ ອັນແສນເຈັບແຄ້ນ, ແໜ້ນໃຈທີ່ພວກຈັກກະພັດຕ່າງດ້າວໄດ້ກະທໍາເອົາໄວ້ໃນໄລຍະຜ່ານມາ, ພ້ອມດຽວກັນນີ້ກໍຕ້ອງລະນຶກເຖິງບຸນຄຸນຜູ້ທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ, ບ້ານເມືອງ ເພື່ອເປັນບົດຮຽນ ແລະຄະຕິສອນໃຈໃຫ້ແກ່ພວກເຮົາຮູ້ວ່າ: ມີພວກເພິ່ນໃນວັນນັ້ນຈຶ່ງມີພວກເຮົາໃນວັນນີ້.

ດັ່ງນັ້ນ, ເພື່ອເປັນການສືບຕໍ່ອະນຸລັກຮັກສາ ແລະບູລະນະ, ກໍ່ສ້າງໃຫ້ເປັນບ່ອນສັກກະລະບູຊາບ່ອນສຶກສາຮຽນຮູ້ ແລະເປັນບ່ອນທ່ອງທ່ຽວທາງປະຫວັດສາດເພື່ອໃຫ້ຄົນລຸ້ນໃໝ່ໄດ້ທ່ຽວຊົມ, ຮັບຮູ້ຂໍ້ມູນທາງປະຫວັດຄວາມເປັນມາ ຕໍ່ໆໄປ ທັງເປັນການສືບຕໍ່ພາລະກິດທີ່ພັກ, ລັດ, ບັນພະບູລຸດ, ປະຊາຊົນໄດ້ສ້າງໄວ້ ແລະມອບໝາຍໃຫ້ນັ້ນພວກເຮົາຕ້ອງໄດ້ເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວໄວ້ໃຫ້ໝັ້ນຄົງ ເປັນຕົ້ນ ມູນເຊື້ອພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນ, ມູນເຊື້ອຄວາມສາມັກຄີປອງດອງ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມູນເຊື້ອໂອບເອື້ອອາລີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະກັນ, ມູນເຊື້ອທາງດ້ານສິລະປະວັດທະນະທຳ, ຮີດຄອງປະເພນີທີ່ມີເອກະລັກ ໃຫ້ຄຽງຄູ່ຢູ່ກັບພວກເຮົາຕະຫຼອດໄປ, ເອົາໃຈໃສ່ພັດທະນາຕົນເອງ, ຄອບຄົວ, ປະເທດຊາດໃຫ້ມີຄວາມເຂັ້ມແຂງຈະເລີນກ້າວໜ້າໃຫ້ມີຜົນສຳເລັດ, ມີປະສິດທິຜົນສູງ, ສ້າງມູນຄ່າ ແລະຜົນປະໂຫຍດແກ່ສັງຄົມ, ບ້ານ, ເມືອງ, ເສີມຂະຫຍາຍລັກສະນະນຳໜ້າ, ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເດັດດ່ຽວຕອບຕ້ານກັບກຸ່ມຄົນທີ່ບໍ່ຫວັງດີ ແລະອິດທິກຳລັງປໍລະປັກບໍ່ໃຫ້ເຂົ້າມາແບ່ງແຍກຄວາມສາມັກຄີ ແລະຮຸກຮານພວກເຮົາອີກຕໍ່ໄປ.
ໂດຍ: ຄໍາກອງ