ຄູອາຈານ ວຄ.ດຄຊ ຮັບການປະດັບຫຼຽນຈາກລັດຖະບານ ໃນຜົນສໍາເລັດແຂ່ງຂັນຮັກຊາດ-ພັດທະນາ

ຄະນະພັກ-ຄະນະນຳ ກໍຄືຄະນະອຳນວຍການ,ພະນັກງານ ແລະຄູອາຈານ ວິທະຍາໄລຄູດົງຄຳຊ້າງ (ວຄ.ດຄຊ) ໄດ້ຮັບການປະດັບຫຼຽນໄຊແຮງງານ ຊັ້ນ I, ຫຼຽນໄຊແຮງງານ ຊັ້ນ II, ຫຼຽນໄຊແຮງງານ ຊັ້ນ III,ຫຼຽນກາແຮງງານ ແລະໃບຍ້ອງຍໍລັດຖະບານຢ່າງສົມກຽດພາຍຫຼັງໄດ້ຮ່ວມກັນສ້າງຜົນສໍາເລັດໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ໄລຍະ 5 ປີ (2016-2020).

ພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍຈາກລັດຖະບານ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ເປີດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2021-2025) ຂອງວິທະຍາໄລຄູ ດົງຄຳຊ້າງ ໄດ້ມີຂຶ້ນເມື່ອວັນທີ 18 ມັງກອນຜ່ານມາ ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ, ມີທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວິລາ ແສງສະຫວ່າງ ຜູ້ອຳນວຍການວິທະຍາໄລຄູ ດົງຄຳຊ້າງ, ພ້ອມດ້ວຍຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງເຈົ້າເມືອງຫາດຊາຍຟອງ, ແຂກຖືກເຊີນ, ຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ວິລາ ແສງສະຫວ່າງ ໄດ້ຜ່ານບົດສະຫຼຸບຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ການຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກຂອງວິທະຍາໄລຄູ ດົງຄຳຊ້າງ ໃຫ້ຮູ້ວ່າ: ພາຍຫຼັງກົມການເມືອງສູນກາງພັກໄດ້ອອກ ມະຕິຕົກລົງວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ແລະ ປະທານປະເທດໄດ້ອອກລັດຖະດໍາລັດ ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ທົ່ວປະເທດ ໃນໄລຍະໃໝ່. ໃນໄລຍະນັ້ນ, ລັດຖະບານ ໄດ້ອອກດຳລັດວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ ແລະກົມການເມືອງສູນກາງພັກໄດ້ອອກມະຕິວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ,ສ້າງບ້ານເປັນຫົວໜ່ວຍພັດທະນາໂດຍຕິດພັນກັບການເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງສູ້ລວງເລິກໃນທົ່ວປະເທດ ໃນປີ 2015 ແລະ ໄດ້ມີແຈ້ງການ ກ່ຽວກັບການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ ທັງຮັບປະກັນໃຫ້ໄດ້ຕາມ 4 ຄາດໝາຍລວມຂອງການແຂ່ງຂັນ ຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະໃຫ້ຖືກກົດໜາຍ ແລະ ຕາມເນື້ອໃນ 4 ດ້ານຂອງ “ການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກໃນທົ່ວປະເທດ” ຄື: ດ້ານການກໍ່ສ້າງຮາກຖານການເມືອງ, ດ້ານການພັດທະນາເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫຼື ເວົ້າອີກຢ່າງໜຶ່ງວ່າ: “ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ”. ສະນັ້ນ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ ແລະ ດຳລັດດັ່ງກ່າວ, ວິທະຍາໄລຄູ ດົງຄຳຊ້າງ ໄດ້ຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ເພື່ອຈັດຕັ້ງປະຕິບັດຕາມ 4 ຄາດໝາຍ ແລະ 4 ເນື້ອໃນ ທີ່ລັດຖະບານກໍານົດອອກຢ່າງມີໝາກຜົນສໍາເລັດຢ່າງສູງ ໂດຍສະເພາະດ້ານການກໍ່ສ້າງຮາກຖານການເມືອງ, ດ້ານການພັດທະນາເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຜ່ານການສະຫຼຸບ, ຕີລາຄາ ແລະປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ໃຫ້ບຸກຄົນ ແລະ ກົມກອງພາຍໃນວິທະຍາໄລຄູ ດົງຄຳຊ້າງ ຈຳນວນທັງໝົດ 74 ທ່ານ ແລະ 1 ກົມກອງ. ໃນນັ້ນ, ໄດ້ຮັບການປະດັບຫຼຽນໄຊແຮງງານ ຊັ້ນ I ຈໍານວນ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 8 ທ່ານ, ຫຼຽນກາແຮງງານ ຈໍານວນ 12 ທ່ານ ແລະໃບຍ້ອງຍໍລັດຖະບານ ຈໍານວນ 51 ທ່ານ ແລະ 1 ກົມກອງ.

ໂອກາດດຽວກັນ, ທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວໜ້າກົມຈັດຕັ້ງ ແລະພະນັກງານໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການຍ້ອງຍໍຊົມເຊີຍການປະດັບຫຼຽນໄຊແຮງງານ ຊັ້ນ l ໃຫ້ຈໍານວນ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ ll ຈໍານວນ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ lll ຈຳນວນ 8 ທ່ານ ແລະ ດໍາລັດຂອງນາຍົກລັດຖະມົນຕີ ປະດັບຫຼຽນກາແຮງງານໃຫ້ຈຳນວນ 12 ທ່ານ ຕະຫຼອດຮອດໃບຍ້ອງຍໍຈາກລັດຖະບານ ໃຫ້ຈໍານວນ 51 ທ່ານ ແລະ 1 ກົມກອງ ສຳລັບຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ, ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລີກຂອງຂະແໜງການສຶກສາ ແລະກິລາ ໄລຍະ 5 ປີ (2016-2020) ຢ່າງສົມກຽດ.

ນອກຈາກມີການປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍຈາກລັດຖະບານໃນຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ 5 ປີແລ້ວ, ຍັງມີພິທີເປີດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2021-2025) ແລະ ມອບຕຳແໜ່ງວິຊາການໃຫ້ແກ່ຄູ 9 ທ່ານ, ຍິງ 4 ທ່ານອີກດ້ວຍ.
ຂ່າວ: ສົງການ ພັນແພງດີ